Breaking News

ເພາະຄວາມສູງບໍ່ແມ່ນບັນຫາ! Idea ສໍາລັບ “ສາວຕົວນ້ອຍ” ໃສ່ຢີນແນວໃດບໍ່ໃຫ້ເຕ້ຍ!!! (ສູງໄດ້ໂດຍບໍ່ຕ້ອງງໍ້ ສົ້ນສູງ ແລະ ມຸມກ້ອງ)

ແບ່ງປັນ

ຄໍາກໍເຕ້ຍ ສອງຄໍາກໍເຕ້ຍ! ຈະຢິບຈະຈັບຫຍັງມາໃສ່ກໍຕັນໄປໝົດ ບໍ່ງາມ ບໍ່ໝັ້ນໃຈເລີຍ! ສາວໆຕົວນ້ອຍຄົງເຄີຍພົບບັນຫາໃນເລື່ອງຂອງການເລືອກເສື້ອຜ້າຢູ່ເປັນປະຈໍາເຊັ່ນ: ອັນທີ່ມັກພັດໃສ່ບໍ່ໄດ້ ອັນທີ່ໃສ່ໄດ້ກໍເປັນໄຊ້ຂອງເດັກນ້ອຍ! ມື້ນີ້ ຂວັນເພື່ອນຮູ້ໃຈຂອງສາວທັນສະໄໝເລີຍຢາກຈະມາເອົາໃສສາວຕົວບາງ ຮ່າງນ້ອຍທີ່ຢາກແຕ່ງຕົວໃຫ້ເບິ່ງເປັນສາວແບບໝັ້ນໆ, ຈ່ອຍໆ, ສູງໆ ໂດຍບໍ່ຕ້ອງງໍ້ສົ້ນສູງ ແລະ ມຸມກ້ອງ ລອງໄປເບິ່ງກັນເລີຍວ່າວ່າຕ້ອງແຕ່ງແນວໃດແດ່?

  • ແຕ່ງຢີນໝົດຕົວ ແຖມດ້ວຍເກີບຜ້າສີຂາວ

  • ຢີນຂາສັ້ນກັບເສື້ອຢືດສີຂາວ ແຖມດ້ວຍຢີນຕົວຍາວເພີມຄວາມສູງ

  • ໃສ່ແບບຮັດໄປເລີຍ ໃຫ້ເຫັນຫູ່ນບາງໆພຽວໆ

  • ແບ້ວໆ ດ້ວຍກະໂປງຊົງ A ເຮັດໃຫ້ເບິ່ງຂາຍາວ ແລະ ສູງຂຶ້ນ

  • ຫຼືຈະເປັນສະເກິດຍາວແຍກຂາຈັກໜ້ອຍ ເພື່ອໃຫ້ເບິ່ງເຫັນຍາວຂາວໆ

  • ຢີນຂາສັ້ນກັບເສື້ອຄອບແອວ ເຮັດໃຫ້ເບິ່ງເຫັນແອວງາມ ແລະ ຂາຍາວ

  • ຢີນສີຈາງກັບເສື້ຶອສີດໍາເຂັ້ມເຂົ້າກັນ ໃຜກໍຮູ້!!

  • ໜ້າຮັກໃສໆຕ້ອງແບບນີ້ ສູງຂຶ້ນໄດ້ອີກ

  • ລຽບໆ ແຕ່ກະສູງຂຶ້ນ ເອົາລະແມະ!

  • ເສື້ອຕົວໃຫຍ່ກັບຢີນຮັດຮູບຂາດຂາ ເທ່ໆ ເຊີໆ ສູງໆ ເອົາບໍ່?

  • ກັບອ້ຽມແບບຂາຍາວພັບຂາຈັກໜ້ອຍ ກໍຊ່ວຍໄດ້

  • ອ້ຽມຂາສັ້ນບໍ່ໄດ້ເຮັດໃຫ້ຂາສັ້ນເຂົ້າເດີ່!!

  • ອ້ຽມກະໂປງກະໂອໃດ໋ ເຫັນຂາຍາວຂຶ້ນຫຼາຍ

  • ໃສ່ແບບຫຼວມໆທັງຕົວແບບນີ້ກະໜ້າຮັກໄປອີກ

  • ຮັດຮູບໂຊຫູ່ນໄປເລີຍ ກັບຢີນຂາ 4 ສ່ວນ ຈະເຮັດໃຫ້ເບິ່ງຂາຍາວຂຶ້ນໄປຫຼາຍ!

ແບ່ງປັນ