Breaking News

ສຸດຍອດ! Miss Universe Laos ກຳລັງມີຄະແນນນຳປະເທດອື່ນ ມາຮ່ວມກັນໂຫວດໃຫ້ຊະນະລາງວັນ “PEOPLE’S CHOICE”

ແບ່ງປັນ

ເປັນຂ່າວດີຂອງຄົນລາວທີ່ໃນປີນີ້ມີນາງງາມຕົວແທນປະເທດລາວ ສຸພາພອນ ສົມວິຈິດ (ນຸ້ຍ)  Miss Universe Laos 2017 ທີ່ກຳລັງຈະໄດ້ໄປເປັນຕົວແທນແມ່ຍິງລາວໄປປະກວດໃນເວທີລະດັບໂລກທີ່ ປະເທດ ອາເມລິກາ ໃນໄວໆນີ້, ແລະ ຫຼ້າສຸດທາງເພສການປະກວດ “Miss Universe Predictions Fanpag” ເຊິ່ງເປັນເພສຂອງການປະກວດ Miss Universe ກໍກຳລັງເປີດໂຫວດໃຫ້ປະຊາຊົນທົ່ວໂລກໄດ້ໂຫວດໃຫ້ສາວງາມໃນຕຳແໜ່ງ “MISS UNIVERSE 2017 PEOPLE’S CHOICE” , ປັດຈຸບັນ ສຸພາພອນ ສົມວິຈິດ (ນຸ້ຍ)  Miss Universe Laos 2017  ກຳລັງມີຄະແນນໂຫວດເປັນອັນດັບ 1 ຈາກສາວງາມກວ່າ 40 ປະເທດກັນເລີຍ.

ມາຮ່ວມໂຫວດໃຫ້  ສຸພາພອນ ສົມວິຈິດ (ນຸ້ຍ)  Miss Universe Laos 2017 ໂດຍແຟນໆສາມາດເຂົ້າໄປທີ່ເພສ “Miss Universe Predictions Fanpag” ແລ້ວກົດໄລ້ ກົດແຊຣ ຮູບພາບຂອງ Miss Universe Laos ເຊິ່ງການກົດໄລ້ ແລະ ແຊຣຈະເຮັດໃຫ້ສາວງາມຈາກປະເທດລາວເຮົາມີຄະແນນສະສົມ ກົດໄລ້ 1 ເທື່ອຈະມີ 2 ຄະແນນ ແລະ ແຊຣ 1 ເທື່ອ ຈະມີ 5 ຄະແນນ ແລະ ຈະໝົດເຂດໃນການໂຫວດໃນວັນທີ 5 ຕຸລາ 2017ນີ້.

#ແຊຣໄປໃຫ້ກຳລັງໃຈນາງງາມຈາກປະເທດລາວ

ຂໍຂອບໃຈສຳລັບຮູບພາບ

ແບ່ງປັນ