Breaking News

ການມີຄວາມຮັກເປັນສິ່ງທີ່ດີ! ແຕ່ມັນຈະດີກວ່າຖ້າຮູ້ຈັກວິທີຮັກຢ່າງຖືກຕ້ອງ… ມາເບິ່ງ! ວິທີຮັກແບບແມ່ຍິງສະຫຼາດ ເຂົາຮັກແນວໃດຈຶ່ງບໍ່ Hurt !!!

ແບ່ງປັນ

ສາວໆ ອາດມີຫຼາຍຄັ້ງທີ່ເຮົາຜິດຫວັງກັບຄວາມຮັກ ຫຼືກາຍເປັນຂອງຕາຍທີ່ໄດ້ແລ້ວເຂົາກໍບໍ່ມາສົນໃຈໄຍດີອີກ ຈົນເຮັດໃຫ້ທໍ້ຈົນບໍ່ຢາກທີ່ຈະຮັກໃຜອີກແລ້ວ ແຕ່ເອົາໄປເອົາມາພໍພົບຄົນທີ່ຖືກໃຈມາຈີບເທົ່ານັ້ນແຫຼະ ກໍໃຈອ່ອນຍອມຕົກລົງທຸກເທື່ອເລີຍ ແຕ່ງານນີ້ສາວໆ ໂດຍສະເພາະຜູ້ທີ່ບໍ່ຢາກເປັນຂອງຕາຍ ຫຼືໃຫ້ໃຜມາດູຖູກວ່າບໍ່ມີຄ່າ ມາຮຽນຮູ້ວິທີ ຮັກແບບສາວສະຫຼາດລອງເບິ່ງເນາະ ຮັບຮອງຄໍາວ່າ Hurt ຈະບໍ່ກ້າມາຢຽບໃຈເຈົ້າອີກໄດ້ເລີຍ

  1. ຮູ້ວ່າ… ຕ້ອງໃຊ້ຊີວິດໃຫ້ຄຸ້ມຄ່າເມື່ອມີຄົນຮັກ: ຈົ່ງປັບປ່ຽນໃນສ່ວນທີ່ຄວນເຮັດ ເພື່ອໃຫ້ຊີວິດຄູ່ບໍ່ສະດຸດ ແຕ່ຫາກເຈົ້າປ່ຽນແປງໄປທຸກຢ່າງຈົນກາຍເປັນ ແມ່ຍິງອີກຄົນໜຶ່ງທີ່ເຂົາບໍ່ຄຸ້ນເຄີຍ ເຂົາຈະຄ່ອຍໆໝົດຄວາມສົນໃຈໃນຕົວເຈົ້າ ຖ້າເຈົ້າເບິ່ງບໍ່ເຫັນໃນຄຸນຄ່າຂອງຕົວເອງ ແລ້ວໃຜຈະເບິ່ງເຫັນຄຸນຄ່າຂອງເຈົ້າ

2. ຮູ້ວ່າ… Sex ບໍ່ແມ່ນເລື່ອງງ່າຍ: ບໍ່ວ່າເຈົ້າຈະຫຼົງສະເໜ່ເຂົາພຽງໃດ ບໍ່ວ່າຄວາມສໍາພັນຈະດໍາເນີນຕໍ່ໄປແບບໃດກໍຢ່າລືມວ່າ ຄົນແປກໜ້າ ກໍຍັງເປັນຄົນແປກໜ້າຢູ່ດີ ເຖິງປະຫວັດສ່ວນຕົວເຂົາຈະດີ ແຕ່ທີ່ແນ່ໆ ເຈົ້າບໍ່ມີໂອກາດໄດ້ຮູ້ວ່າເຂົາມີພະຍາດຕິດຕໍ່ທາງເພດສໍາພັນ ຫຼືບໍ່ ບໍ່ຈໍາເປັນທີ່ຕ້ອງມີຫຍັງກັບເຂົາຖ້າເຈົ້າຍັງບໍ່ພ້ອມໃນທຸກດ້ານ ເຮົາຮູ້ຈັກຮັກຜູ້ຊາຍໄດ້ໂດຍບໍ່ຕ້ອງມີ Sex

3. ຮູ້ວ່າ… ຜູ້ຊາຍແສນດີບໍ່ຈໍາເປັນຕ້ອງໜ້າຕາດີ: ຖ້າເຂົາຄົນນັ້ນເຮັດໃຫ້ເຈົ້າມີຄວາມສຸກ, ອົບອຸ່ນ, ຍິ້ມຫົວໄດ້, ມີຄວາມມັກທີ່ຄ້າຍໆກັນຫຼາຍຢ່າງ ແຖມເຂົາຍັງສະຫຼາດ ແຕ່ໜ້າຕາບໍ່ຄ່ອຍດີ ໃຫ້ສາວໆລອງຍ່າງເລາະສັງເກດຕາມ Super Market ເບິ່ງວ່າ ຜູ້ຊາຍທີ່ມາຊື້ເຄື່ອງກັບຄອບຄົວ ຫຼື ຫຼິ້ນກັບລູກ ຕາມສະຖານທີ່ຕ່າງໆ ຜູ້ຊາຍເຫຼົ່ານັ້ນ ໜ້າຕາອາດຈະບໍ່ດີຄືກັບນາຍແບບຕາມວາລະສານເລີຍ ແຕ່ເຂົານີ້ແຫຼະທີ່ເໝາະຈະເປັນພໍ່ຂອງລູກເຈົ້າ

4. ຮູ້ວ່າ… ຄວາມຮັກມີປະລິມານ 50-50: ສິ່ງທີ່ຄູ່ຮັກຕ້ອງການຄື ຄວາມຮັກທີ່ພົບກັນເຄິ່ງທາງ ມີການໃຫ້ ແລະ ຮັບຢ່າງສົມດຸນ ຕ່າງຝ່າຍຕ່າງເອົາໃຈໃສ່ຫ່ວງໃຍກັນ ຊ່ວຍເຫຼືອເຊິ່ງກັນແລະກັນ ມອບຄວາມຮັກໃຫ້ອີກຝ່າຍຢ່າງເທົ່າທຽມ ບໍ່ຫຼາຍເກີນໄປ ຫຼືບໍ່ໜ້ອຍເກີນໄປ

Couple taking a selfie in the city

5. ຮູ້ວ່າ… ເຈົ້າບໍ່ມີມື້ປ່ຽນແປງຜູ້ຊາຍໄດ້: ເຫດຜົນກໍຄື ເຈົ້າບໍ່ສາມາດ ແລະ ບໍ່ສົມຄວນທີ່ຈະພະຍາຍາມປ່ຽນແປງສິ່ງທີ່ເຂົາມັກ ຫຼືບໍ່ມັກ ບໍ່ມີໃຜປ່ຽນໃຜໄດ້ນອກຈາກຕົວຂອງເຂົາເອງ ເກັບພະລັງໃຈ, ກາຍ ແລະ ເວລາອັນມີຄ່າທີ່ຈະສູນເສຍ ໄວ້ໃຫ້ກັບຄົນທີ່ຕ້ອງການຄວາມສໍາພັນດີໆກັບເຮົາດີກວ່າ ຫຼືເຮັດຫຍັງກໍໄດ້ 108 ປະການທີ່ຊ່ວຍໃຫ້ຊີວິດເຈົ້າດີຂຶ້ນ ຫາກເຂົາສະແດງອາການບໍ່ໃຫ້ກຽດເຈົ້າ ເຂົາກໍບໍ່ສົມຄວນທີ່ຈະໄດ້ຮັບຄວາມຮັກ ຄວາມຫ່ວງໃຍຈາກເຈົ້າອີກ ຖ້າປ່ອຍໃຫ້ເຂົາເຮັດບໍ່ດີກັບເຮົາ ເຂົາກໍຈະເຂົ້າໃຈວ່າເປັນສິ່ງຖືກຕ້ອງ ແລະເຮົາຍອມຮັບໄດ້ ແລ້ວເຂົາກໍຈະເຮັດຊ້ຳໆ ແລະໜັກຂຶ້ນເລື້ອຍໆ

6. ຮູ້ວ່າ… ເປັນແຟນຕ່າງກັບຄົນຮັບໃຊ້: ຄວາມຈິງແລ້ວຜູ້ຊາຍທີ່ມີຄວາມຮັບຜິດຊອບດີ ເຂົາຈະບໍ່ມັກຜູ້ຍິງທີ່ອ່ອນແອ ແລະ ເປັນຂ້າທາດໃຫ້ເຂົາຕະຫຼອດ ຫຼືເກງໃຈຄົນອື່ນຫຼາຍ ຈົນປະຕິເສດໃຜບໍ່ເປັນ ເພາະແມ່ຍິງເຮົາຕ້ອງຮູ້ຈັກປະຕິເສດ ແລະ ຕອບໂຕ້ກັບແດ່ ການປະຕິເສດຂໍ້ຮຽກຮ້ອງຂອງຄົນອື່ນບາງຄັ້ງກໍບໍ່ແມ່ນວ່າເຮົາບໍ່ມີມາລະຍາດ

7. ຮູ້ວ່າ… ການແຕ່ງດອງບໍ່ແມ່ນພຽງເຊັນເຈ້ຍໃບດຽວ: ໃບທະບຽນສົມຣົດ ບໍ່ແມ່ນສິ່ງທີ່ຈະຮັບຮອງວ່າ ຊີວິດຄູ່ຂອງເຈົ້າຈະຢູ່ກັນໄປແບບຕະຫຼອດຮອດຝັ່ງ ແຕ່ການແຕ່ງດອງນັ້ນເປັນວຽກແທ້ໆ ວຽກທີ່ຕ້ອງຊ່ວຍກັນຄິດ ຊ່ວຍກັນແກ້ ຕ້ອງໄດ້ຕົກລົງກັນດ້ວຍຄວາມປະນິປະນອມ ແລະ ໝາຍເຖິງການໃຊ້ຊີວິດຊໍ້າໆ ໃນແຕ່ລະມື້ກັບມະນຸດຄົນເກົ່າ ເຊິ່ງເຂົາອາດຈະບໍ່ຈໍາເປັນຕ້ອງເຮັດໃຫ້ຖືກໃຈເຈົ້າໝົດທຸກຢ່າງ ບໍ່ຈໍາເປັນຕ້ອງຮູ້ສຶກ ຫຼືມີຄວາມຄິດເຫັນຄືເຈົ້າທຸກເລື່ອງ ແລະ ຊີວິດຄູ່ບໍ່ຕ້ອງ ໂຣແມນຕິກ ຕະຫຼອດເວລາກໍສາມາດມີຄວາມໝາຍເລິກເຊິ່ງ ນັ້ນແຫຼະເປັນຮັກແທ້ ແລະ ສະຫຼາດ

8. ຮູ້ວ່າ… ບໍ່ຄວນປະຈານຂໍ້ບົກຜ່ອງຂອງຕົວເອງໃຫ້ເຂົາຟັງ: ທຸກຄົນຍ່ອມມີຂໍ້ເສຍ ຫຼືນິໄສທີ່ບໍ່ດີ ແຕ່ກໍບໍ່ຈໍາເປັນຕ້ອງໄປບອກເຂົາທັງໝົດວ່າ ເຮົາມີຂໍ້ເສຍຫຍັງແດ່ ເພາະອາດຈະເຮັດໃຫ້ເຂົາໂບກມືລາຕັ້ງແຕ່ກ່ອນຈະໄດ້ຄົບກັນກໍເປັນໄດ້ ແລະ ແນ່ນອນວ່າຜູ້ຊາຍຂອງເຈົ້າກໍມີຂໍ້ເສຍເຊັ່ນດຽວກັນ ສະນັ້ນ ກໍຂຶ້ນຢູ່ກັບເຈົ້າທັງສອງວ່າຄວນຈະປັບຕົວ, ປັບໃຈ, ຍອມຮັບສິ່ງທີ່ບໍ່ດີຂອງກັນແລະກັນ ໄດ້ຫຼືບໍ່ ຖ້າບໍ່ໄດ້ກໍຄົງຕ້ອງລາຈາກກັນແທ້ໆ

9. ຮູ້ວ່າ… ຕ້ອງບໍ່ເປັນປື້ມທີ່ອ່ານງ່າຍສໍາລັບເຂົາ: ສາວໆອາດເຄີຍໄດ້ຍິນກັນມາແດ່ແລ້ວວ່າ ອັນໃດທີ່ໄດ້ມາແບບງ່າຍໆ ມັນກໍເສຍໄປແບບງ່າຍໆເຊັ່ນດຽວກັນ ຫຼືບໍ່ມີຄຸນຄ່າທີ່ເຂົາຈະຢາກຮັກສານັ້ນເອງ

By: BeautuGuru

ແບ່ງປັນ