Breaking News

ຊົມເຊີຍ!!! ລັກສະນີ ພົງພັນ (ກີ່) ສາວນ້ອຍຄົນທໍາອິດທີ່ໄດ້ຮັບ ໃບປະກາສະນີຍະບັດແດງ ຈາກສາຂາເຄມີທົ່ວໄປ ແລະ ຍັງໄດ້ທຶນໄປຮຽນຕໍ່ຕ່າງປະເທດ…

ແບ່ງປັນ

ສະບາຍດີສາວແຟນຂວັນໃຈ ໄລຍະນີ້ກໍເປັນໄລຍະທີ່ນ້ອງໆນັກສຶກສາ ໃນແຕ່ລະສະຖາບັນເລີ່ມທະຍອຍກັນຮັບໃບປະກາສະນີຍະບັດກັນແລ້ວ ສໍາລັບນ້ອງໆຄົນໃດທີ່ໄດ້ຮັບໄປແລ້ວແອັດພ້ອມດ້ວຍທີມງານກໍຂໍສະແດງຄວາມຍິນດີ ແລະ ດີໃຈກັບນ້ອງໆທີ່ປະສົບຜົນສໍາເລັດອີກຂັ້ນໜຶ່ງໄປແລ້ວ (ຂັ້ນຕໍ່ໄປຄືຊອກວຽກໃຫ້ໄດ້ 555) ແລະ ມື້ນີ້ແອັດກໍມີເລື່ອງພາກພູມໃຈທີ່ສຸດ ມານໍາສະເໜີໃຫ້ກັບແຟນໆຂວັນໃຈກໍຄືປະຊາຊົນລາວ ໃຫ້ໄດ້ຍິ້ມດ້ວຍຄວາມພາກພູມໃຈກັບເດັກນ້ອຍລາວເຮົາ ສໍາລັບເລື່ອງດີໆໃນມື້ນີ້ກໍຄື ເລື່ອງຂອງສາວນ້ອຍ ຈາກເມືອງມໍລະດົກໂລກທີ່ມີຊື່ວ່າ ລັກສະນີ ພົງພັນ (ນ້ອງກີ່) ທີ່ກໍາລັງຖືກເວົ້າເຖິງກັນທົ່ວບ້ານທົ່ວເມື່ອງໃນຕອນນີ້ ກໍຍ້ອນວ່າສາວນ້ອຍຄົນນີ້ເປັນຄົນທໍາອິດທີ່ໄດ້ຮັບປະກາສະນີຍະບັດແດງ (ກຽດນິຍົມອັນດັບໜຶ່ງ) ຂອງສາຂາວິຊາເຄມີທົ່ວໄປ. ໃນຕອນຮຽນນາງກໍເປັນຄົນໜຶ່ງທີ່ມີໂດດເດັ່ນທາງດ້ານການຮຽນ ຈົນເຮັດໃຫ້ນາງໄດ້ຮັບທຶນການສຶກສາຈາກປະເທດຍີປຸ່ນໃນລະຫວ່າງທີ່ສຶກສາຢູ່ໃນ ມຊ ນອກຈາກນັ້ນຍັງໄດ້ຖືກຄັດເລືອກໄປທັດສະນະ ແລະ ໄປແລກປ່ຽນບົດຮຽນທີ່ຕ່າງປະເທດນຳ. ແນວໃດກໍຕ້ອງຂໍຊົມເຊີຍນຳ ນາງ ລັກສະນີ ພົງພັນ ຕໍ່ກັບຄວາມດຸໝັ່ນໃນການສຶກສາຄົ້ນຄ້ວາຈົນຍາດໄດ້ປະກາສະນີຍະບັດແດງ ອ່ານແລ້ວກໍຢ່າລືມກົດ Like and Share ເພື່ອເປັນການສະແດງວ່າ ຄົນລາວເຮົາເກັ່ງ ເດັກນ້ອຍລາວກໍບໍ່ໄດ້ນ້ອຍໜ້າປະເທດ. ຍັງບໍ່ໝົດເດີ່ ລືມບອກເລື່ອງໜຶ່ງ ຄືວ່ານາງບໍ່ໄດ້ຈົບການສຶກສາແລ້ວໄດ້ໃບປະກາດແດງເທົ່ານັ້ນ ແຕ່ນາງຍັງໄດ້ຮັບທຶນການສຶກສາຈາກປະເທດຍີປຸ່ນ ເພື່ອໄປສຶກສາຕໍ່ ໃນລະດັບປະລິນຍາໂທ ສາຂາທີ່ນາງມັກອີກດ້ວຍ ແນວໃດກໍຢ່າລືມຕິດຕາມຜົນງານຂອງສາວນ້ອຍຄົນນີ້ໃນຕອນຕໍ່ໄປເດີ່…

  • ສາວນ້ອຍຄົນເກັ່ງ

  • ໃບປະກາສະນີຍະບັດແດງ ໃບທໍາອິດຂອງສາຂາເຄມີທົ່ວໄປ

  • ໄປທັດສະນະຕ່າງປະເທດ

  • ແລກປ່ຽນວັດທະນະທໍາ

  • ໜ້າຮັກຫຼາຍສາວນ້ອຍ

– ຮຽນເກັ່ງແຕ່ນ້ອຍມາ

  • ຄອບຄົວທີ່ໜ້າຮັກ

  • ຕົບມືໃຫ້ລົວໆເລີຍ…

By: BeautyGuru

ຂໍຂອບໃຈທີ່ມາ: Facebook: Kee Lacksany Phongphane

ແບ່ງປັນ