Breaking News

ໂປຟາຍບໍ່ທຳມະດາ! ອອນອະນົງ ດີກຼີນັກຮຽນນອກອີກໜຶ່ງສາວທີ່ໜ້າຈັບຕາເບິ່ງໃນ Miss Universe Laos!!!

ແບ່ງປັນ

ໃກ້ເຂົ້າມາແລ້ວກັບການປະກວດ Miss Universe Laos 2017 ແລະ ຈະປະກວດກັນໃນວັນທີ 26 ສິງຫາ 2017 ນີ້, ໃນມື້ນີ້ ຊະນີIndy ກໍມີອີກໜຶ່ງນ້ອງນາງສາວ ອອນອານົງ ຫອມສົມບັດ (ອອນ) ໝາຍເລກ MUL9 ທີ່ເວົ້າໄດ້ເລີຍວ່ານາງເປັນຄົນທີ່ງາມ ແລະເກັ່ງຫຼາຍມີຄຸນນະສົມບັດພຽບພ້ອມ, ທີ່ເວົ້າມາບໍ່ແມ່ນວ່າຈະມາເຊຍ ຫຼື ເວົ້າໃຫ້ແຟນໆຫຼົງເຊື່ອແຕ່ໂປຟາຍຂອງນາງບໍ່ທຳມະດາອີ່ຫຼີ ລອງມາຮູ້ຈັກກັບສາວງາມຄົນນີ້ຈາກບົດສຳພາດແບບເຈາະເລິກແລ້ວທຸກຄົນຈະໄດ້ຮູ້ວ່າຄົນລາວ ແມ່ຍິງລາວເຮົາເກັ່ງພຽງໃດ… #ຄົນລາວເຮົາເກັ່ງປານນີ້ຖ້າຫຍັງຢູ່ແຊຣໄປໃຫ້ໂລກຮູ້

ຂວັນໃຈ: ສະບາຍດີ ຊ່ວຍແນະນຳຕົວໃຫ້ແຟນໆໄດ້ຮູ້ຈັກແດ່? ຈົບການສຶກສາ-ສາຂາ? ຄວາມສາມາດພິເສດ? ຄວາມຮູ້ດ້ານພາສາ ໄດ້ຈັກພາສາ? ໄດ້ຍິນວ່າເປັນເດັກທຶນ ມີໄດ້ທຶນຫຍັງແດ່…ເຄີຍໄປຮຽນປະເທດໃດແດ່?

ອອນ: ສະບາຍດີ ນ້ອງມີຊື່ວ່າ ອອນອານົງ ຫອມສົມບັດ, ອາຍຸ22ປີ,  ປັດຈຸບັນຈົບການສຶກສາ ລະດັບປະລິນຍາຕີ ສາຂາພົວພັນສາກົນ ທີ່ປະເທດຮົງກາລີ. ສາມາດເວົ້າໃດ້3 ພາສາ ລາວ,ໄທ,ອັງກິດ. ຕັ່ງແຕ່ ຍັງນ້ອຍ ໂດຍສວ່ນໂຕເປັນຄົນມັກເຮັດກິດຈະກຳ, ຕອນ ອາຍຸ16ປີ ນ້ອງເຄຍເຂົ້າຮວ່ມທຶນແລກປ່ຽນທາງດ້ານວັດທະນາທຳ ແລະ ພັດທະນາຄວາມເປັນຜູ້ນຳທີ່ ສະຫະລັດອາເມລິກາເປັນເວລາ1ເດືອນ, ຫລັງຈາກນັ້ນນ້ອງກໍໃດ້ເປັນໂຕແທນນັກຮຽນລາວເຂົ້າຮວ່ມໂຄງການ JENESYs ເຊິ່ງເປັນ ໂຄງການແລກປ່ຽນວັດທະນາທຳ ແລະ ຄວາມຮູ້ດ້ານການຮັກສາສິ່ງແວດລ້ອມ ລະຫວ່າງຊາວໜຸ່ມລາວ ແລະ ຍີ່ປຸ່ນ ເປັນເວລາ1ເດືອນທີ່ເມືອງໂຕກ້ຽວ ປະເທດຍີ່ປຸ່ນ, ຕໍ່ມານ້ອງກໍໄດ້ມີໂອກາດເປັນໂຕແທນໄວໜຸ່ມລາວເຂົ້າຮວ່ມກອງປະຊຸມຜູ້ນຳໄວໜຸ່ມຂອງອາຊ້ຽນ ແລະ ອາເມລິກາ ທີ່ຈັດຂຶ້ນໃນປະເທດອິນໂດເນເຊຍ. ຫຼັງຈາກນັ້ນນ້ອງກໍສາມາດເສັງໄດ້ເປັນຕົວແທນຊາວໜຸ່ມລາວເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ກັບ ຊາວໜຸ່ມສິບປະເທດອາຊຽນ ແລະ ຍີ່ປຸ່ນ. ຕໍ່ມາໃນປີ 2014 ນ້ອງກໍໄດ້ມີໂອກາດ ເຂົ້າຮ່ວມການເຝິກອົບຮົບແນວຄິດສ້າງສັນໃນການພັດທະນາ ທີ່ປະເທດມາເລເຊຍ ໂດຍມີ ທ່ານປະທານາທິບໍດີ ບາຣັກ ໂອບາມາ ເປັນຜູ້ໃຫ້ກຽດກ່າວ ຄຳປະຖະກະຖາ, ນ້ອງໃດ້ມີໂອກາດໄດ້ເຂົ້າຮັບຟັງ ແລະເປັນກຽດຈັບມືທັກທາຍນຳເພິ່ນ. ຈາກການເຝິກອົບຮົມໄລຍະສັ້ນ ນ້ອງພອ້ມດວ້ຍໜູ່ຮວ່ມກຸ່ມອີກ4 ຄົນຈາກປະເທດອາຊຽນ ສາມາດຍາດເອົາລາງວັນທີ່ໜຶ່ງໃນການຄິດຄົ້ນແບບການພັດທະນະດີເດັ່ນໃນດ້ານການສົ່ງເສີມເສດຖະກິດທ້ອງຖິ່ນ. ຫຼັງຈາກນັ້ນ ນ້ອງກໍໄດ້ຮັບທຶນການສຶກສາລະດັບປະລິນຍາຕີ ໂດຍລັດຖະບານຮົງກາລີເພື່ອໄປສຶກສາຕໍ່ທີ່ ທະວີບເອີຣົບ. ໃນຊວ່ງທີ່ນ້ອງສຶກສາຢູ່ທີ່ປະເທດຮົງກາລີ ນ້ອງກໍໃດ້ມີໂອກາເປັນຕົວແທນນັກຮງນ ແລະ ຊາວໜຸ່ມລາວເຂົ້າຮວ່ມຫຼາກຫຼາຍກອງປະຊຸມ ແລະ ກິດຈະກຳແລກປ່ຽນຄວາມຮູ້ຄວາມສາມາດ ແລະ ຄວາມຄິດເຫັນໃນຫຼາຍໆ ຫົວຂໍ້ບັນຫາ ບໍ່ວ່າຈະເປັນ ໃນເລື່ອງບັນຫາກ່ຽວກັບຜູ້ອົບພະຍົບ ແລະ ສິດທິມະນຸດ, ພົ້ນເດັ່ນທີ່ສຸດໃນນັ້ນແມ່ນນ້ອງໃດ້ເປັນຕົວແທນນັກຮຽນລາວຄົນທຳອິດທີ່ເຂົ້າຮວ່ມການແລກປ່ຽນ ແລະ ສົນທະນາບັນຫາຄວາມເທົ່າທຽມຂອງສັງຄົມ ຈັດຂຶ້ນໂດຍໂຄງການນັກຮຽນນານາຊາດທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງແມ່ນປະເທດນໍເວຍເປັນເຈົ້າພາບ.

 

ຂວັນໃຈ: ປັດຈຸບັນມີເຮັດວຽກປະຈຳຢູ່ໃສ? ສ່ວນຕົວເປັນຄົນມີບຸກຂະລິກແນວໃດ

ອອນ: ປະຈຸບັນນີ້ນ້ອງຫາແຕ່ຮຽນຈົບ ນ້ອງກໍາລັງສະໝັກເຂົ້າເຮັດວຽກກັບອົງການສາກົນ ແລະຫວັງວ່າຈະໃດ້ຍິນຂ່າວຕອບຮັບໃນໄວໆນີ້… ໂດຍສ່ວນຕົວແລ້ວນ້ອງເປັນຄົນເບິ່ງໂລກໃນດ້ານດີ, ເປັນຄົນກົງໄປກົງມາ, ຕະຫຼົກເຮຮາ, ມັກເຂົ້າສັງຄົມໂອ້ລົມແລກປ່ຽນທັດສະນະຄະຕິກັບໝູ່ເພື່ອນ ເພາະນ້ອງຄິດວ່າຍິ່ງການທີ່ເຮົາໃດ້ໂອ້ລົມກັບຄົນຫຼາຍຍິ່ງເຮັກໃຫ້ເຮົາໄດ້ດ້ຮຽນຮູ້ ແລະ ຂະຫຍາຍທັດທະນະຄະຕິເຮົາໃຫ້ກວ້າງຂຶ້ນສໍ່ານັ້ນ ໂດຍສະເພາະແມ່ນການໂອ້ລົມກັບຜູ້ທີ່ມີທັດສະນະຄະຕິທີ່ແຕກຕ່າງຈາກເຮົາ

ຂວັນໃຈ: ເຫັນມີຄົນຈັບຕາເບິ່ງຫຼາຍເລີຍ  ຖືວ່ານ້ອງກໍເປັນອີກຄົນໜຶ່ງທີ່ພິເສດເລີຍໃດໃນການປະກວດ ມີຄວາມຮູ້ສຶກແນວໃດ? ຄາດຫວັງຊໍ່າໃດກັບການປະກວດເທື່ອນີ້?

ອອນ: ນ້ອງຮູ້ສຶກຕຶ້ນຕັນຈິດໃຈຫລາຍທີ່ມີຄົນໃຫ້ກຳລັງໃຈໃນຫຼາຍໆດ້ານ ຈາກຫຼາຍໆພາກສວ່ນ. ການເຂົ້າມາເປັນສ່ວນຫນຶ່ງຂອງ ກອງປະກວດ Miss Universe Laos ນີ້ກໍເປັນອືກສິ່ງໜື່ງທີ່ທ້າທາຍຄວາມສາມາດ ແລະ ຄຸນນະສົມບັດ ອີກຢ່າງໜຶ່ງທີ່ທ້າທາຍແຕກຕ່າງອອກໄປ, ນ້ອງກໍຄາດຫວັງວ່າຈະເຮັດສຸດຄວາມສາມາດ ແລະ ພິສູດເຖິງຄວາມຕັ້ງໃຈໃນການເອົາຊະນະໂຕເອງ. ໃນສຸດທ້າຍແລ້ວຄຳວ່າແພ້ ຫຼືຊະນະກໍບໍສຳຄັນເທົ່າ ປະສົບການ ແລະມິດຕະພາບດີໆຈາກຫມູ່ເພື່ອນສາວງາມໃນກອງປະກວດ ແລະ ການໃດ້ເຮັດສຸດຄວາມສາມາດທີ່ເຮົາມີ

ຂວັນໃຈ: ຕໍ່ຈາກນີ້ມີວາງແຜນຫຍັງໃນຊີວິດແດ່

ອອນ: ຕອນນີ້ແມ່ນນ້ອງຢາກມີປະສົບການເຮັດວຽກກອ່ນ ແລ້ວຈິ່ງວາງແຜນຮຽນຕໍ່ປະລິນຍາໂທ. ນ້ອງຢາກ ເຮັດຄວາມເຂົ້າໃຈໃນປະສົບການໂຕຈິງ ກັບສິ່ງທີ່ຈະຮງນໃນອານາຄົດໃຫ້ລະອຽດດີຕື່ມເພື່ອກຽມຄວາມພອ້ມໃນອານາຄົດ

ຂວັນໃຈ: ອັບເດດສະຖານະແດ່? ເປັນແນວໃດຄວາມຮັກ…(ມີແຟນແລ້ວບໍ່) ສະເປັກໜຸ່ມໆມັກຄົນແນວໃດ?

ອອນ: ເອົາແທ້ໆ ແມ່ນນ້ອງລົມກັບໃຜກໍໄດ້ ເປັນຄົນບໍ່ຄອ່ຍມັກຕີກອບເລື່ອງຄວາມຮັກ, ເພາະເຮົາບໍ່ຮູ້ວ່າມັນຈະເກີດຂຶ້ນກັບໃຜ ແລະ ເວລາໃດ. ປ່ອຍໃຫ້ເປັນທຳມະຊາດ ແຕ່ເບິ່ງຄວາມເໝາະສົມຫຼາຍກວ່າ

ຂວັນໃຈ: ຝາກທ້າຍແດ່… (ຢາກຝາກຫຍັງເປັນພິເສດບໍ່) ແຟນໆສາມາດຕິດຕາມນ້ອງໄດ້ຊ່ອງທາງໃດແດ່???

ອອນ: ສຸດທ້າຍນີ້ແມ່ນນ້ອງຢາກຂອບໃຈທຸກໆຄົນທີ່ເປັນກຳລັງໃຈໃຫ້ນ້ອງ ບໍ່ວ່າຈະເປັນໝູ່ຄູ່,ຄອບຄົວ, ກອງປະກວດ Miss Universe Laos ເອງ ແລະ ອ້າຍ, ເອື້ອຍ, ນ້ອງ ພ້ອມທັງຄູບາອາຈານທຸກຄົນ ທີ່ໃຫ້ຄຳເແນະນຳ ແລະ ເປັນກຳລັງໃຈດີໆໃຫ້. ຢາກໃຫ້ທຸກຮູ້ວ່າຖ້ານ້ອງປະສົບຜົນສຳເລັດ ທຸກໆຄົນແມ່ນມີບົດບາດໃນຄວາມສຳເລັດນັ້ນເຊັ່ນດຽວກັນ. ນ້ອງຢາກຝາກເປັນກຳລັງໃຈໃຫ້ທຸກໆຄົນຜູ້ທີ່ມີຄວາມຝັນ ຫຼື ຄວາມຫວັງທີ່ຈະເຮັດສິ່ງໃດໜຶ່ງບໍ່ວ່າຈະເປັນເລື່ອງການຮຽນ, ວຽກງານ ຫຼື ການຄ້າຂາຍ, ໃຫ້ຕັ້ງໜ້າສູ້ຕໍ່ໄປ. ບໍ່ມີສິ່ງໃດທີ່ເກີນໄປກວ່າຄວາມອົດທົນ ແລະ ຄວາມຕັ້ງໃຈຂອງເຮົາ. ຖ້າເຮົາບໍ່ເຄຍຮູ້ລົດຊາດຂອງຄວາມຜິດຫວັງ ເຮົາກໍຄົງຈະບໍ່ມີວັນໃດ້ຮູ້ວ່າການປະສົບຜົນສຳເລັດດວ້ຍເຫື່ອແຮງຂອງຕົວເຮົາເອງນັ້ນຄຸ້ມຄ່າພຽງໃດ ແຟນໆ ສາມາດຕິດຕາມນ້ອງໄດ້ທີ່ Facebook ແລະ Instagram ຂອງນ້ອງໄດດ້ທີ່ On-anong Homsombath ແລະ onanong_homsombath.

ຂໍຂອບໃຈສຳລັບຮູບພາບ

ແບ່ງປັນ