Breaking News

ທ່າອອກກໍາລັງກາຍຍອດຮິດ ທີ່ຫຼາຍໆຄົນເຮັດຜິດໆແຕ່ດົນ .. ທີ່ແທ້ຕ້ອງເຮັດແບບນີ້

ແບ່ງປັນ

ໜຸ່ມໆສາວໆທັງຫຼາຍທີ່ມັກອອກກໍາລັງກາຍເບິ່ງທາງນີ້ເລີຍ ເພາະທີມງານຂັວນໃຈ ໄດ້ນໍາເອົາທ່າອອກກໍາລັງກາຍຍອດຮິດ ທີ່ໜຸ່ມໆສາວໆມັກເຮັດຜິດກັນຢູ່ເລື້ອຍໆ ຄວາມຈິງແລ້ວເຮົາຕ້ອງເຮັດແນວໃດຈຶ່ງຈະຖືກຕ້ອງ ເຮົາເບິ່ງໄປພ້ອມໆກັນເລີຍ

  1. ຊິດອັບ (Sit up)

ທ່າຜິດ: ຄໍໂນ້ມໄປທາງໜ້າ ເຊິ່ງແປໄດ້ວ່າສຸມໃສ່ທີ່ການຍົກຫົວ ແລະ ລໍາຕົວສ່ວນເທິງຫຼາຍກວ່າໜ້າທ້ອງ ຄ້າຍຄືກັບວ່າບໍ່ໄດ້ອອກແຮງໃນພາກສ່ວນທີ່ຕ້ອງການ ແຖມຍັງອາດສ່ຽງຕໍ່ອາການບາດເຈັບທີ່ຄໍ ແລະ ບ່າໄຫຼ່ນຳອີກ

ທ່າທີ່ຖືກຕ້ອງ: ຍົກລໍາຕົວຂຶ້ນໂດຍອອກແຮງເກັງທີ່ກ້າມທ້ອງ ແລະ ລໍາຕົວສ່ວນເທິງຄວນຢູ່ແນວດຽວກັນກັບໜ້າທ້ອງ ເກັງກ້າມທ້ອງເລັກນ້ອຍ

  1. ດັນພື້ນ (Push-up)

ທ່າຜິດ: ເອົາໜ້າລົງໄປຈົນເກືອບຕິດພື້ນ ແຕ່ກົ້ນງໍຂຶ້ນ ແລະ ບໍ່ເກັງໜ້າທ້ອງໃດໆ ຫຼື ພຸງ ແລະກາງລໍາຕົວແນບຕິດກັບພື້ນ

ທ່າທີ່ຖືກຕ້ອງ: ຕັ້ງທ່າໃນລັກສະນະຄ້າຍນອນຂວໍ້າ (Plank) ແລ້ວອອກແຮງຍົກທັງລໍາຕົວຈົນແຂນຢຽດເຄັ່ງ ລໍາຕົວຕັ້ງແຕ່ສ່ວນບ່າໄຫຼ່ໄປເຖິງປາຍຕີນຕ້ອງຢູ່ໃນແນວດຽວກັນ

  1. ແລ່ນ (Run)

ທ່າຜິດ: ແລ່ນເອົາສົ້ນຕີນລົງເຕັມໆ ຫຼື ແລ່ນໂດຍອອກແຮງກະທົບໃສ່ສົ້ນຕີນ ເຊິ່ງອາດຈະເຮັດໃຫ້ຫົວເຂົ່າສ່ຽງຕໍ່ອາການບາດເຈັບ ພ້ອມກັບອາການເຈັບຫຼັງອາດຈະຖາມຫາ

ທ່າທີ່ຖືກຕ້ອງ: ສົ້ນຕີນຄວນຈະສໍາຜັດກັບພື້ນດິນຄ່ອຍໆ ກ່ອນທີ່ພື້ນຕີນທັງໝົດຈະຕາມລົງມາ ແລະ ເມື່ອປາຍຕີນແຕະພື້ນ ສົ້ນຕີນຈຶ່ງຈະເປີດຂຶ້ນ ປາຍຕີນກໍຈະຖີບຕົວຂຶ້ນຄ້າຍຄືກັບສະປຣິງດີດຕົວຂຶ້ນເທິງ ແລະເຄື່ອນໄຫວໄປທາງໜ້າ ໂດຍຈຸດທີ່ຕີນສໍາຜັດພື້ນຄວນຈະກົງກັບຫົວເຂົ່າ ເຊິ່ງຄວນງໍເຂົ່າໜ້ອຍໜຶ່ງ ແລະ ຕີນຄວນສໍາຜັດພື້ນຫຼັງຈາກທີ່ໄດ້ຢຽດອອກໄປທາງໜ້າ

ຮູບພາບ: google.com

ແບ່ງປັນ