Breaking News

ບໍລິສັດ ເບຍລາວ ເປີດໂຕສື່ໂຄສະນາໃໝ່ “ພູມໃຈໃນຄວາມເປັນລາວ” (Proud to be Lao).

ແບ່ງປັນ

ໃນວັນທີ 8 ກັນຍາ 2017 ທີ່ຜ່ານມາ ບໍລິສັດ ເບຍລາວ ໄດ້ເປີດໂຕສື່ໂຄສະນາໃໝ່ຂອງຜະລິດຕະພັນເບຍລາວ ໃຫ້ກຽດເປັນປະທານງານໂດຍ ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ບໍລິສັດເບຍລາວຈຳກັດ, ທ່ານ ເຮັນຣິກ ໂຈນ ແອນເດີເຊັນ ຜູ້ອຳນວຍການ ບໍລິສັດເບຍລາວຈຳກັດ, ທ່ານ ສູນທອນ ສິຣິສັກ ຮອງຜູ້ອຳນວຍການ ບໍລິສັດເບຍລາວຈຳກັດ, ພ້ອມດ້ວຍບັນດາແຂກຜູ້ມີກຽດຈາກບັນດາການນຳພາກລັດ, ພ້ອມດ້ວຍຜູ້ອຳນວຍການຝ່າຍຕ່າງ ຂອງບໍລິສັດຈຳກັດ, ລູກຄ້າຮ່ວມທຸລະກິດເບຍລາວ, ບັນດາສິລະປິນດາລາ ແລະ ສື່ມວນຊົນຈຳນວນຫຼວງຫຼາຍທີ່ໄດ້ເຂົ້າຮ່ວມໃນງານເປີດໂຕສື່ໂຄສະນາໃໝ່ຂອງຜະລິດຕະພັນເບຍລາວໃນຄັ້ງນີ້.

ໃນສື່ໂຄສະນາ ເບຍລາວຊຸດໃໝ່ນີ້ເໜັ້ນໜັກໃສ່ “ພູມໃຈໃນຄວາມເປັນລາວ” (Proud to be Lao). ພູມໃຈໃນຄວາມເປັນລາວ, ຢູ່ຜືນແຜ່ນດິນລາວ, ມີມູນເຊື້ອປະຫວັດອັນຍາວນານ ມີພູມມິປະເທດທີ່ສວຍສົດງົດງາມ ອຸດົມຮັ່ງມີໄປດ້ວຍທຳມະຊາດທີ່ສວຍງາມ ມີຊັບພະຍາກອນທີ່ອຸດົມສົມບູນ, ມີບັນພະບູລຸດທີ່ກ້າແກ່ນ, ປູສະນີຍະສະຖານໄວ້ໃຫ້ເຮົາເປັນມໍລະດົກຢ່າງຫຼວງຫຼາຍ. ເປັນຊາດທີ່ມີວັດທະນະທຳຮີດຄອງປະເພນີອັນດີງາມ ແລະ ເປັນເອກະລັກ, ຄົນລາວເປັນຄົນອ່ອນນ້ອມຖ່ອມໂຕ ຍິ້ມແຍ້ມແຈ່ມໃສ ມີຄວາມຈິງໃຈ ຈິງຈັງ, ເອື້ອເຟື້ອເຜື່ອແຜ່. ເຖິງວ່າປະເທດເຮົາຈະມີການພັດທະນາ ແລະ ຄົນລາວມີການພົວພັນກັບຕ່າງປະເທດຫຼາຍຂຶ້ນ ມີການເດີນທາງໄປສຶກສາຮໍ່າຮຽນ ຫຼື ເຮັດວຽກເພື່ອພັດທະນາຄວາມຮູ້ຄວາມສາມາດຢູ່ຕ່າງປະເທດ ແຕ່ຄວາມເປັນລາວເຮົາກໍຍັງຄົງຢູ່ ເຖິງແມ່ນວ່າຄົນລາວເຮົາຈະໄປປະເທດໃດ ຫຼື ຈະຢູ່ໃນສະພາບແວດລ້ອມສັງຄົມທີ່ມີການປ່ຽນແປງໄປຫຼາຍກໍຕາມ ແຕ່ກໍຍັງຄົງຄວາມເປັນລາວ ແລະ ຍັງສືບຕໍ່ຮັກສາປະເພນີອັນດີງາມຂອງລາວເຮົາເອົາໄວ້. ດັ່ງນັ້ນ ພວກເຮົາພູມໃຈໃນຄວາມເປັນລາວ, ເບຍລາວກໍພູມໃຈໃນຄວາມເປັນລາວ ແລະ ຍ້ອນແນວນີ້ຄຳຂວັນຂອງພວກເຮົາຈຶ່ງແມ່ນ “ພູມໃຈໃນຄວາມເປັນລາວ”.

Beerlao TVC "Memory" #ProudToBeLao

ຄົນລາວ, ບໍ່ວ່າຈະຢູ່ໃກ້ຫຼືຢູ່ໄກ ກໍ່ຍັງພູມໃຈໃນຄວາມເປັນລາວສະເໝີ. ແລ້ວທ່ານເດ ພູມໃຈໃນຄວາມເປັນລາວແບບໃດແນ່?TVC ໃໝ່ຈາກເບຍລາວ "Memory"Please enjoy the new TVC from Beerlao: "Memory" #ProudToBeLao song composed by Tee oudalay performed by Taiy Singer

โพสต์โดย Clip Ded Clip Dung – ຄລິບເດັດ ຄລິບດັງ บน 10 กันยายน 2017

ພ້ອມນີ້ ເພື່ອເປັນການສົ່ງເສີມສະໜັບສະໜູນນະໂຍບາຍພັກລັດໃນການກຽມພ້ອມທີ່ຈະເປັນເຈົ້າພາບໃນປີທ່ອງທ່ຽວ 2018 ທີ່ຈະມາເຖິງນີ້ ທາງບໍລິສັດ ເບຍລາວຈຳກັດ ຈຶ່ງໄດ້ສ້າງຮູບເງົາໂຄສະນາ ອີກເລື່ອງໜຶ່ງທີ່ມີເນື້ອໃນ ນຳສະເໜີໃຫ້ແຂກນັກທ່ອງທ່ຽວຕ່າງປະເທດຮູ້ຈັກ ແລະ ຮັບຮູ້ເຂົ້າໃຈເຖິງຄວາມເປັນລາວ ທີ່ຍາມໃດກໍມີຄວາມໂອບເອື້ອອາລີ ຍິ້ມແຍ້ມແຈ່ມໃສ ຈິງໃຈ ແລະ ມີຮີດຄອງວັດທະນະທຳເອກະລັກ ແລະ ສະຖານທີ່ທ່ອງທ່ຽວຕ່າງໆອັນໜ້າພູມໃຈຂອງຄົນລາວ.

ທັງໝົດທີ່ທາງ ບໍລິສັດ ເບຍລາວ ໄດ້ເຮັດມານີ້ແມ່ນສອດຄ່ອງກັບແນວທາງນະໂຍບາຍຂອງພັກລັດ ແລະ ກົດໝາຍຂອງລັດ ພ້ອມທັງຍາມໃດບໍລິສັດເບຍລາວກໍ່ຄຳນຶງເຖິງຄວາມຮັບຜິດຊອບຂອງບໍລິສັດທີ່ມີຕໍ່ສັງຄົມ ຢາກເຫັນຄົນລາວ ແລະປະເທດຊາດນັບມື້ນັບເຂັ້ມແຂງຈະເລີນຮຸ່ງເຮືອງ ນຳໃຊ້ຈຸດແຂງທີ່ບົ່ມຊ້ອນທີ່ມີເຊັ່ນ ທິວທັດທຳມະຊາດອັນສວຍສົດງົດງາມ, ຮີດຄອງປະເພນີອັນດີງາມ ແລະຄວາມມີນໍ້າໃຈ ຈິງໃຈ ຂອງຄົນລາວເພື່ອສ້າງໃຫ້ຄົນລາວ ພູມໃຈໃນສິ່ງທີ່ເຮົາມີ ພູມໃຈໃນປະເທດລາວ ແລະພູມໃຈໃນສິນຄ້າຂອງລາວເຮົາ.

ຮູບພາບບາງສ່ວນ: Beerlao

ຄລິບ: Clip Ded Clip Dung – ຄລິບເດັດ ຄລິບດັງ

ແບ່ງປັນ