Breaking News

ຕົບມືລົວໆ! ກົດ Like ລົວໆ! ກົດ Share ລົວ ໃຫ້ກັບບ່າວສະຈວດລາວ ໃນສາຍການບິນລະດັບໂລກຄົນນີ້!!!

ແບ່ງປັນ

ສະບາຍດີສາວໆ ມື້ນີ້ມາພົບກັນແອັດຄົນຂີ້ລ້າຍຄົນເກົ່າ ມື້ນີ້ ກໍຈະບໍ່ຂໍເວົ້າຫຍັງຫຼາຍ ຂໍເຂົ້າເລື່ອງເລີຍກໍຄື ຢາກຈະມາແນະນໍາໃຫ້ຮູ້ຈັກກັບ “ບ່າວສະຈວດລາວ ໃນສາຍການບິນລະດັບໂລກ” ຄືດັ່ງຫົວຂໍ້ທີ່ກ່າວມາເລີຍເນາະ! ເຊິ່ງອ້າຍບ່າວຄົນທີ່ກໍາລັງຖືກເວົ້າເຖິງຢູ່ຄົນນັ້ນກໍຄື ບ່າວ “ອານັນ ສິງສະຫວ່າງ” ນັ້ນເອງ ບ່າວຄົນນີ້ເປັນຄົນລາວໂດຍກໍາເນີດ ແຕ່ກ່ອນກໍເຄີຍເຫັນຄຸ້ນໜ້າຄຸ້ນຕາກັນຢູ່ ໃນວົງການບັນເທີງບ້ານເຮົາກໍຄື ບົດບາດການເປັນ MC ນັ້ນເອງ ແຕ່ບໍ່ແນ່ໃຈວ່າປັດຈຸບັນບ່າວຄົນນີ້ຍັງເຮັດໜ້າທີ່ນີ້ເປັນງານອະດິເລກຢູ່ບໍ່? ແຕ່ກໍຊ່າງເນາະເພາະເຮົາບໍ່ໄດ້ເນັ້ນໜັກແຕ່ທີ່ເຮົາເນັ້ນກັນໃນມື້ນີ້ ກໍຄືອາຊີບຫຼັກຂອງທ້າວທີ່ວ່າໄດ້ສັງກັດເປັນສະຈວດຢູ່ໃນສາຍການບິນລະດັບໂລກ ແລະ ກໍຄາດວ່າໜ້າຈະເປັນຄົນລາວພຽງຄົນດຽວໃນຕອນນີ້ທີ່ສັງກັດຢູ່ສາຍການບິນດັ່ງກ່າວ ແລະ ສາຍການບິນທີ່ກ່າວເຖິງຢູ່ນີ້ກໍຄື Emirates Airway (ສາຍການບິນ ອາມິເຣດ) ເປັນສາຍການບິນຂອງ ສະຫະຣັດອາຣັບອາມິເຣດ ທີ່ໃຫ້ບໍລິການເຖິງ 87 ຈຸດ ໃນ 59 ປະເທດທົ່ວໂລກ (ເຊື່ອວ່າຫຼາຍຄົນຕ້ອງຮູ້ຈັກເປັນຢ່າງດີ ເພາະເປັນສາຍການບິນທີ່ໄດ້ຮັບການຍອມຮັບຈາກທົ່ວໂລກແລ້ວ) ນອກນັ້ນຍັງມີສະໜາມບິນຢູ່ທີ່ປະເທດ ດູໄບ ທີ່ໃຫ້ບໍລິການທາງດ້ານການຂົນສົ່ງສິນຄ້ານັ້ນເອງ. ແນວໃດກໍຕາມແຕ່ ເອົາເປັນວ່າເຮົາໄປເບິ່ງໜ້າເບິ່ງຕາຂອງ ອານັນ ກັນດີກວ່າ! ວ່າຈະມີໜ້າຕາອັນເຈົ້າຊູ້ ຫຼືມີແວວຄວາມສາມາດສູງຂະໜາດໃດ!!!

  • ໃຜຄືເຈົ້າຂອງດອກໄມ້???

  • ທ່າໃຫ້ ໜ້າເປະ

  • ສາຍຕາເຈົ້າຊູ້ແອບອ່ານກິນເລັັກໜ້ອຍ

  • ສົດຊື່ນ (No ສາຍຫືນເດີ່ 555)

  • ວ້າວ… ໜ້າໃສກິກ

  • ໄປໆໆໆ ໄປເຮັດວຽກ

  • With Tame

  • ກັບສາວປຸ ແອກາຕາຄົນງາມ

  • ຈ໊ະເອ

  • ຄົນລາວພຽງຄົນດຽວໃນທີມ (ຕົບມື)

By: BeautyGuru

ຂອບໃຈຮູບຈາກ: Facebook: Ananh D. Singsavang

ແບ່ງປັນ