Breaking News

ຢາກແນະນໍາໃຫ້ຮູ້ຈັກກັບ!!! “ລໍາພອນ ຫຼວງລາຊາ” ສະຈວດ ບ່າວລາວພຽງຄົນດຽວໃນສາຍການບິນ ກາຕາ (Qatar Airway)

ແບ່ງປັນ

ສະຈວດ ແລະ ສາວແອ ເປັນອາຊີບທີ່ຫຼາຍຄົນຢາກເປັນ ແລະ ກໍມີຫຼາຍຄົນທີ່ຝັນເປັນຈິງໄດ້ເຮັດອາຊີບທີ່ມັກ ດັ່ງທີ່ກ່ອນໜ້ານີ້ທີ່ເຮົາໄດ້ນໍາສະເໜີ ສາວລາວພຽງຄົນດຽວທີ່ເປັນສາວແອໃນສາຍການບິນ ກາຕາ (Qatar Airway) ເຊິ່ງທຸກຄົນກໍຮູ້ແລ້ວວ່າ ສາວລາວຄົນເກັ່ງຄົນນັ້ນກໍຄືສາວ ສຸມາໄລ ໂພທິສານ (ປຸ) ເຫັນວ່າຫຼາຍຄົນກໍໃຫ້ຄວາມສົນໃຈຫຼາຍ. ມື້ນີ້ ເຮົາກໍເລີຍຢາກຈະມາແນະນໍາໃຫ້ຮູ້ຈັກກັບບ່າວລາວພຽງຄົນດຽວໃນສາຍການບິນດຽວກັນນີ້ ນັ້ນກໍຄືບ່າວຄົນນີ້ “ລໍາພອນ ຫຼວງລາຊາ” ສະຈວດທີ່ເປັນບ່າວລາວພຽງຄົນດຽວໃນສາຍການບິນ ກາຕາ (Qatar Airway) ສາຍການບິນລະດັບ 5 ດາວ ເຊື່ອວ່າຫຼາຍຄົນທີ່ໄດ້ອ່ານບົດຄວາມແນະນໍາ ສາວປຸ ແລ້ວ ຄົງຈະຮູ້ຈັກກັນໄປແລ້ວກ່ຽວກັບສາຍການບິນນີ້ ແອັດເລີຍຈະບໍ່ແນະນໍາຄືນເດີ່! ແນວໃດກໍຕາມ ກໍຂໍຊົມເຊີຍໃນຄວາມຮູ້ ແລະ ຄວາມສາມາດຂອງຄົນລາວເຮົາ ທີ່ເຮັດໃຫ້ເຫັນວ່າ ຄົນລາວເຮົາກໍເກັ່ງບໍ່ໄດ້ດ້ອຍໄປກວ່າຊາດໃດໃນໂລກ! ອ້າວ ຈະຖ້າຫຍັງກໍຕົບມືຊົມເຊີຍລະແມ໋ະ! ແຕ່ຖ້າຕົບມືຢ້ານເພິ່ນບໍ່ຮູ້ກໍກົດ Like and Share ໃຫ້ຫຼາຍຄົນໄດ້ຮູ້ ເພາະເຊື່ອວ່າໃນປະເທດເຮົາຍັງມີອີກຫຼາຍຄົນທີ່ມີທັງຄວາມເກັ່ງ ແລະ ຄວາມສາມາດ ແຕ່ຫຼາຍຄົນກໍຍັງບໍ່ກ້າສະແດງອອກ ແນວໃດກໍຂໍເປັນກໍາລັງໃຈໃຫ້ຄົນເກັ່ງໆ ໃຫ້ກ້າສະແດງອອກຫຼາຍຂຶ້ນ ເຊື່ອວ່າທຸກຄົນຕ້ອງເຮັດໄດ້ ດັ່ງໜຸ່ມໆສາວໆຫຼາຍຄົນທີ່ເຮົາເອົາມາໃຫ້ຮູ້ຈັກ ຖືວ່າ ເປັນທີ່ເອກອ້າງ ແລະ ເປັນໜ້າຕາໃຫ້ແກ່ປະເທດຊາດຂອງເຮົານັ້ນເອງ!!!

  • ຢ່າງເທ່

  • ກັບຄອບຄົວ ໜ້າຮັກຫຼາຍ

  • ກັບສາວປຸ

By: BeautyGuru

ຂໍຂອບໃຈຮູບຈາກ: Facebook: Lamphone Luanglaxa

ແບ່ງປັນ