Breaking News

ຊີວິດຈະມີສີສັນ ແລະ ມີຄວາມສຸກຫຼາຍຂຶ້ນຖ້າຕົວເຈົ້າເອງ ຫຼືຄົນຮູ້ຈັກມີນິດໄສແບບຕົວແມ່ ມາເຊັກກັນເລີຍກັບ!!! 9 ນິດໄສທີ່ບົ່ງບອກວ່າ “ຄົນນີ້ແຫຼະ ສະຫຼາດຕົວແມ່”

ແບ່ງປັນ

ເຮົາຮັກແມ່ຍິງຕົວແມ່ທຸກຄົນ ເປັນຫຍັງນັ້ນຫວາ? ກໍເພາະວ່ານາງ Powerful ຕົວແມ່ແນວໃດລະ ໄປໃສກັບນາງ ຊີວິດແສນຈະງ່າຍ ແລະ ອອກຈະໄດ້ຮັບສິດທິພິເສດຫຼາກຫຼາຍ ບອກເລີຍວ່າຖ້າເຈົ້າມີໝູ່, ນ້ອງ, ແຟນ, ຫົວໜ້າ ຫຼືຄົນໃນຄອບຄົວເຂົ້າຂ່າຍ 9 ນິດໄສທີ່ ຂັວນໃຈ ຈະມານໍາສະເໜີຕໍ່ໄປນີ້ ຂໍໃຫ້ຮັກສາມິດຕະພາບກັບນາງໄວ້ໃຫ້ໝັ້ນ ຖ້າຂາດນາງໄປເຈົ້າຈະຂາດຊີວິດຊີວາໃນຊີວິດໄປເລີຍ

  1. ບໍ່ມີດອກທີ່ນາງຈະຈົກເງິນໃບ 5000 ກີບໃຫ້ Tip ພະນັກງານເສີບ: Concept ເລື່ອງໃຫ້ Tip ຂອງສາວຕົວແມ່ເລີຍຄື: Tip ໜັກ Tip ຂັ້ນເທບ ນາງຈະບໍ່ຄິດແຄ່ມື້ນີ້ ແຕ່ຄິດເຜື່ອໄວ້ເລີຍວ່າ ຖ້າມື້ນີ້ນາງໃຫ້ Tip ພະນັກງານເສີບໄປ 100.000 ກີບ ມື້ໜ້າຖ້ານາງມາບ່ອນນີ້ກັບໝູ່ອີກ ລາວຕ້ອງຈື່ເຮົາໄດ້ແນ່ນອນ! ແລະ ນາງກໍຈະໄດ້ໂຕະທີ່ດີທີ່ສຸດ ລວມເຖິງບໍລິການທີ່ດີທີ່ສຸດຢ່າງແນ່ນອນ.

2. ບໍ່ມີຫຍັງເປັນໄປບໍ່ໄດ້: ສໍາລັບສາວຕົວແມ່ແລ້ວ ທຸກສິ່ງເປັນໄປໄດ້ໝົດແນ່ນອນ ນາງໆຫຼາຍໆຄົນຫັກສໍຂຽນອອກເປັນ 2 ກ້ານ ດ້ວຍເຈ້ຍໃບດຽວມາແລ້ວ ນາງຈະເຊື່ອເລື່ອງພະລັງຈິດທີ່ເໜືອກວ່າທຸກສິ່ງຫຼາຍ ນາງບອກເຮົາວ່າ ຕ້ອງຕັ້ງຈິດໃຫ້ເໜືອກວ່າຢູ່ສະເໝີ ໃຫ້ຄິດວ່າທຸກສິ່ງເປັນໄປໄດ້ ແລ້ວເຈົ້າຈະເຮັດມັນໄດ້ຢ່າງແນ່ນອນ

3. ຜູ້ຊາຍຄືຂະໜົມຫວານ ບໍ່ແມ່ນອາຫານຈານຫຼັກ: ມັກ Idea ຂອງສາວລະດັບ “ຕົວແມ່” ຫຼາຍ ທີ່ບອກວ່າ ພວກແມ່ຍິງທີ່ງໍ້ຜູ້ຊາຍນັ້ນ ແມ່ນກຳລັງຫຼຸດປຽບ ຫຼືເບິ່ງຂ້າມຄຸນຄ່າຂອງຕົວເອງໄປ ນາງມັກຢ້ຳກັບເຮົາວ່າ ແມ່ຍິງທຸກຄົນມີຄຸນຄ່າຫຼາຍ ບໍ່ຈໍາເປັນຕ້ອງຄິດວ່າ ຜູ້ຊາຍຄືທຸກສິ່ງ ພຽງເຮົາຕັ້ງຈິດວ່າ ຜູ້ຊາຍທີ່ບໍ່ຈິງໃຈ ຄືຂະໜົມຫວານມີໄວ້ຊິມໆແລ້ວກໍເບື່ອ ບໍ່ມີຄຸນຄ່າຕໍ່ຮ່າງກາຍຫຼາຍ ເທົ່ານີ້ ແມ່ຍິງກໍຈະບໍ່ມີມື້ເຈັບປວດເພາະຄວາມຮັກອີກເລີຍ ແລະ ເຈົ້າຈະເບິ່ງຄືສາວນ້ອຍທີ່ນັ່ງເທິງດາດຟ້າ ທີ່ມີແຕ່ຜູ້ຊາຍໝາຍປອງຢາກໄດ້

4. ເອົາໃຫ້ຈະແຈ້ງ ເກັ່ງຫຍັງກໍໄດ້ຈັກຢ່າງ: ສິ່ງທີ່ສາວໆຕົວແມ່ມີຄືກັນຄື ຄວາມຈະແຈ້ງໃນສິ່ງທີ່ນາງເປັນ ທຸກນາງຈະຕ້ອງມີຫຍັງທີ່ນາງໝັ້ນໃຈວ່າ ຂອ້ຍມີຂອງເດີ້! ແລະ ນາງຈະມຸ່ງໝັ້ນເຮັດສິ່ງນັ້ນຢ່າງໜ້ອຍເປັນ 10 ປີຕິດຕໍ່ກັນເລີຍ ເພາະນາງເຊື່ອວ່າ: ຈະເຝິກຝົນຫຍັງໃຫ້ເກັ່ງຈົນກາຍເປັນທີ່ຍອມຮັບ ຕ້ອງໃຊ້ເວລາຢ່າງໜ້ອຍແມ່ນ 10 ປີ ເຮັດສິ່ງດຽວສິ່ງນັ້ນແຫຼະໃຫ້ດີທີ່ສຸດ ແລະ ອັນໃດທີ່ຈະມາຂວາງຄວາມສະຫຼາດຂອງພວກນາງ ພວກນາງບໍ່ມີວັນຍອມເດັດຂາດ ເພາະຄະຕິຂອງນາງຄື ຢູ່ຄົນດຽວແບບເຫງົາໆ ດີກວ່າຢູ່ແບບໂງ່ໆ

5. ຮັກໝູ່ເພື່ອນເປັນທີ່ສຸດ: ສາວຕົວແມ່ມັກມີບາລະມີຈັດ ກໍເລີຍມີບໍລິວານມາຫ້ອມລ້ອມສະເໝີ ແລະ ນາງກໍບໍ່ເຄີຍຖິ້ມຄົນທີ່ຊື່ສັດ ຈິງໃຈກັບນາງ ເຂົ້າຂ່າຍນິຍາມມາເຟຍສາວ ເຂົາວັດໃຈຄົນອ້ອມຂ້າງດ້ວຍຄວາມຈິງນີ້ແຫຼະ ເວົ້າແທ້, ເຮັດແທ້, ຖ້າຫັນໄປໃຜຍັງຢູ່ທາງຂ້າງ ຕອນນີ້ແຫຼະນາງຈະຕອບແທນດ້ວຍເຊີໄພໃຫ້ນໍາຕາຕົກກັນໄປເລີຍລະ

6. ເວົ້າແລ້ວບໍ່ຄືນຄໍາ: ຄວາມເທ່ອີກຢ່າງຂອງສາວຕົວແມ່ຄື ເວລານາງສັນຍາຫຍັງໄວ້ກັບໃຜແລ້ວ ນາງຈະຮັກສາມັນໄວ້ໃຫ້ໝັ້ນທີ່ສຸດ ຖ້າບອກວ່າ ຈະເຮັດໃຫ້ ແປວ່າ ຈະເຮັດໃຫ້ແທ້ໆ ເອົາເປັນວ່າຖ້າເຈົ້າມີນາງຢູ່ໃນຊີວິດ ລອງເບິ່ງເດີ້ 10 ປີ ທີ່ຄົບກັບນາງ ບໍ່ມີທາງເກີນ 3 ເທື່ອທີ່ນາງປະຕິເສດເຈົ້າຢ່າງແນ່ນອນ! ແລະ ໃນທາງກົງກັນຂ້າມ ເຈົ້າເອງຖ້າສັນຍາຫຍັງໄວ້ ກໍຄວນເຮັດຕາມທີ່ເວົ້າແນ່ ເພາະນາງຈື່ໄດ້ດີເລີຍແຫຼະ ແລະ ຖ້າເຈົ້າລືມສັນຍານັ້ນຕະຫຼອດ ນາງກໍຈະ Off ເຈົ້າໄປຈາກຊີວິດຂອງນາງຄືກັນ

7. ນາງມີສະເໜ່ຄືກັບນາງພະຍາ: ສາວໆຕົວແມ່ມັກມີຫຍັງຄືກັນອີກຢ່າງໜຶ່ງກໍຄື ນາງມັກທາປາກສີແດງ ມັກຍ່າງແບບໝັ້ນໃຈ ສາຍຕາເບິ່ງໄປທາງໜ້າ ແລະ ເບິ່ງມີພະລັງ ມີສະເໜ່ດຶງດູດທັນທີທີ່ນາງເວົ້າອອກມາ ຄໍາວ່າຍາດຊີນຄືວຽກຂອງນາງເລີຍ ເຖິງຈະບໍ່ງາມເດັ່ນ ແຕ່ທຸກຄົນ ກໍຕ້ອງຫັນມາເບິ່ງນາງຈົນໝົດ ເຂົາເອີ້ນວ່າ ອໍຣ່າຈັບ ກໍອາດຈະມາຈາກຄວາມຮູ້ສຶກຂອງນາງທີ່ວ່າ ບໍ່ມີຫຍັງທີ່ເປັນໄປບໍ່ໄດ້ ແລະ ຄວາມຈິງໃຈຂອງງນາງ ທີ່ມັກຊອກຄົ້ນຫາສິ່ງດີໆໃນຕົວຂອງຜູ້ອື່ນຢູ່ສະເໝີກໍອາດຈະເປັນໄດ້

8. Brands name ເຮັດຫຍັງນາງບໍ່ໄດ້: ອີກເລື່ອງໜຶ່ງທີ່ມັກເກີດກັບແມ່ຍິງຕົວແມ່ທັງຫຼາຍກໍຄື ເຖິງຮ່າງກາຍຂອງນາງຈະບໍ່ມີເຄື່ອງແບຼນເນມເລີຍຈັກຢ່າງ ແຕ່ນາງກໍຍັງຊົງພະລັງ ໜ້າດຶງດູດຢູ່ດີ ຫຼືຖ້າເປັນແບຼນເນມ ຈະແພງຂະໜາດໃດ ແຕ່ລັດສະໝີຂອງນາງກໍໄດ້ແຜ່ອອກໄປຈົນຖົມແບຼນເນມໄປໝົດແລ້ວ ພຽງແຕ່ງລຽບໆ ກັບແວວຕາອັນແສນສະຫຼາດຂອງນາງ ກໍເຮັດໃຫ້ໃຜໆກໍຕ້ອງຄິດໃນໃຈແລ້ວວ່າ ແມ່ຍິງຄົນນີ້ແມ່ນໃຜ ນີ້ແຫຼະຄືຄວາມເລີດຂອງນາງ

9. ນາງມີເມດຕາຢ່າງຮຸນແຮງ: ໃຜຈະວ່າສາວຕົວແມ່ຮ້າຍແນວໃດກໍຕາມ ໃນສ່ວນເລິກໆຂອງຈິດໃຈນາງ ທີ່ຄົນໃກ້ຊິດຜູ້ໂຊກດີເທົ່ານັ້ນທີ່ຈະໄດ້ສໍາຜັດຄື ນາງເປັນຜູ້ມີເມດຕາຫຼາຍໆ ນາງມັກຈະເຮັດເລື່ອງທີ່ຄົນອື່ນບໍ່ເຮັດເຊັ່ນ ຈອດລົດອຸ້ມເອົາໝາທີ່ຖືກລົດຕໍາຂຶ້ນລົດ ແບບບໍ່ຢ້ານສິ່ງໃດ

ໝາຍເຫດ: ຄຳວ່າ “ຕົວແມ່” ເປັນຄໍາສັບທີ່ໝາຍເຖິງ ແມ່ຍິງທີ່ເໜືອຊັ້ນ ເກັ່ງ ສະຫຼາດ ເຮັດຫຍັງກໍມັກຈະດີກວ່າຄົນອື່ນ ມີຄວາມໂດດເດັ່ນ ຫຼືໄດ້ປຽບ ຫຼືຫາກເຮັດແລ້ວ ເປັນຕົ້ນສະບັບໃຫ້ຄົນອື່ນເຮັດຕາມ

ແບ່ງປັນ