Breaking News

ງາມຫຼາຍ! ລູກນໍ້າ ທິດາລັດ ດາລາດັງຈາກລາວຮ່ວມງານທີ່ປະເທດໄທ ສື່ມວນຊົນໃຫ້ຄວາມສົນໃຈ!!!

ແບ່ງປັນ

ລູກນໍ້າ ທິດາລັດວົງສິຣິ  ດາລາ-ນັກສະແດງຄົນດັງຈາກລາວຮ່ວມງານ “Feora the idol awards” ໃນວັນທີ 20 ສິງຫາ 2017 ທີ່ຜ່ານມາ ້ເຊິ່ງ ລູກນໍ້າ ມາໃນຊຸດລາຕີຍາວສີຟ້າ ຂໍບອກວ່າງາມຫຼາຍໆ, ນອກຈາກນັ້ນຍັງໄດ້ຮ່ວມສຳພາດກັບນັກສະແດງໜຸ່ມຈາກປະເທດໄທມີນາມວ່າ ເຈເຈ ແລະບັນດາສື່ມວນຊົນຈາກປະເທດໄທກໍຍັງໃຫ້ຄວາມສົນໃຈດາລາສາວຈາກປະເທດລາວຄົນນີ້ຢ່າງຫຼວງຫຼາຍ!!!

ສຳລັບ ລູກນໍ້າ ທິດາລັດ ວົງສິຣິ ກໍເປັນອີກໜຶ່ງດາລາສາວທີ່ມີຄວາມໂດ່ງດັງຢູ່ທັງພາຍໃນ ແລະ ຕ່າງປະເທດ ແລະ ກ່ອນໜ້ານີ້ສາວ ລູກນໍ້າ ກໍຍັງມີໂອກາດໄດ້ໄປຮ່ວມໃນງານປະກາດຜົນລະດັບປະເທດຂອງປະເທດເພື່ອນບ້ານ ເດີນເສີດສາຍໃນພົມແດງຮ່ວມກັບດາລາດັງໆຂອງປະເທດໄທມາແລ້ວຫຼາຍຄົນ ຈົນເກີດເປັນກະແສ Talk of the town ໃນໄລຍະທີ່ຜ່ານມາອີກດ້ວຍ.

ຂໍຂອບໃຈ: Louknum Vongsili

ແບ່ງປັນ