Breaking News

ສັນຕິ ໜຸ່ມລາວບໍ່ຖືກ (Black out) ແຖມຍັງໄດ້ຄູ່ເປັນສາວປະເພດສອງສຸດໜ້າຮັກຊື່ວ່າ ເປົາເປົາ!!! (ມີຄລິບ)

ແບ່ງປັນ

ເປັນກະແສຮືຮາໃນຊ່ວງທ້າຍອາທິດກ່ອນ ເມື່ອພິທີກອນຂອງລາວ ສັນຕິກອນ ສີວິໄລ (ສັນຕິ) ອາຍຸ 25 ປີ  ໄດ້ໄປອອກລາຍການເລືອກຄູ່ຊື່ດັງ Take Me Out Thailand ເຊິ່ງໜຸ່ມສັນຕິນັ້ນໄດ້ເປັນຊາຍໜຸ່ມຄົນທຳອິດທີ່ໄປຢືນໃນ ເທັກມີເອົ້າຊີຊັ່ນ 12 ແລະ ເປັນຜູ້ຊາຍລາວ ຄົນທີ່ 2 ທີ່ໄດ້ໄປອອກລາຍການດັ່ງກ່າວ.

ອາທິດກ່ອນແຟນໆຕ່າງກໍພາກັນລຸ້ນວ່າໜຸ່ມ ສັນຕິ ຈະຖືກ (Black-out) ຫຼືບໍ່? ແຕ່ຂໍບອກເລີຍວ່າບໍ່ເດີ້ ແລະ ສັນຕິ ກໍຍັງເປັນທີ່ຖືກໃຈຂອງສາວໆຈາກປະເທດເພື່ອນບ້ານ ເລີ່ມຕົ້ນດັບໄຟໄປພຽງແຕ່ 5 ຄົນຍັງເຫຼືອເຖິງ 25 ຄົນ, ແລະ ສາວໂສດທີ່ເປັນຄູ່ຂອງໜຸ່ມສັນຕິກໍຄື  ເປົາເປົາ ສາວປະເພດສອງສຸດໜ້າຮັກຈາກປະເທດເພື່ອນບ້ານ ເປັນຄົນທີ່ຕອບຄຳຖາມໄດ້ຖືກໃຈໜຸ່ມສັນຕິທີ່ສຸດ.

ມີຄລິບຈາກລາຍການ Take Me Out Thailand ມາຝາກນຳເດີ້!!!

ຂໍຂອບໃຈ: Take Me Out Thailand

ແບ່ງປັນ