Breaking News

5 ເຄັດລັບເພື່ອຜິວພັນທີ່ງາມໃນລະດູໜາວ

ແບ່ງປັນ

5 ເຄັດລັບເພື່ອຜິວພັນທີ່ງາມໃນລະດູໜາວ

ໃກ້ຈະຮອດລະດູໜາວແລ້ວ ການເບິ່ງແຍງຜິວພັນຂອງສາວໆຖືວ່າເປັນເລື່ອງທີ່ສຳຄັນທີ່ສຸດ ເພາະແຕ່ລະຄົນອາດຈະມີສະພາບຜິວທີ່ແຕກຕ່າງກັນ ແຕ່ສ່ວນຫຼາຍພໍຮອດລະດູໜາວຈະເຮັດໃຫ້ຜິວພັນຂອງສາວໆແຫ້ງ ແລະ ແຕກເປັນຂຸຍ, ດັ່ງນັ້ນໃນມື້ນີ້ເວັບໄຊ້ ວາລະສານ ຂັວນໃຈ ຈຶ່ງບໍ່ລໍຖ້າທີ່ຈະນຳເອົາເຄັດລັບການເບິ່ງແຍງຜິວເພື່ອໃຫ້ມີສຸຂະພາບດີໃນຊ່ວງລະດູໜາວມາຝາກທຸກໆຄົນ ມາເບິ່ງກັນເລີຍ:

  1. ສູດໜ້ານຸ້ມ.

ສໍາລັບສາວໆທີ່ມັກມາສ໌ໜ້າດ້ວຍຜະລິດຕະພັນຈາກທໍາມະຊາດ ໃນຊ່ວງລະດູໜາວນີ້ແນະນໍາໃຫ້ໃຊ້ ນົມສົດ 1/2 ບ່ວງກາເຟ, ນໍ້າເຜິ້ງ 1/2 ບ່ວງກາເຟ ນໍາມາປະສົມໃຫ້ເຂົ້າກັນແລ້ວເອົາມາທາໃບໜ້າປະໄວ້ປະມານ 8-10 ນາທີຈຶ່ງລ້າງອອກດ້ວຍນໍ້າສະອາດ.

  1. ທາຄຣີມບໍາລຸງຜິວພັນ.

ຫຼັງຈາກອາບນໍ້າແລ້ວໃຫ້ເຊັດຕົນໂຕແບບໃຫ້ຜິວພັນປຽກໝາດໆແລ້ວທາຄຣີມບໍາລຸງຜິວພັນເລີຍ ບໍ່ຄວນເຊັດໃຫ້ແຫ້ງຈົນເກີນໄປ ວິທີນີ້ຈະເຮັດໃຫ້ມອຍສ໌ເຈີໄຣເຊີຊ່ວຍທ້ອນນໍ້າໃຫ້ໄດ້ຫຼາຍຂຶ້ນ ແລະ ໃຫ້ເນັ້ນທາຄຣີມທີ່ບໍລິເວນຂາທັງໝົດ ເພາະເປັນພາກສ່ວນທີ່ແຫ້ງໄດ້ງ່າຍ.

  1. ເຄັດລັບເບິ່ງແຍງຜິວໜ້າໃນລະດູໜາວ.

ລ້າງໜ້າດ້ວຍນໍ້າເຢັນດີກວ່ານໍ້າອຸ່ນ ເພາະຖ້າໃຊ້ນໍ້າອຸ່ນລ້າງໜ້າກໍຈະແຫ້ງ ແລະ ຄັນຄາຍຫຼາຍຂຶ້ນ.

  1. ດື່ມນໍ້າອຸ່ນປະສົມໝາກນາວ.

ດື່ມນໍ້າອຸ່ນປະສົມໝາກນາວຈະຊ່ວຍໃຫ້ຮ່າງກາຍຟອກເລືອດໄດ້ໄວຂຶ້ນ ກໍາຈັດສິ່ງເສດເຫຼືອພາຍໃນຮ່າງກາຍໄປໃນຕົວ ເຊິ່ງມັນຈະຊ່ວຍໃຫ້ຜິວພັນຂາວໄສຫຼາຍຂຶ້ນ.

  1. ກິນໃຫ້ຜິວພັນງາມ.

ກິນໝາກອະໂວຄາໂດອາທິດລະເທື່ອ ກົດໄຂມັນຂອງໝາກອາໂວຄາໂດຈະຊ່ວຍໃຫ້ຜິວພັນງາມ.

 

ແບ່ງປັນ