Breaking News

ນີ້ແຫຼະ! ສາວນ້ອຍຮ້ອຍລ້ານຕົວຈິງ!!!​ ມາຮູ້ຈັກກັບ! ເທັກນິກ ແລະ ວິທີການ ສໍາລັບການສ້າງ Brand ແລະ ຂາຍເຄື່ອງ Online ຈາກ 3 ສາວ…

ແບ່ງປັນ

ຄໍລໍາ: Specail Scoop

ພົບກັບ 3 ສາວ ທີ່ສ້າງລາຍໄດ້ມະຫາສານ ຈາກການຂາຍເຄື່ອງ Online

ປັດຈຸບັນຖືວ່າເປັນຍຸກທີ່ສື່ Online ແພ່ລະບາດຢ່າງໜັກ ທຸກຄົນຕິດມັນແບບປະຕິເສດບໍ່ໄດ້ ເພາະມັນຊ່າງສະດວກ, ສະບາຍ ແລະ ງ່າຍໃນການຊອກຮູ້ສິ່ງຕ່າງໆເຫຼືອເກີນ ຢາກຮູ້ຫຍັງ, ຢາກໄດ້ຫຍັງ ກໍສາມາດຊອກຫາ ແລະ ສັ່ງຊື້ໄດ້ເລີຍແບບງ່າຍ ແຖມບາງຢ່າງຍັງສົ່ງຮອດເຮືອນທັນທີທີ່ສັ່ງ ກໍ່ແບບນີ້ແຫຼະ! ຄວາມສະດວກສະບາຍແມ່ນໃຜກໍຕ້ອງມັກເປັນທໍາມະດາເນາະສາວໆ! ກໍຍ້ອນຄົນເຮົາມັກສະບາຍກັນຫຼາຍຂຶ້ນ ສໍາລັບຄົນທີ່ຄິດຢາກຫາລາຍໄດ້ຈາກ Online ກໍເລີຍເພີ່ມຂຶ້ນເຊັ່ນ: ການ Post ຂາຍເຄື່ອງທາງ Online ຂາຍກັນແບບງ່າຍບໍ່ຕ້ອງໄປເປີດຮ້ານໃຫ້ຕົ້ນທຶນເພີ່ມຂຶ້ນ ເຮົາກໍພົບເຫັນກັນຢູ່ທົ່ວໄປ ແຕ່ສໍາລັບ 3 ສາວ ທີ່ເຮົາຈະມານໍາສະເໜີໃນສະບັບນີ້ ພວກນາງກໍເປັນອີກໜຶ່ງແມ່ຄ້າທີ່ຂາຍເຄື່ອງໃນ Online ເຊັ່ນກັນ ແຕ່ພິເສດຄື ພວກນາງສາມາດສ້າງລາຍໄດ້ຢ່າງມະຫາສານ ຈາກການຂາຍເຄື່ອງໃນ Online ດ້ວຍການສ້າງ Brand ເປັນຂອງຕົວເອງ. ຈົນກາຍມາເປັນສາວນ້ອຍ ຮ້ອຍລ້ານແບບທຸກມື້ນີ້!!! ມາເບິ່ງກັນວ່າ 3 ສາວ ມີເຄັດລັບ ແລະ ວິທີການແນວໃດຈຶ່ງມາຢືນຢູ່ຈຸດນີ້ໄດ້

ວິລະຍາ ຫວາງ (ອາຕົງ) ອາຍຸ 23 ປີ ເຈົ້າຂອງຍີ່ຫໍ້ (Brand)  ຂົນຕາຟຣຸ້ງຟຣິ້ງ ບອກວ່າ: ທຸລະກິດໃຫຍ່ໆເລີ່ມຈາກຄວາມມັກນ້ອຍໆ

ມະໂນລາ ເວດສະພົງ (ຊັນນີ່) ອາຍຸ 24 ປີ ເຈົ້າຂອງ Brand ສະບູ Wink Whitening ບອກວ່າ: ທຸລະກິດທຸກປະເພດລ້ວນແຕ່ມີອຸປະສັກ ຂໍແຕ່ລົງມືເຮັດແລ້ວເງິນມະຫາສານຈະລໍທ່ານຢູ່ຢ່າງແນ່ນອນ

ໄພວັນ ສິລິວົງສາ (ໜິງ) ອາຍຸ 26 ປີ ເຈົ້າຂອງ Brand ສະບູນໍ້າຝົນ Shop ບອກວ່າ: ເຮັດທຸລະກິດໃຈຕ້ອງໃຫຍ່

ສໍາລັບຜູ້ທີ່ສົນໃຈ ຢາກອ່ານເຄັດລັບ ແລະ ເນື້ອໃນແບບເຕັມໆ ຈາກເຫຼົ່າສາວນ້ອຍຮ້ອຍລ້ານ ແມ່ນສາວໆສາມາດຊອກອ່ານໄດ້ ໃນວາລະສານ ຂັວນໃຈ ສະບັບເດືອນ ສິງຫາ 2017 ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

 

ແບ່ງປັນ