Breaking News

5 ວິທີໃນການຮຽນຮູ້ຄວາມຮັກ ເພື່ອຮັກທີ່ຍືນຍາວ

ແບ່ງປັນ

ບໍ່ວ່າເລື່ອງໃດໆ ຖ້າເຮົາຮີບຮ້ອນເກີນໄປ ຜົນທີ່ໄດ້ກໍມັກຈະອອກມາບໍ່ດີ ແຕ່ຖ້າຫາກຄ່ອຍໆເລີ່ມຕົ້ນແບບຊ້າໆ ພຽງໃຊ້ເວລາ ເຮົາກໍຈະເຂົ້າໃຈ ແລະ ປະສົບຜົນສຳເລັດໃນເລື່ອງນັ້ນໄດ້ ໂດຍສະເພາະເລື່ອງຄວາມຮັກ ທີ່ຕ້ອງໃຊ້ເວລາ ເພື່ອຮຽນຮູ້ເຊິ່ງກັນ ແລະກັນ ແລະ ຄ່ອຍໆ ພັດທະນາໃຫ້ຮັກຂອງທ່ານຍາວນານໝັ້ນຄົງດ້ວຍ ວິທີ່ຮັກສາຄວາມຮັກໃຫ້ດົນນານໄດ້ ລອງອ່ານເບິ່ງ ແລ້ວຄວາມຮັກຂອງທ່ານຈະເປັນຄວາມຮັກທີ່ໝັ້ນຄົງ.

  1. ຄ່ອຍເປັນຄ່ອຍໄປ

ບໍ່ຕ້ອງຮີບຮ້ອນ ຍ່າລືມວ່າຄວາມຮັກບໍ່ແມ່ນການຊື້ເຄື່ອງ ຢ່າເຊື່ອຈາກສິ່ງທີ່ເຫັນ ແລ້ວ ຢ່າຄິດຈິນຕະນາການໄປເອງ ຢຸດຄໍາເວົ້າຢູ່ທີ່ວ່າ “ມັກ” ກ່ອນ ແລ້ວຄ່ອຍສຶກສາກັນຕໍ່ໄປ

  1. ຄວນຈົ່ງພື້ນທີ ໃຫ້ມີຄວາມເປັນສ່ວນຕົວຂອງກັນ ແລະ ກັນ

ຢ່າລືມວ່າທ່ານເອງກໍມີຊີວິດຂອງຕົວເອງຄືກັນ ກັບມາສົນໃຈເລື່ອງຂອງຕົນເອງດີກວ່າ ເບິ່ງແຍງເອົາໃຈໃສ່ຕົວເອງໃຫ້ດີ ກ່ອນທີ່ຈະ ໄປສົນໃຈເລື່ອງຂອງຄົນອື່ນ.

  1. ບໍ່ຄວນຄິດເລື່ອງອະນາຄົດໄກເກີນໄປ

ຍ້ອນອະນາຄົດບໍ່ແນ່ນອນ ທ່ານບໍ່ສາມາດຮູ້ໄດ້ວ່າອີກ 5 ປີ ຄວາມຮັກຂອງທ່ານ ຈະຍັງຄືເກົ່າ ຫຼືບໍ່ ຖ້າຄິດໄປໄກເຖິງ ການໃຊ້ຊີວິດຮ່ວມກັນ ຫາກວ່າ ຄວາມເປັນຈິງມັນບໍ່ເປັນດັ່ງທີ່ເຮົາຄາດຫວັງ ອາດຈະເຮັດໃຫ້ຕົວທ່ານເອງຜິດຫວັງ ແລະ ເສຍໃຈ ຈົ່ງເຮັດມື້ນີ້ໃຫ້ດີທີ່ສຸດ ແລ້ວມີຄວາມສຸກດີກວ່າ.

  1. ໃຊ້ຊີວິດຕາມປົກກະຕິ

ຢ່າຕິດແຟນຈົນລືມໝູ່ ເມື່ອກ່ອນເຄີຍໄປທ່ຽວແບບໃດ ກໍເຮັດຄືເກົ່າຫັນລະ ໃຫ້ຄົນຮັກຂອງທ່ານ ເປັນພຽງສ່ວນໜຶ່ງທີ່ເຂົ້າມາ ເພີ່ມໃນຊີວິດສ່ວນຕົວຂອງທ່ານ ບໍ່ແມ່ນຄົນທີ່ຈະມາປ່ຽນຊີວິດສ່ວນຕົວຂອງທ່ານ.

  1. ໃຫ້ຄວາມສຳຄັນກັບຕົວເອງ

ບໍ່ຄວນຕັດສິນຄຸນຄ່າຂອງຕົວເອງ ຈາກການກະທຳຂອງເຂົາ ບໍ່ວ່າມື້ໃດທີ່ເຂົາຈະເວົ້າ ໃຫ້ເສຍຄວາມຮູ້ສຶກ ກໍບໍ່ຕ້ອງເອົາຄໍານັ້ນມາໃສ່ໃຈ ຈື່ໄວ້ວ່າ ທ່ານເປັນຄົນມີຄຸນຄ່າໃນຕົວເອງສະເໝີ ເຖິງໃຜຈະມາເວົ້າໃຫ້ແນວໃດກໍຕາມ ຈົ່ງໃຫ້ຄວາມສຳຄັນກັບຕົນເອງແດ່.

 

ແບ່ງປັນ