Breaking News

ແບ່ງປັນ

ໃນຕອນເຊົ້າຂອງວັນທີ 1 ກັນຍາ 2017 ຢູ່ທີ ບໍລິສັດເບຍລາວ ໄດ້ຈັດພິທີຈັບສະຫຼາກ ໂຄງການ 20 ປີ ນໍ້າດື່ມຫົວເສືອ ຄັ້ງທີ 1. ໂດຍການເປັນປະທານຂອງທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວ ຈຳກັດ, ມີບັນດາຄະນະຜູ້ບໍລິຫານ, ພະນັກງານບໍລິສັດເບຍລາວ ແລະ ສື່ມວນຊົນເຂົ້າຮ່ວມ.
ຜູ້ໂຊກດີທີ່ໄດ້ຮັບລາງວັນທີ 1 ລົດ Ford Fiesta ໄດ້ແກ່ ທ້າວ ຈອນນີ້ ສູນດາລາ ຢູ່ບ້ານ ສົມສະນຸກ, ນະຄອນຫຼວງວຽງຈັນ ຊື້ທີຮ້ານຄ້າ ນາງຝົນ. ສົ່ງທັງໝົດ 1000 ຝາ ໄດ້ 25 ຄູປ໋ອງໃນການສົ່ງຊິງໂຊກຄັ້ງນີ້.
ນອກຈາກຈັບລາງວັນໃຫຍ່ລົດ Ford Fiesta ນີ້ແລ້ວ ຍັງໄດ້ຈັບລາງວັນ ຈີ້ສາຍຄໍຄຳ ໜັກ 2 ສະຫຼຶງ ຈຳນວນ 20 ລາງວັນ.
ສຳລັບໂຄງການດັ່ງກ່າວ ຈັດຂຶ້ນກໍເພື່ອເປັນການສະເຫຼີມສະຫຼອງ ແລະ ຄືນກຳໄລໃຫ້ກັບລູກຄ້າ ທີ່ໄດ້ບໍລິໂພກນໍ້າດື່ມຫົວເສືອມາເປັນເວລາ 20 ປີ. ເຊິ່ງໄດ້ເລີ່ມກິດຈະກຳໃຫ້ສະສົມແລກຂອງຂວັນລາງວັນຕັ້ງແຕ່ວັນທີ 15 ກໍລະກົດ 2017 ເປັນຕົ້ນມາ ເຊິ່ງກໍມີຜູ້ໃຫ້ຄວາມສົນໃຈສະສົມມາຊິງລາງວັນຫຼາຍຮ້ອຍໃບ.
ການຈັບສະຫຼາກເພື່ອລຸ້ນໂຊກກັບນໍ້າດື່ມຫົວເສືອ ຍັງຈະມີຂຶ້ນອີກຄັ້ງ 1 ໃນວັນທີ 3 ພະຈິກ 2017 ລຸ້ນຮັບລົດ Ford Fiesta ອີກ 1 ຄັນ ແລະ ນອກຈາກນີ້, ຍັງຈະໄດ້ມີການຈັບສະຫຼາກ ມອບຈີ້ສາຍຄໍຄຳ 2 ສະຫຼືງ 15 ລາງວັນທຸກໆ 2 ອາທິດເທື່ອໜຶ່ງຈົນຄົບ 100 ລາງວັນ ສຳລັບຈີ້ສາຍຄໍຄຳ. (ສະນັ້ນ, ຮີບຟ້າວສະສົມຝານໍ້າດື່ມຫົວເສືອເພື່ອແລກຂອງຂວັນລາງວັນ ແລະ ຍັງມີສິດລຸ້ນຮັບລົດ ແລະ ຄຳ)
ເຊິ່ງເຮົາສາມາດຕິດຕາມລາຍຊື້ຜູ້ໂຊກດີ ແລະ ລາຍລະອຽດຂອງໂຄງການໄດ້ທີ ໜ້າເຟສບຸກ Facebook Page ຂອງນໍ້າດື່ມຫົວເສືອ ທີ່ WWW.facebook.com/tiderheadlaos

     

ແບ່ງປັນ