Breaking News

ຄະນະມິສແກຣນລາວ 2017 ແລະ ນາງສາວລາວ 2016 ຮ່ວມສຳພາດໃນ Workpoint ໂທລະພາບດັງຂອງໄທ ເພື່ອສົ່ງເສີມເຜີຍແຜ່ວັດທະນາທຳ ແລະ ການທ່ອງທ່ຽວລາວ.

ແບ່ງປັນ

ເປັນທີ່ຍິນດີເມື່ອບັນດາຄະນະນາງສາວ ມິສແກຣນລາວ 2017 ນຳທີມໂດຍ ຟ້າໃສ ນໍລະສິງ ມິສແກຣນລາວ 2017 , ມີ່ມີ່ ພູນຊັບ ຮອງອັນດັບ 1 ມິສແກຣນລາວ 2017, ແລະ ບັນດານ້ອງນາງສາວຮອງມິສແກຣນ ແລະ ນອກຈາກນັ້ນຍັງມີ ບຸດສະບາ ແສງປັນ ນາງສາວລາວ 2016 ທີ່ໄດ້ໄປຢ້ຽມຢາມ ແລະ ຮ່ວມໃຫ້ສຳພາດ ໃນວັນທີ 25 ສິງຫາ 2017 ເພື່ອສົ່ງເສີມເຜີຍແຜ່ວັດທະນາທຳ ແລະ ການທ່ອງທ່ຽວລາວ ໃນໂທລະພາບ Workpoint  ຊຶ່ງເປັນໂທລະພາບທີ່ມີຊື່ສຽງໃນປະເທດເພື່ອນບ້ານ.

ເຊິ່ງກໍຖືວ່າເປັນການດີທີ່ຄົນລາວເຮົາກໍສາມາດໄປເຜີຍແຜ່ວັດທະນະທຳ ແລະ ແຫຼ່ງທ່ອງທ່ຽວຂອງປະເທດລາວທີ່ງົດງາມໃຫ້ຊາວຕ່າງຊາດໄດ້ຮັບຮູ້. #ເປັນເລື່ອງດີທີ່ຄວນແຊຣ

ຮູບພາບ: MISS GRAND LAOS ມີສແກຣນລາວ

ແບ່ງປັນ