Breaking News

ເມື່ອຄວາມຮັກໝົດອາຍຸ ແມ່ຍິງອາດກາຍເປັນ “ເຫຍື່ອ” ຄວາມຮຸນແຮງໂດຍບໍ່ຮູ້ຕົວ!

ແບ່ງປັນ

 “ຄວາມຮຸນແຮງຕໍ່ຈິດໃຈ ແມ່ນການກະທຳ, ການເມີນເສຍ ຫຼື ລະເລີຍ ທີ່ເຮັດໃຫ້ເກີດຜົນກະທົບຕໍ່ຈິດໃຈ ຂອງແມ່ຍິງແລະເດັກນ້ອຍ ເປັນຕົ້ນການມີເມຍຫຼາຍຄົນ, ການໝິ່ນປະໝາດ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການປະຈານ, ການບໍ່ໃຫ້ຄວາມສຳຄັນ, ການທຳມິດສະຈານ, ການປ່ອຍປະ, ການລໍາອຽງ, ການຈໍາແນກ, ການແຍກຈາກໝູ່ເພື່ອນ ຫຼື ຄອບຄົວ, ການບໍ່ໃຫ້ກຽດ, ບໍ່ນັບຖື, ການເຍາະເຍີ້ຍສຽດສີ, ການກີດກັ້ນ, ການບັງຄັບ ຫຼື ການຂົ່ມຂູ່ ຊິຶ່ງເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ, ອັບອາຍ, ຂາດຄວາມເຊື່ອໝັ້ນ, ເສຍສຸຂະພາບຈິດ, ຊືມເສົ້າ ຫຼື ຂ້າຕົວຕາຍ”

ສະບາຍດີ ສາວໆຂວັນໃຈ ມາພົບກັບຄໍລຳ In Action ກັນອີກເປັນຄັ້ງທີ 2 ແລ້ວ ຄໍລຳນີ້ຈະຊ່ວຍໃຫ້ສາວໆຂວັນໃຈເຮົາ ໄດ້ອັບເດດ (update) ຄວາມຮູ້ກ່ຽວກັບ ສິດທິ ແລະ ກົດໝາຍ ທີ່ກ່ຽວຂ້ອງກັບຊີວິດປະຈຳວັນ ແບບເຂົ້າໃຈກັນງ່າຍໆ ເພື່ອໃຫ້ສາວໆສາມາດນຳໄປໃຊ້ ແກ້ໄຂບັນຫາຕົວຈິງໄດ້ນຳອີກ  ຫົວຂໍ້ມື້ນີ້ ຈຶ່ງຫຼີກລ່ຽງບໍ່ໄດ້ ທີ່ຈະເວົ້າເຖິງ “ຄວາມຮັກ” ທີ່ໃຜໆກໍບອກວ່າ ເປັນສິ່ງທີ່ງົດງາມ ເປັນຄວາມສຸກ ຄວາມອົບອຸ່ນ ທີ່ມະນຸດທຸກຄົນປາຖະໜາ ໂດຍສະເພາະ ຄວາມຮັກແບບບ່າວສາວ ທີ່ຕອນຮັກກັນ ມັນຊ່າງຫອມຫວານ ຍິ່ງກວ່ານ້ຳເຜິ້ງພຸ້ນນ່າ…

ຢ່າລືມວ່າຄວາມຮັກມີມື້ໝົດອາຍຸ

ເຮົາເຕີບໃຫຍ່ຂຶ້ນມາກັບຄຳສັ່ງສອນ ຫຼືມັກໄດ້ຍິນມາສະເໝີວ່າ ຖ້າຮັກກັນ ຕ້ອງຮັກດຽວໃຈດຽວ ຮັກຕະຫຼອດໄປ ແມ່ນແລ້ວ ຄວາມຮັກທີ່ຍືນຍາວ ຄົງທົນຖາວອນ ເປັນສິ່ງທີ່ປະເສີດສູງສົ່ງ ປຽບໄດ້ດັ່ງຄວາມຮັກຈາກຄົນໃນຄອບຄົວ ຈາກພໍ່ແມ່ ອ້າຍເອື້ອຍນ້ອງ ທີ່ບໍ່ວ່າຜ່ານໄປດົນປານໃດ ກໍບໍ່ປ່ຽນແປງ .. ແຕ່ສໍາລັບຄວາມຮັກແບບບ່າວສາວແລ້ວ ບອກເລີຍວ່າ ມັນອ່ອນໄຫວ ແລະບອບບາງຫຼາຍ ມັນເຄື່ອນເໜັງ ປັບປ່ຽນ ໄປຕາມປັດໄຈພາຍໃນ ແລະພາຍນອກ ທີ່ເຂົ້າມາກະທົບຢູ່ສະເໝີ ດັ່ງທີ່ພະພຸດທະເຈົ້າເພິ່ນກ່າວໄວ້ວ່າ “ຄວາມແນ່ນອນ ຄືຄວາມບໍ່ແນ່ນອນ” ຫັ້ນແຫຼະເນາະ ສະນັ້ນ ການປະຄັບປະຄອງຄວາມຮັກແບບບ່າວສາວ ຄູ່ຮັກ ຈຶ່ງຕ້ອງໃຊ້ຄວາມລະອຽດອ່ອນ ຄວາມຊື່ສັດ ຄວາມເອົາໃຈໃສ່ ແລະຮ່ວມມືຈາກທັງສອງຝ່າຍ ຈຶ່ງຈະຍືນຍົງໄດ້ .. ເຮີ້!!! (ຖອນຫາຍໃຈ) ບໍ່ແມ່ນເລື່ອງງ່າຍເລີຍ ເພາະຫາກເຮັດບໍ່ໄດ້ ຄວາມຮັກດັ່ງກ່າວກໍຈະ “ໝົດອາຍຸ” ໄປເປັນທໍາມະດາ

ແມ່ຍິງເສຍປຽບສະເໝີໃນສະໜາມແຫ່ງຄວາມຮັກ

ເມື່ອລົງສະໜາມແຫ່ງຄວາມຮັກແລ້ວ ແມ່ຍິງເຮົາມັກຈະຕົກເປັນຮອງຜູ້ຊາຍສະເໝີ ດ້ວຍຂອບວັດທະນະທຳ-ປະເພນີ ທີ່ຫ້າມແມ່ຍິງບໍ່ໃຫ້ລົ້ມເຫຼວໃນເລື່ອງຄວາມຮັກ ຫຼືອອກຈາກຄວາມສຳພັນໄດ້ງ່າຍໆ ໂດຍສະເພາະເມື່ອແຕ່ງດອງແລ້ວ ບໍ່ຊັ້ນຈະຖືກສັງຄົມ ຫຼຸດຄຸນຄ່າລົງ ໃຫ້ກາຍເປັນພຽງແມ່ຍິງມືສອງ ຫຼືແມ່ຮ້າງ ຄວາມເຊື່ອເຫຼົ່ານີ້ ຊຸກຍູ້ແມ່ຍິງໃຫ້ຕ້ອງກົ້ມໜ້າອົດທົນ ຢູ່ໃນຄວາມສຳພັນ ຫຼືຄວາມຮັກທີ່ໝົດອາຍຸ ດ້ວຍຄວາມຮັບຜິດຊອບ ໃນຖານະແຟນ ຫຼືວ່າເມຍ ແຕ່ສຳລັບຜູ້ຊາຍ ສັງຄົມບ້ານເຮົາຊ້ຳພັດໃຫ້ໂອກາດ ຫຼິ້ນແສ້ພານສາວ ເລາະຮ້ານນ້ອຍຮ້ານໃຫຍ່ ໄຟຍິບຍັບ ນອກກາຍ ແລະນອກໃຈໄດ້ທຸກເວລາ !!

ຄວາມຮຸນແຮງຕໍ່ຈິດໃຈ ແມ່ນການທາລຸນ ແລະຜິດກົດໝາຍ

ແລ້ວຄວາມຮັກທີ່ໝົດອາຍຸ ມັນຜິດກົດໝາຍຂໍ້ໃດນໍໍ້? ອຸ້ຍ ມັນບໍ່ຜິດກົດໝາຍຂໍ້ໃດດອກສາວໆເອີ້ຍ ແຕ່ບັງເອີນວ່າ ພຶດຕິກຳຂອງແຟນ ຫຼືຜົວ ທີ່ໝົດຮັກເຮົາແລ້ວ ແຕ່ຍັງບໍ່ໄດ້ເລີກ ຫຼືປະຮ້າງກັນນິຕີ້ ສ່ວນໃຫຍ່ ມັກຈະເຂົ້າຂ່າຍການທາລຸນຈິດໃຈ ຫຼືການໃຊ້ຄວາມຮຸນແຮງຕໍ່ຈິດໃຈ ເຊິ່ງຂັດຕໍ່ກົດໝາຍບ້ານເມືອງ ດັ່ງບັນດາພຶດຕິກຳ ທີ່ໄດ້ຖືກນິຍາມໄວ້ໃນ ມາດຕາ14 ໃນກົດໝາຍວ່າດ້ວຍ ການຕ້ານແລະສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ (ປີ 2014) ເພິ່ນວ່າ “ຄວາມຮຸນແຮງຕໍ່ຈິດໃຈ ແມ່ນການກະທຳ, ການເມີນເສຍ ຫຼື ລະເລີຍ ທີ່ເຮັດໃຫ້ເກີດຜົນກະທົບຕໍ່ຈິດໃຈ ຂອງແມ່ຍິງແລະເດັກນ້ອຍ ເປັນຕົ້ນການມີເມຍຫຼາຍຄົນ, ການໝິ່ນປະໝາດ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການປະຈານ, ການບໍ່ໃຫ້ຄວາມສຳຄັນ, ການທຳມິດສະຈານ, ການປ່ອຍປະ, ການລໍາອຽງ, ການຈໍາແນກ, ການແຍກຈາກໝູ່ເພື່ອນ ຫຼື ຄອບຄົວ, ການບໍ່ໃຫ້ກຽດ, ບໍ່ນັບຖື, ການເຍາະເຍີ້ຍສຽດສີ, ການກີດກັ້ນ, ການບັງຄັບ ຫຼື ການຂົ່ມຂູ່ ຊິຶ່ງເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ, ອັບອາຍ, ຂາດຄວາມເຊື່ອໝັ້ນ, ເສຍສຸຂະພາບຈິດ, ຊືມເສົ້າ ຫຼື ຂ້າຕົວຕາຍ”

ສະນັ້ນ ຫາກຄົນຮັກ ແຟນ ຫຼືຜົວຂອງເຮົາ ມີພຶດຕິກຳດັ່ງທີ່ໄດ້ກ່າວໃນນິຍາມຂ້າງເທິງ ອັນເປັນເຫດໃຫ້ເຮົາເສຍໃຈ ທຸກທໍລະມານຈິດໃຈ ກໍໝາຍຄວາມວ່າ ຕົວເຮົາກຳລັງຕົກຢູ່ໃນສະຖານະການ “ຄວາມຮຸນແຮງ”  (ບົດຄວາມດີໆແບບນີ້ຢ່າລືມແຊຣເກັບໄວ້ອ່ານເປັນຄວາມຮູ້ເດີ້ແຟນໆ)

ຂໍຂອບໃຈບົດຄວາມຈາກ ຄໍລຳ In Action ຈາກ ວາລະສານ ຂວັນໃຈ ສະບັບທີ 115

ແບ່ງປັນ