Breaking News

ຟັງແລ້ວອາຍໜ້າແດງເລີຍ! ຕ່າຍ ອາກາດ ປ່ອຍຊິງເກີ້ນໃໝ່ “ມີແຕ່ໃຈ” ເອົາໃຈສາວໆໂດຍສະເພາະ (ມີຄລິບ)

ແບ່ງປັນ

ຕ່າຍ ຂຸນຄຳ ຫຼື ຕ່າຍ ອາກາດ ນັກຮ້ອງ-ນັກດົນຕີ ສຸດເຈົ້າຊູ້ ເຈົ້າຂອງບົດເພງດັງຫຼາຍບົດເພງເຊັ່ນ: ແທງ, ເຈົ້າບໍ່ແມ່ນອາກາດ, ຕະຫຼອດໄປ ແລະ ອີກຫຼາຍໆບົດເພງ ໄດ້ປ່ອຍຊິງເກີ້ນ (Single) ເພງໃໝ່ຫຼ້າສຸດ “ມີແຕ່ໃຈ” ເຮັດອອກມາເອົາໃຈສາວໆໂດຍສະເພາະ, ບອກເລີຍງານນີ້ສາວໆຄົນໃດໄດ້ຍິນໄດ້ຟັງເປັນຕ້ອງອາຍແກ້ມແດງກັນໄປເລີຍ ເພາະບົດເພງນີ້ສື່ຄວາມໝາຍເຖິງຊາຍໜຸ່ມທີ່ຮ້ອງເພງໃຫ້ສາວຄົນຮັກ ແລະຊາຍໜຸ່ມຄົນນັ້ນກໍພະຍາຍາມບອກໃຫ້ສາວຄົນຮັກຟັງວ່າຕົນເປັນຄົນຮັກແທ້ແລະມີແຕ່ໃຈຈິງທີ່ຢາກມອບໃຫ້ສາວຄົນຮັກ.

ເພງ: ມີແຕ່ໃຈ

ເພງໃໝ່ລ້າສຸດຂອງໜຸ່ມ ຕ່າຍ ອາກາດ ທີ່ເຮັດເພງອອກມາເອົາໃຈສາວໆໂດຍສະເພາະ ແຟນຄັບຂອງໜຸ່ມຕ່າຍຢ່າລືມ LIke & Share (ກົດHDເພື່ອຮຽນຮ້ອງເພງນີກັບຕ່າຍ)

โพสต์โดย Indeerecords Fan Page บน 16 สิงหาคม 2017

 

ສຳລັບ ຕ່າຍ ອາກາດ ປັດຈຸບັນກຳລັງສຶກສາຢູ່ທີ່ ສປ ຈີນ ແຕ່ຍ້ອນຄວາມຄິດຮອດແຟນເພງ ຄິດຮອດສຽງເພງລາວ ຈຶ່ງມີຄວາມຄິດຢາກເຮັດເພງເພື່ອເອົາໃຈແຟນໆ ແຕ່ ຕ່າຍ ອາກາດ ເປັນຄົນທີ່ຖະໝັດແຕ່ງເພງຊ້າ ເພງຊຶ້ງ ອອກແນວຄວາມຮັກບໍ່ສົມຫວັງແດ່, ແຕ່ໃນເທື່ອນີ້ແມ່ນພິເສດສຸດເພາະໜຸ່ມ ຕ່າຍ ຄົນນີ້ເກີດໄອເດຍຢາກຮ້ອງເພງໃນສະຕາຍທີ່ອອກແນວຄວາມຮັກສົມຫວັງ ເພງຫວານໆ  ຟັງສະບາຍໆ ເພື່ອເອົາໃຈແຟນເພງ ຕ່າຍເລີຍຄິດຫາ ອ້າຍ ຕີ ອຸດາໄລ ນັກຮ້ອງ-ນັກແຕ່ງເພງຊື່ດັງ ເພື່ອຂໍໃຫ້ອ້າຍຕີມາຊ່ວຍແຕ່ງບົດເພງແນວຄວາມຮັກສົມຫວັງໃນເທື່ອນີ້ ແລະ ກໍໄດ້ບົດເພງ “ມີແຕ່ໃຈ” ເພງມ່ວນໆມາໃຫ້ເຮົາໄດ້ຟັງກັນ.

#ແຊຣໄປເພື່ອສະໜັບສະໜູນເພງລາວ

ຂໍຂອບໃຈ: Indeerecords Fan Page

ແບ່ງປັນ