Breaking News

ຂວັນເອີ້ຍຂວັນມາ! ນູ່ນີ່ ແລະ ອ໊ອຟ ສູ່ຂວັນ-ມັດແຂນ ງານນີ້ແຟນຄລັບລຸ້ນໄປຕາມໆກັນ!!!

ແບ່ງປັນ

ໂອ້ຍ!!! ຢາກຈະບອກວ່າລຸ້ນກັນເຫື່ອຕົກກັນເລີຍສຳລັບຄູ່ຮັກເນັດໄອດໍ້ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ຍິ່ງຍົດ (ອ໊ອບ ລາຍພາງ) ທີ່ຫຼ້າສຸດຫຼັງຈາກທີ່ທັງສອງຄວງແຂນກັນໄປເສີມຄວາມງາມໄກເຖິງ ສ.ເກົາຫລີ, ພໍແຕ່ກັບມາກໍຈັດພິທີມົງຄຸນ ສູ່ຂວັນ-ມັດແຂນ ໃນວັນທີ 13 ກັນຍາ 2017, ແຕ່ຢ່າຟ້າວເຂົ້າໃຈຜິດເພາະ ສາວ ນູ່ນີ່ ເພິ່ນກໍອອກມາໂພສແລ້ວວ່າພິທີດັ່ງກ່າວເປັນພຽງພິທີສູ່ຂວັນ-ມັດແຂນ ອ້າຍອ໊ອຟ ລາຍພາງ ຫວານໃຈຂອງນາງ ໃຫ້ມີສຸຂະພາບແຂງແຮງ, ບໍ່ແມ່ນພິທີມັດແຂນແຕ່ງດອງແຕ່ຢ່າງໃດ.

ເອົ້າ!!! ໃຜທີ່ເປັນແຟນຄລັບຄູ່ນີ້ກໍບໍ່ຕ້ອງເສຍໃຈ ແລະ ລຸ້ນຕໍ່ໄປ ຖືວ່າທັງ ນູ່ນີ່ ແລະ ອ໊ອຟ ຊ້ອມນັ່ງພາຂວັນໄປກ່ອນເນາະ… (ອິອິ) ຝາກເຖິງສາວ ນູ່ນີ່ ແລະ ໜຸ່ມ ອ໊ອຟ ຮີບມີຂ່າວດີໄວໆເດີ້ ເພາະແຟນໆຖ້າສະແດງຄວາມຍິນດີຢູ່ເດີ້!!!

#ໃຜທີ່ເປັນແຟນຄລັບຄູ່ນີ້ແຊຣດ່ວນນນ

ຮູບພາບ: Noony Koumphonphakdee , 

Yingyot Aoflaiprang Kanjananiyom

 

ແບ່ງປັນ