Breaking News

ຊົມເຊີຍ! ມຸກ ກິດສະດາ ຄວ້າສອງລາງວັນໃນເວທີ “Miss China Asean Etiquette 2017” ມາຝາກພີ່ນ້ອງຊາວລາວ!!!

ແບ່ງປັນ

ຕັດສິນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດນາງສາວງາມໃນເວທີ “Miss China Asean Etiquette 2017”  ທີ່ ສປ ຈີນ ໃນວັນທີ 13 ກັນຍາ 2017 ແລະ ຂໍສະແດງຄວາມຍິນດີກັບສາວງາມຕົວແທນປະເທດລາວ ກິດສະດາ ວົງໄຊສະຫວາດ (ມຸກ) ທີ່ຄວ້າໄປເຖິງ 2 ລາງວັນນັ້ນກໍຄື  ຂວັນໃຈຊ່າງພາບສື່ມວນຊົນ (Best Media Award) ແລະ  ລາງວັນ  “The best model”.

ໃນການປະກວດໃນເວທີ “Miss China Asean Etiquette 2017” ກໍມີຫຼາຍຊຸດທີ່ສວມໃສ່ ມີຊຸດລາຕີ ຊຸດປະຈຳຊາດ ແລະ ກໍຍັງມີຊຸດລອຍນໍ້າ ເຊິ່ງ ມຸກ ກິດສະດາ ກໍນຸ່ງແຕ່ລະຊຸດອອກມາໄດ້ງາມຫຼາຍ.

ຢ່າງໃດກໍຂໍສະແດງຄວາມຍິນດີກັບ ກິດສະດາ ວົງໄຊສະຫວາດ (ມຸກ) ທີ່ສະແດງສັກກະຍະພາບ ໄປໂຊຄວາມເປັນລາວ ແລະ ສາມາດຄວ້າເຖິງ 2 ລາງວັນມາຝາກພໍ່ແມ່ພີ່ນ້ອງຊາວລາວ… ຊົມເຊີຍ!!!

#ຄົນລາວທັງງາມທັງເກັ່ງປານນີ້ແຊຣໄປໃຫ້ໂລກຮູ້

ຂໍຂອບໃຈຮູບພາບ:  Mouk Vongsaisawad

ແບ່ງປັນ