Breaking News

ວິທີບໍາລຸງມື ແລະ ຕີນ

ແບ່ງປັນ

ວິທີບໍາລຸງມື ແລະ ຕີນ

ມື ແລະ ຕີນເປັນອະໄວຍະວະສ່ວນສໍາຄັນຂອງຮ່າງກາຍ ຕີນເຮັດໜ້າທີ່ຮັບນໍ້າໜັກ ແລະ ມີການເຄື່ອນໄຫວຢູ່ຕະຫຼອດເວລາ ສ່ວນມືກໍ່ໃຊ້ເຮັດກິດຈະກໍາຕ່າງໆຕະຫຼອດມື້ ແຕ່ອະໄວຍະວະທັງສອງພາກສ່ວນນີ້ພັດໄດ້ຮັບການເບິ່ງແຍງໜ້ອຍກວ່າອະໄວຍະວະສ່ວນອື່ນໆ, ໃນມື້ນີ້ເວັບໄຊ້ ວາລະສານ ຂັວນໃຈ ໄດ້ນໍາເອົາສູດບໍາລຸງມື ແລະ ຕີນ ດ້ວຍໝາກນັດ ແລະ ໄຂ່ແດງມາຝາກເຊິ່ງໝາກນັດ ແລະ ໄຂ່ແດງມີຄຸນສົມບັດທີ່ຊ່ວຍໃຫ້ມື ແລະ ຕີນນຽນນຸ້ມ ບໍ່ແຫ້ງ ເບິ່ງແລ້ວມີສຸຂະພາບດີ ເຊິ່ງສູດນີ້ບໍ່ພຽງແຕ່ບໍາລຸງມື ແລະ ຕີນເທົ່ານັ້ນຍັງບໍາລຸງເລັບ ແລະ ຜິວໜັງອ້ອມໆເລັບໃຫ້ມີຄວາມນຽນນຸ້ມ ເປັນເງົາງາມມີຄວາມແຂງແຮງ.

%e0%b8%a7%e0%b8%b4%e0%b8%98%e0%b8%b5%e0%b8%9a%e0%b8%b3%e0%b8%a3%e0%b8%b8%e0%b8%87%e0%b8%a1%e0%b8%b7%e0%b8%ad%e0%b9%81%e0%b8%a5%e0%b8%b0%e0%b9%80%e0%b8%97%e0%b9%89%e0%b8%b2

ສ່ວນປະສົມໃນການບຳລຸງມີດັ່ງນີ້:

  1. ໝາກນັດ 1/4 ໜ່ວຍ.
  2. ໄຂ່ໄກ່ 1 ໜ່ວຍ.

ຂັ້ນຕອນ ແລະ ວິທີເຮັດ:

  • ແຍກໄຂ່ແດງອອກຈາກໄຂ່ຂາວ ຈາກນັ້ນນໍາມາຕີໃຫ້ຟູ.
  • ນໍາເອົາໝາກນັດມາຄັ້ນເອົາແຕ່ນໍ້າ.
  • ເອົານໍ້າໝາກນັດມາປະສົມກັບໄຂ່ແດງຄົນໃຫ້ເຂົ້າເປັນເນື້ອອັນດຽວ.
  • ຖອກນໍ້າໝາກນັດ ແລະ ໄຂ່ແດງທີ່ປະສົມໄວ້ລົງໄປ ໃຊ້ສໍາລີຈຸ່ມນໍ້າໝາກນັດທີ່ປະສົມໄວ້ທາໃຫ້ທົ່ວຕີນທັງສອງຂ້າງຕັ້ງແຕ່ບໍລິເວນ ຕາຕຸ່ມລົງໄປຈົນຮອດສົ້ນຕີນ.
  • ຈາກນັ້ນແຊ່ມືທັງສອງຂ້າງລົງໃນນໍ້າໝາກນັດທີ່ປະສົມກັບໄຂ່ ແຊ່ປະໄວ້ປະມານ 20 ນາທີຈຶ່ງຄ່ອຍລ້າງອອກດ້ວຍນໍ້າອຸ່ນ ແລະ ສະບູ.
ແບ່ງປັນ