Breaking News

ມາແລ້ວ! ແອັບເປີ້ນ-ຟຸກ ຄູ່ຮັກດາລາ (ສາວລາວ ບ່າວໄທ) ປ່ອຍຮູບພາບ Pre-Wedding ສຸດໜ້າຮັກມາໃຫ້ແຟນຄລັບໄດ້ກົດໄລ້ ກົດແຊຣລົວໆ!!!

ແບ່ງປັນ

ໂອ້ຍ!!! ຢາກຈະບອກວ່າມີຄວາມອິດສາໃນຄວາມໜ້າຮັກຂອງ  ແອັບເປີ້ນ ສີສະຫງວນ ສີຫາລາດ ແລະ ຟຸກ ຈິລະ ຄູ່ຮັກດາລາສາວລາວບ່າວໄທ ທີ່ກ່ອນໜ້ານີ້ທັງສອງເພິ່ນກໍມີການເປີດເຜີຍມາແລ້ວວ່າທັງສອງຈະຈູງມືກັນເຂົ້າພິທີວິວາໃນຊ່ວງເດືອນ ພະຈິກ ທີ່ຈະມາຮອດມາເຖິງນີ້ ເພາະທັງສອງກໍຄົບຫາເບິ່ງໃຈກັນມາເປັນເວລາດົນແລ້ວ ກ່ອນໜ້ານີ້ທັງສອງກໍໄດ້ປ່ອຍຮູບພາບຊຸດທີ່ໃຊ້ໃນພິທີງານດອງໃນຊຸດລາຕີຍາວສີຂາວ ເຊື່ອວ່າແຟນໆຫຼາຍໆຄົນຄົງຈະຈື່ກັນໄດ້.

ແຕ່ຫຼ້າສຸດໃນວັນທີ 8 ກັນຍາ 2017 ແອັບເປີ້ນ ແລະ ຟຸກ ກໍໄດ້ປ່ອຍຮູບພາບ Pre-Wedding ສຸດຫວານຈົນນໍ້າຕານຍັງອາຍ ເປັນຮູບພາບເຊັດທີ່ຖ່າຍໃນຊຸດໄໝລາວ  ທີ່ແຟນຄລັບຫຼາຍຄົນຕ່າງລໍຖ້າເບິ່ງ ແລະ ແອັບເປີ້ນຍັງໄດ້ບອກແຟນໆອີກວ່າ: “ມາແລ້ວວວວ ອິອິ ຊຸດເຈົ້າສາວລາວ ຊຸດທຳອິດ ຕື່ນເຕັ້ນແລ້ວ ໄກ້ແລ້ວ ຮູບພີເວດດິ້ງໄດ້ຄົບ ແລ້ວຈະຄ່ອຍໆລົງໃຫ້ເບິ່ງ ມີຫຼາຍໆ” ຈົນມີບັນດາໝູ່ເພື່ອນ ຄົນໃນວົງການ ແລະ ບັນດາແຟນຄລັບເຂົ້າໄປໄລ້ ແຊຣ ແລະ ສະແດງຄວາມຍິນດີກັນລົວໆ!!!

#ໃຜເປັນແຟນຄລັບຄູ່ນີ້ໄລ້ແຊຣກັນລົວໆແດ່

ຂໍຂອບໃຈສຳລັບຮູບພາບ: appleminiberry , fluke_jira

ແບ່ງປັນ