Breaking News

ມາເບິ່ງ! ຄວາມງາມຂອງ ນຸ້ຍ ສຸພາພອນ Miss Universe Laos ແລະ ມາລີຍາ ພູນເລີດລາບ Miss Universe Thailand 2017

ແບ່ງປັນ

ຊ່ວງນີ້ວົງການນາງງາມທົ່ວໂລກກຳລັງຄືກຄື້ນລວມເຖິງປະເທດລາວເຮົາກໍເຊັ່ນດຽວກັນ ເພາະຫຼ້າສຸດປະກວດກັນໄປແບບສົດໆຮ້ອນໆໃນວັນທີ 26 ສິງຫາ ທີ່ຜ່ານມາ ແລະເຮົາກໍໄດ້ຮູ້ກັນແລ້ວວ່າ ສຸພາພອນ ສົມວິຈິດ (ນຸ້ຍ) ອາຍຸ 20 ປີ ໄດ້ເປັນສາວງາມຜູ້ທີ່ມີຄວາມເໝາະສົມສາມາດຄວ້າຕຳແໜ່ງ Miss Universe Laos 2017 ໄປໄດ້ສຳເລັດ ແລະ ກໍຈະໄດ້ເປັນຕົວແທນປະເທດລາວໄປປະກວດໃນ ປະເທດ ອາເມລິກາ ອີກດ້ວຍ.

ໃນມື້ນີ້ ຊະນີIndy ກໍມີແນວງາມໆ ງາມຫູ ງາມຕາ ມາຝາກແຟນໆທຸກຄົນ ແນ່ນອນວ່ານອກຈາກ ນຸ້ຍ ສຸພາພອນ ແລ້ວ ຍັງມີອີກໜຶ່ງສາວງາມຈາກປະເທດເພື່ອນບ້ານເຈົ້າຂອງຕຳແໜ່ງ Miss Universe Thalland 2017 ນັ້ນກໍຄື ມາລີຍາ ພູນເລີດລາບ ລອງມາຮູ້ຈັກກັບສອງສາວນີ້ກັນເລີຍ!!!

  • ສຸພາພອນ ສົມວິຈິດ (ນຸ້ຍ) ອາຍຸ 20 ປີ, ລວງສູງ 178 ຊັງຕີແມັດ, Miss Universe Laos 2017

ປັດຈຸບັນກຳລັງສຶກສາຢູ່ທີ່ ວິທະຍາໄລ ຄອມເຊັນເຕີ້   ສາຂາບໍລິການທຸລະກິດ, ຜົນງານໃນໄລຍະທີ່ຜ່ານມາແມ່ນມາຈາກການປະກວດ ນາງສາວນະຄອນຫຼວງປີ 2016 ໄດ້ຕຳແໜ່ງ ຮອງນາງສາວນະຄອນຫຼວງ ຫຼື ເອີ້ນວ່າ ຮອງອັນດັບໜຶ່ງ, ຕໍ່ມາມີວຽກດ້ານການຖ່າຍແບບ-ເດີນແບບຕາມວາລະສານ (ວາລະສານ ຂວັນໃຈ ກໍເຄີຍຂື້ນປົກມາແລ້ວ) ແລະ ຕາມງານເດີນແບບຕ່າງໆ, ນອກຈາກນັ້ນ ນຸ້ຍ ສຸພາພອນ ຍັງມີຜົນງານຖ່າຍແບບທີ່ໂດດເດັ່ນໃນປະເທດໄທ ແລະ ຜົນງານເດີນແບບຫຼາຍງານທີ່ເດັ່ນໃນປະເທດລາວ ຈຶ່ງເຮັດໃຫ້ນ້ອງ ນຸ້ຍ ສຸພາພອນ ໄດ້ມີລາຍຊື່ຮັບລາງວັນ ບຸກຄົນສຳຄັນແຫ່ງປີ 2017 (World Top Award 2017)  ທີ່ປະເທດໄທຈົນເຮັດໃຫ້ມີກະແສດັງໄປທົ່ວໂລກອອນລາຍໃນຊ່ວງຕົ້ນປີ 2017ທີ່ຜ່ານມາ, ຫຼ້າສຸດມີສະແດງເອັມວີເພງ “ກັບໄປສາ” ຂອງວົງ ແບັກອາຍ ເຊິ່ງເປັນເພງທີ່ກຳລັງເປັນກະແສ ແລະ ປັດຈຸບັນເປັນ Miss Universe Laos 2017.

 

  • ມາລີຍາ ພູນເລີດລາບ (ມາເລຍ) ອາຍຸ 25 ປີ, ລວງສູງ 184 ຊັງຕີແມັດ, Miss Universe Thalland 2017

ມາເລຍ ມີດີກຼີເປັນເຖິງນາງແບບ ນັກຮ້ອງ ຈົບການສຶກສາໃນລະດັບປະລິນຍາໂທ ສາຂາການຕະຫຼາດ ຈາກປະເທດ ສະວີເດັນ ເປັນລູກສາວຫຼ້າ ມີອ້າຍຝາແຝດ 2 ຄົນ, ມາລີຍາ ເກີດທີ່ປະເທດໄທ ກ່ອນທີ່ຈະຍ້າຍໄປຢູ່ປະເທດ ຫວຽດນາມ ຕອນອາຍຸ 2 ປີ ເພາະພໍ່ຂອງນາງມີອາຊີບເປັນ ວິສະວະກອນຕ້ອງໄປຄວບຄຸມການກໍ່ສ້າງໂຮງງານຜະລິດໄຟຟ້າຢູ່ທີ່ນັ້ນ ກ່ອນທີ່ຈະຍ້າຍກັບມາປະເທດໄທຕອນອາຍຸ 7 ປີ ເຮັດໃຫ້ປັດຈຸບັນສາວງາມຄົນນີ້ມີຄວາມສາມາດເວົ້າໄດ້ຫຼາຍພາສາເຊັ່ນ: ພາສາໄທ, ອັງກິດ, ສະວີເດັນ, ຈີນກາງ ແລະ ພາສາ ຫວຽດນາມ.

ຂໍຂອບໃຈສຳລັບຮູບພາບ: Miss Universe Laos ມີສຢູນີເວີຣສ ລາວ , S’nuiz Souphaphone ,

https://women.kapook.com/view176314.html

ແບ່ງປັນ