Breaking News

ວິທີເລືອກຊື້ ແລະ ໃຊ້ເຄື່ອງສໍາອາງຢ່າງປອດໄພ

ແບ່ງປັນ

ວິທີເລືອກຊື້ ແລະ ໃຊ້ເຄື່ອງສໍາອາງຢ່າງປອດໄພ

ການເລືອກຊື້ເຄື່ອງສໍາອາງເປັນວິທີດີທີ່ສຸດ ແລະ ໃຊ້ຢ່າງປອດໄພ ຖ້າຫາກສາວໆທ່ານໃດທີ່ເຄີຍຊື້ເຄື່ອງສໍາອາງໂດຍທີ່ບໍ່ເລືອກ, ບໍ່ສັງເກດໃຫ້ດີລະວັງມັນຈະເປັນອັນຕະລາຍໄດ້ ດັ່ງນັ້ນ ມື້ນີ້ວາລະສານ ຂັວນໃຈ ມີວີທີໃນເລືອກຊື້ເຄື່ອງສໍາອາງແນວໃດ ແລະ ໃຊ້ແນວໃດໃຫ້ປອດໄພມາແນະນໍາດັ່ງນີ້:

the-best-cosmetic-brands-u1

  • ຄວນເລືອກຊື້ເຄື່ອງສໍາອາງຕາມຄວາມເໝາະສົມກັບຕົນເອງ ຢ່າຊື້ຕາມຄົນອື່ນ ຫຼື ຊື້ຍ້ອນໝູ່ແນະນໍາ ເພາະໝູ່ໃຊ້ແລ້ວບໍ່ແພ້ແຕ່ເຮົາອາດໃຊ້ແລ້ວສິວຂຶ້ນເຕັມໜ້າກໍ່ໄດ້.
  • ເລືອກຊື້ເຄື່ອງສໍາອາງຈາກຮ້ານທີ່ໜ້າເຊື່ອຖື ບໍ່ຄວນຊື້ເຄື່ອງສໍາອາງແບບແບ່ງຂາຍ ຫຼື ຊື້ຍ້ອນພຽງສີງາມ ລາຄາຖືກ.
  • ເລືອກຊື້ເຄື່ອງສໍາອາງທີ່ມີປ້າຍຂໍ້ຄວາມຄົບຖ້ວນ ມີລາຍລະອຽດ, ຊື່, ຊະນິດເຄື່ອງສໍາອາງ, ຊື່ຜູ້ຜະລິດ ຫຼື ຜູ້ນໍາເຂົ້າ, ສະຖານທີ່ຜະລິດ, ວັນທີ່ຜະລິດ, ວັນໝົດອາຍຸ, ວິທີໃຊ້, ປະລິມານ, ສ່ວນປະກອບ, ຂໍ້ແນະນໍາ, ຄໍາເຕືອນ ລວມໄປເຖິງການຮັບຮອງມາດຕະຖານທີ່ຖືກຕ້ອງ.
  • ກວດເບິ່ງພາຊະນະທີ່ບັນຈຸເຄື່ອງສໍາອາງ ຕ້ອງຢູ່ໃນສະພາບສົມບູນ, ບໍ່ຈີກຂາດ ຫຼື ແຕກເພາະອາດມີສິ່ງເປິະເປື້ອນໄດ້.
  • ບໍ່ຄວນຊື້ເຄື່ອງສໍາອາງເທື່ອລະຫຼາຍໆ ເພື່ອເກັບໄວ້ໃຊ້ດົນໆ ເພາະອາດຈະໝົດອາຍຸກ່ອນກໍ່ໄດ້.
  • ຖ້າເຄື່ອງສໍາອາງນັ້ນມີສ່ວນປະກອບຂອງນໍ້າຫອມ ຫຼື ສານກັນບູດ ອາດເຮັດໃຫ້ອາການແພ້ໄດ້ ຄວນມີການທົດລອງກັບຜິວໜັງກ່ອນເຊັ່ນ: ກ້ອງແຂນ ຫຼື ຫຼັງໃບຫູ.
  • ບໍ່ຄວນເກັບເຄື່ອງສໍາອາງໄວ້ເກີນ 2 ປີ ແລະ ຄວນໄວ້ໃນບ່ອນເຢັນ ຈະເຮັດໃຫ້ເກັບໄວ້ໄດ້ດົນ ຍ້ອນອຸນຫະພູມບ້ານເຮົາສູງກວ່າຕ່າງປະເທດ ອາດມີການແຍກຊັ້ນຂອງນໍ້າ ແລະ ນໍ້າມັນ ແລະ ອາດມີກິ່ນໄດ້ງ່າຍ.
  • ເມື່ອໃຊ້ເຄື່ອງສໍາອາງແລ້ວຄວນສັງເກດອາການແພ້ນໍາ ຖ້າຫາກມີອາການຜິດປົກກະຕິ ຄວນຢຸດໃຊ້ທັນທີ.

ພຽງແຕ່ປະຕິບັດເທົ່ານີ້ສາວໆກໍ່ຈະມີຜິວໜ້າທີ່ສົດໃສ ແລະ ໃຊ້ເຄື່ອງສໍາອາງໄດ້ຢ່າງປອດໄພ, ບໍ່ແພ້ ແລະ ຍັງຫ່າງໄກພະຍາດມະເຮັງອີກດ້ວຍ.

ແບ່ງປັນ