Breaking News

ໂຮງແຮມຫລູຫລາໃນລາຄາທີ່ທຸກຄົນສຳຜັດໄດ້

ແບ່ງປັນ

ສະບາຍດີ ແຟນໆຂວັນໃຈທີ່ໜ້າຮັກທັງຫຼາຍ ມື້ນີ້ ທີມງານເວັບໄຊຂວັນໃຈ ມີໂຮງແຮມດີໆມາແນະນໍາໃຫ້ກັບແຟນໆຄົນໃດ ທີ່ກໍາລັງຊອກຫາໂຮງແຮມ ຫຼື ສະຖານທີ່ພັກຜ່ອນທີ່ດີໆ,ຫລູຫລາ ແຕ່ລາຄາສະບາຍສະບາຍ ໃຜໆກໍສາມາດເຂົ້າມາພັກໄດ້ ທີ່ຢູ່ໃນນະຄອນຫລວງວຽງຈັນ ພວກເຮົາແນະນໍາໂຮງແຮມນີ້ເລີຍທີ່ມີຄົບທຸກຢ່າງຕາມທີ່ລູກຄ້າຕ້ອງການເລີຍກໍວ່າໄດ້ ນັ້ນກໍຄື “ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ”


ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ມີຫ້ອງພັກ ແລະ ຫ້ອງສູດທີ່ມີອຸປະກອນ ແລະ ເຄື່ອງຕົບແຕ່ງຄົບຊຸດ ຈໍານວນ 198 ຫ້ອງ ທີ່ໄດ້ຮັບການຕົບແຕ່ງເປັນຢ່າງດີ ຊຶ່ງປະສົມປະສານອົງປະກອບພື້ນເມືອງຂອງລາວ ເຂົ້າກັບສິ່ງອໍານວຍຄວາມສະດວກສະໄໝໃໝ່ ໄດ້ຢ່າງກົມກືນ ຊ່ວຍໃຫ້ທ່ານໄດ້ຜ່ອນຄາຍ ແລະ ເຕີມພະລັງໄດ້ຢ່າງສະດວກສະບາຍໃນສະໄຕລ໌ຂອງທ່ານ ໃນຫ້ອງພັກທຸກຫ້ອງມີອິນເຕີເນັດໄຮ້ສາຍຄວາມໄວສູງສຸດໃນນະຄອນຫຼວງໄວ້ຄອຍບໍລິການ.

ພິເສດ, ທ່ານຍັງສາມາດເລືອກໝອນແບບຕ່າງໆໄດ້ເຖິງ 7ປະເພດໝອນ, ມີບໍລິການໂທປຸກໃນຍາມເຊົ້າ, ມີພື້ນທີ່ໆງຽບສະຫງົບ ແລະ ສະເປນໍ້າມັນຫອມລະເຫີຍ ເພື່ອຊ່ວຍຮັບປະກັນໃຫ້ທ່ານນອນຫຼັບສະບາຍຕະຫຼອດຄືນ. ບໍລິການດັ່ງກ່າວຖືເປັນການບໍລິການອັນເປັນເອກະລັກຂອງ ໂຮງແຮມຄຣາວພລາຊ່າ ວຽງຈັນ ກັນເລີຍ, ແຂກທີ່ເຂົ້າມາພັກໃນຫ້ອງພັກລະດັບ Executive ຈະໄດ້ຮັບການເອົາໃຈໃສ່ທີ່ພິເສດ ຢູ່ທີ່ ຫ້ອງ Club Lounge ທີ່ຫຼູຫຼາທີ່ສຸດໃນນະຄອນຫຼວງວຽງຈັນ ມາພ້ອມກັບການບໍລິການແບບເປັນສ່ວນຕົວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆທີ່ຮັບປະກັນຄວາມເພິ່ງພໍໃຈຂອງບັນດາແຂກຜູ້ທີ່ຕ້ອງການສຳຜັດກັບປະສົບການທີ່ດີທີ່ສຸດ.


ນອກຈາກນີ້ ໂຮງແຮມ ຄຣາວ ພລາຊ່າ ວຽງຈັນ ຍັງມີຫ້ອງຈັດງານຂະໜາດໃຫຍ່ທີ່ໄດ້ຮັບການອອກແບບເພື່ອຮອງຮັບຜູ້ເຂົ້າຮ່ວມງານໄດ້ເຖິງ 555 ຄົນ ໃນການຈັດງານແບບງານລ້ຽງ ຫຼື 1,012 ຄົນ ໃນການຈັດງານແບບໂຮງຮູບເງົາ. ທາງໂຮງແຮມເພິ່ນຍັງມີຫ້ອງປະຊຸມອະເນກປະສົງຈໍານວນ 6 ຫ້ອງ ໂດຍທີ່ 4 ຫ້ອງ ສາມາດທີ່ຈະລ່ວງຫາກັນໄດ້ ເພື່ອໃຫ້ມີພື້ນທີ່ໃຊ້ສອຍທີ່ກວ້າງຂຶ້ນ ເຮັດໃຫ້ສາມາດປັບປ່ຽນ ເພື່ອຕອບໂຈດທຸກຄວາມຕ້ອງການໃນການຈັດງານຂອງທ່ານ.


ເທົ່ານັ້ນຍັງບໍ່ພໍ ທ່ານຍັງສາມາດເພີດເພີນໄປກັບທາງເລືອກດ້ານອາຫານ, ເຄື່ອງດື່ມທີ່ຫຼາກຫຼາຍຕະຫຼອດວັນ ຢູ່ທີ່ຫ້ອງອາຫານ ແລະ ບາຣ໌ຂອງພວກເຮົາ ບໍ່ວ່າຈະເປັນໂຊນຫ້ອງອາຫານແບບຕະຫຼາດສົດ ຫ້ອງອາຫານ Mosaic, ອາຫານຊັ້ນເລີດຂອງອາຊີຕາເວັນອອກສ່ຽງໃຕ້ ຢູ່ທີ່ຫ້ອງອາຫານ 3 Merchants ຫຼື ອາຫານຫວ່າງແຄມສະລອຍນແບບ Infinityວິວ ເທິງຊັ້ນ3ຂອງໂຮງແຮມ. ຖ້າໃຜທີ່ກໍາລັງຊອກຫາ ໂຮງແຮມທີ່ຫລູຫລາທີ່ສຸດໃນນະຄອນຫຼວງໃນຕອນນີ້ ພາດບໍ່ໄດ້ທີ່ຈະໄປສຳພັດ ຮັບຮອງວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ


ສາມາດຫາຂໍ້ມູນເພີ່ມເຕີມໄດ້ໃນເຟສບຸກ ເພາະໂຮງແຮມ ແລະ ຮ້ານອາຫານຈະມີການຈັດໂປຣໂມຊັ່ນຢູ່ເລື້ອຍໆ.
https://www.facebook.com/crowneplazavientiane/
http://vientiane.crowneplaza.com/la

ແບ່ງປັນ