Breaking News

ເຈ້ຍ ປາຊິຟິກ ແລະ ໂຕໂນ່ ພາຄິນ ຮ່ວມເຟມຖ່າຍຮູບ ແຟນຄລັບເວົ້າກວນ… ເບິ່ງໄປເບິ່ງມາຄິດວ່າແຝດ!!!

ແບ່ງປັນ

ເຮັດວຽກໝົດມື້ ຮຽນໝົດມື້ແລ້ວ ມາພັກສະໜອງກັບເລື່ອງລາວໜ້າຮັກຂອງບັນດາຄົນດັງກັນແດ່ ເຊິ່ງໃນມື້ນີ້ ອ້າຍ ເຈ້ຍ ປາຊິຟິກ ຜູ້ກຳກັບຄົນເກັ່ງຂອງບ້ານເຮົາກໍມີໂອກາດໄດ້ຮ່ວມເຟມຖ່າຍຮູບກັບ ໂຕໂນ່ ພາຄິນ ນັກຮ້ອງ-ນັກສະແດງຂອງປະເທດເພື່ອນບ້ານ ໂດຍຮູບພາບດັ່ງກ່າວຖຶກໂພສເຜີຍແຜ່ໂດຍ ອ້າຍ ເຈ້ຍ ປາຊິຟິກ ແຖມອ້າຍເຈ້ຍ ຍັງຂຽນແຄັບຊັ່ນຕິດຕະຫຼົກອີກວ່າ “ໂຕໂນ້ ກັບ ເຮົາ ຄິດວ່າແຝດ”, ພໍແຕ່ໂພສບໍ່ຮອດຊົ່ວໂມງ ບັນດາແຟນຄລັບຂອງເພິ່ນ ລວມທັງເພື່ອນພ້ອງໃນວົງການກໍເຂົ້າມາໄລ້ ແຊຣ ແຖມຍັງສະແດງຄວາມຄິດເຫັນວ່າ ເຫັນດີທີ່ວ່າທັງສອງເປັນຝາແຝດກັນ ບາງຄົນກໍວ່າແຝດຄົນລະຝາ ເຊິ່ງເປັນການເວົ້າຍອກໄຍກັນໄປມາ.

ກໍແນວວ່າ ທັງສອງໜຸ່ມ ຈາກສອງຝັ່ງຂອງ ມີຄວາມໜ້າຮັກ ແຖມຕະຫຼົກເຮຮາ ໜ້າຕາກໍເຈົ້າຊູ້… ບໍ່ໃຫ້ແຟນຄລັບຄິດວ່າເປັນຝາແຝດກັນກໍບໍ່ຮູ້ສິວ່າແນວໃດແລ້ວວ່າບໍ່ (ອິອິ).

ຂໍຂອບໃຈຮູບພາບ:Phoumsana Jear Pacific mootono29

ແບ່ງປັນ