Breaking News

ເປັນໄປຕາມຄາດ! ສຸພາພອນ ສົມວິຈິດ (ນຸ້ຍ) ຄວ້າຕຳແໜ່ງ Miss Universe Laos ຄົນທຳອິດ!!!

ແບ່ງປັນ

ຜ່ານໄປແລ້ວໃນຄໍ່າຄືນຂອງວັນທີ 26 ສິງຫາ 2017 ສຳລັບການປະກວດ Miss Universe Laos 2017 , ສາວງາມຜູ້ທີ່ທີຄວາມເໝາະສົມ ແລະ ສາມາດຄ້ວາຕຳແໜ່ງອັນຊົງກຽດນີ້ໄປຄອງນັ້ນກໍຄື ສຸພາພອນ ສົມວິຈິດ (ນຸ້ຍ) ອາຍຸ 20 ປີ ໝາຍເລກ MUL3 ໄດ້ເປັນ Miss Universe Laos 2017 ຫຼຶ ນາງງາມຈັກກະວານລາວຄົນທຳອິດ ແລະ ຍັງຈະໄດ້ເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບສາກົນອີກດ້ວຍ.  ແລະ ຍັງບໍ່ໝົດເພາະ ນຸ້ຍ ສຸພາພອນ ຍັງຄວ້າອີກ 2 ຕຳແໜ່ງນັ້ນກໍຄື: “Miss Elegance”  ແລະ “Miss Best Personality”  ຖືວ່າເວທີນີ້ ນຸ້ຍ ສຸພາພອນ ຄວ້າໄປເຖິງ 3 ລາງວັນກັນເລີຍ!!! (ຂໍສະແດງຄວາມຍິນດີ)

ສ່ວນຕຳແໜ່ງຮອງ Miss Universe Laos ມີດັງຕໍ່ໄປນີ້: 

ຮອງອັນດັບ 1: MUL9 ອອນອານົງ ຫອມສົມບັດ (ອອນ) ອາຍຸ 22 ປີ

ຮອງອັນດັບ 2: MUL5 ວາລິສະລາ ຕັງສຸວັນ (ເມ) ອາຍຸ 27 ປີ

ຮອງອັນດັບ 3: MUL1 ສຸກສະຫວັນ ຫຼວງລາດ ອາຍຸ 23 ປີ

ຮອງອັນດັບ 4: MUL6 ມາລິຊ່າ ສີດາຈັນ (ມ່າຊ່າ) ອາຍຸ 24 ປີ

ຂໍຂອບໃຈສຳລັບຮູບພາບບາງສ່ວນຈາກ: Miss Universe Laos 

ແບ່ງປັນ