Breaking News

ຊົມ​ເຊີຍ​ຜູ້ທີ່ໄດ້ຮັບລາງວັນ​ ວັນນະ​ກໍາ “ ແມ່​ນໍ້າຂອງ” ຄັ້ງ​ທີ 8! ຊ່ວຍກັນສົ່ງເສີມວົງການນັກປະພັນລາວໃຫ້ຢູ່ຄູ່ສັງຄົມລາວຕະຫຼອດໄປ…

ແບ່ງປັນ

ຕອນ​ບາຍ​ຂອງ​ວັນ​ທີ 13 ກັນຍາ 2017 ກະຊວງ​ຖະ​ແຫຼງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ທີ່​ຫ້ອງ​ປະຊຸມ​ຊັ້ນ 4 ( ຕຶກ​ທ່ອງ​ທ່ຽວ ) ​ໄດ້​ພິທີ​ຈັດ​ງານ​ຊົມ​ເຊີຍ​ຜົນ​ສໍາ​ເລັດ​ໃນ​ການ​ມອບ​-ຮັບລາງວັນ ວັນນະ​ກໍາ  “​ ​ແມ່​ນໍ້າຂອງ ” ຄັ້ງ​ທີ 8 ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ໃບ ​ໂພທິ​ສານ ຫົວໜ້າກົມ​ມໍລະດົກ ທັງ​​ເປັນ​ປະທານ​ສະມາຄົມ​ນັກ​ປະພັນ​ລາວ, ທ່ານ ນາງ ສົມ​ພອນ ທຸມມາ​ວົງ ຮອງຫົວໜ້າອຳນວຍການ ວາລະສານວັນນະສິນ, ຫົວໜ້າຫ້ອງ ການສະມາຄົມນັກປະພັນລາວ ​ທັງເປັນ​ຜູ້​ຈັດ​ງານ​ຊົມ​ເຊີຍ​ລາງວັນ ວັນນະ​ກໍາ ​ແມ່​ນໍ້າຂອງ ຄັ້ງ​ທີ 8, ທ່ານ ນາງ ດາ​ລີວັນ ສິດ​ພະ​ໄຊ ( ຜູ້​ທີ່​ໄດ້​ຮັບ​ລາງວັນ​ທີ 1 ປະເພດບົດເລື່ອງສັ້ນ ) ​ແລະ ທ່ານ ​ແກ້ວ​ບຸນ​ທັນ ​ແກ້ວ​ປະ​ກາສິ​ດ ( ຜູ້​ທີ່​ໄດ້​ຮັບ​ລາງວັນ​ທີ 1 ປະເພດບົດກະວີ ) ພ້ອມ​ດ້ວຍ​ພະອາຈານ, ຄະນະ​ນັກ​ປະພັນ​ລາວທຸກ​ພາກສ່ວນ​ ແລະ ສື່ມວນຊົນກໍ​ໃຫ້ກຽດ​ເຂົ້າ​ຮ່ວມ​.

ທ່ານ ທອງ​ໃບ ​ໂພທິ​ສານ ຫົວໜ້າກົມ​ມໍລະດົກ ທັງ​​ເປັນ​ປະທານ​ສະມາຄົມ​ນັກ​ປະພັນ​ລາວ ​ໄດ້ກ່າວ​​ເປີດ​ງານ​ວ່າ: ການ​ທີ່​ເຮົາ​ໄດ້​ຈັດ​ງານຊົມ​ເຊີຍ​ລາງວັນ​ ວັນນະ​ກໍາ “ ​ແມ່​ນໍ້າຂອງ ” ຄັ້ງ​ທີ 8 ນີ້ ​ເຊິ່ງ​ເປັນ​ຜົນ​ສໍາ​ເລັດ ​ແລະ ສະ​ແດງ​ຄວາມ​ຍິນ​ດີ​ແກ່ 2 ທ່ານ ຄື: ທ່ານ ນາງ ດາ​ລີ​ວັນ ສິດ​ພະ​ໄຊ ( ຜູ້​ທີ່​ໄດ້​ຮັບ​ລາງວັນ​ທີ 1 ປະເພດບົດເລື່ອງສັ້ນ) ​ແລະ ທ່ານ ​ແກ້ວ​ບຸນ​ທັນ ​ແກ້ວ​ປະ​ກາສິ​ດ ( ຜູ້​ທີ່​ໄດ້​ຮັບ​ລາງວັນ​ທີ 1 ປະເພດບົດກະວີ ) ພ້ອມ​ດ້ວຍ​ຄະນະ​ທັງໝົດ ທີ່​ໄດ້​ເດີນທາງ​ໄປ​ມອບ-​ຮັບລາງວັນ ວັນນະ​ກໍາ ​ແມ່​ນໍ້າຂອງ ​ແລະ ສໍາ​ມະ​ນາ​ວິຊາ​ການ​ປະ​ຈໍາປີ 2017 ທີ່​ນະຄອນຫຼວງບາງກອກ ປະ​ເທດ​ໄທ. ເລື່ອງທີ່ໄດ້ຮັບລາງວັນໃນຄັ້ງນີ້ແມ່ນມີຄື:

  • ບົດເລື່ອງສັ້ນ: “ໄປນໍາຫາພໍ່” (ບົດທີ່ໄດ້ຮັບລາງວັນທີ 1 ປະເພດບົດເລື່ອງສັ້ນ) ປະພັນ ແລະ ສົ່ງເຂົ້າປະກວດໂດຍ ທ່ານ ນາງ ດາ​ລີ​ວັນ ສິດ​ພະ​ໄຊ ເນື້ອໃນໂດຍຫຍໍ້ແມ່ນເວົ້າເຖິງ ຊີວິດຂອງຄົນໃນສັງຄົມສະໄໝສົງຄາມ, ຜົນຮ້າຍຂອງສົງຄາມ, ຊີວິດໃນເຍົາໄວຂອງຜູ້ແຕ່ງເອງທີ່ຕ້ອງພັດພາກຈາກບ້ານເກີດເມືອງນອນ ເພື່ອໄປນໍາຫາພໍ່ທີ່ເປັນນັກປະຕິວັດ. ນີ້ເປັນຄວາມຮູ້ສຶກທີ່ອາໄລອາວອນຫາຜູ້ທີ່ລ່ວງລັບໄປໃນມື້ບຸນຫໍ່ເຂົ້າປະດັບດິນ.
  • ບົດກະວີ: “ເມືອງມູນ ເມືອງແມ່” (ບົດທີ່ໄດ້ຮັບລາງວັນທີ 1 ປະເພດບົດກະວີ) ປະພັນ ແລະ ສົ່ງເຂົ້າປະກວດໂດຍ ທ່ານ ແກ້ວ​ບຸນ​ທັນ ແກ້ວ​ປະ​ກາສິ​ດ ເນື້ອໃນໂດຍຫຍໍ້ແມ່ນເວົ້າເຖິງ ຄວາມສວຍງາມຂອງບ້ານເກີດເມືອງນອນຂອງຜູ້ແຕ່ງ, ການປ່ຽນແປງໄປຕາມຍຸກສະໄໝບໍ່ວ່າຈະເປັນດິນຟ້າອາກາດ, ສັງຄົມ, ສະພາບແວດລ້ອມ ແລະ ການດໍາລົງຊີວິດຂອງຜູ້ຄົນທີ່ອາໄສຢູ່. ນອກນັ້ນ ຍັງໄດ້ກ່າວເຖິງຄວາມອາໄລອາວອນ ຄິດຮອດບ້ານເກົ່າບ້ານຫຼັງທີ່ໄດ້ພັດພາກມາດົນນານ.

ແບ່ງປັນ