Breaking News

ວ້າວ! ວ້າວໆ ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ມາພົບກັບ fashion Cover ຈາກ ນາງງາມ ແລະ ນາງແບບ ສາວທະນາຄານ (ຕຸກຕາ) ສາວນ້ອຍຕາຄົມ!!!

ແບ່ງປັນ

ວ້າວ! ວ້າວ! ວ້າວໆໆໆໆ ມາແລ້ວ! ມາແລ້ວ! ວາລະສານຂວັນໃຈສະບັບໃໝ່ຫຼ້າສຸດ ປະຈຳເດືອນ ສິງຫາ 2017 ນີ້ ທີ່ມາພ້ອມກັບເລື່ອງລາວທີ່ໜ້າສົນໃຈຕ່າງໆ ໃນແຕ່ລະຄໍລໍ່າ (Column) ອັດແໜ້ນມາພ້ອມກັບສາລະໜ້າຮູ້່ດີໆ ທີ່ຄັດມາເພື່ອສາວໆແຟນຂວັນໃຈໂດຍສະເພາະ ພິເສດໃນສະບັບນີ້ ສາວໆຈະໄດ້ພົບກັບ fashion Cover ຈາກ ນາງງາມ ແລະ ນາງແບບ ສາວທະນາຄານ ເພັດມະນີ ພິລາຄົງ (ຕຸກຕາ) ສາວນ້ອຍຕາຄົມ ທີ່ເຕັມໄປດ້ວຍຝັນ ແລະ ສາມາດທີ່ຫຼາກຫຼາຍ ໂດຍຜ່ານການປະກວດມາແລ້ວຫຼາຍເວທີ ທັງນາງງາມ ແລະ ນາງແບບ ທີ່ຈະມາໃຫ້ຄໍາແນະນໍາແກ່ສາວໆທີ່ມີຫຼາກຫຼາຍຄວາມຝັນຄືກັນກັບນາງ ວ່າຕ້ອງມີວິທີການຈັດການກັບຕົວເອງແນວໃດ? ມີວິທີຈັດການກັບເວລາແນວໃດ ແລະ ເມື່ອໄດ້ເຮັດສິ່ງເຫຼົ່ານັ້ນໄປພ້ອມກັນແລ້ວມັນຮູ້ສຶກແນວໃດ? ຟ້າວໄປຊອກມາອ່ານດວ່ນເລີຍສາວໆ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

ແບ່ງປັນ