Breaking News

ສຸດຫວານ! ແອັບເປີ້ນ-ຟຸກ (ຄູ່ຮັກສາວລາວບ່າວໄທ) ປ່ອຍພາບ Pre-Wedding ໃນແບບປະເພນີລາວ ມາໃຫ້ແຟນໆໄດ້ຈິກໝອນ ງານນີ້ມີອິດສາໃນຄວາມຫວານກັນເປັນແຖວ!!!

ແບ່ງປັນ

ປ່ອຍຮູບພາບ Pre-Wedding ໃນແບບປະເພນີລາວ ມາໃຫ້ແຟນໆໄດ້ເຊີຍຊົມຮູບພາບຄູ່ສຳລັບເຈົ້າບ່າວເຈົ້າສາວປ້າຍແດງ ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຸກ ຈິຣະ ດ່ານບະວອນກຽດ ຄູ່ຮັກດາລາສາວລາວ-ບ່າວໄທ ທີ່ທັງສອງກໍຄົບຫາເບິ່ງໃຈກັນມາດົນເຖິງ 10 ປີ ຜ່ານຜ່າອຸປະສັກ ຜ່ານຮ້ອນຜ່ານໜາວ ດັ່ງພົມລິຂິດ ຈົນໃນທີ່ສຸດກໍຕົກລົງປົງໃຈທີ່ຈະໃຊ້ຊີວິດຮ່ວມກັນ ແລະ ຈະມີພິທີມົງຄຸນສົມລົດໃນຕົ້ນເດືອນ ພະຈິກ ແບບຈັດໜັກ ຈັດເຕັມ ສະຫຼອງກັນເຖິງ 3 ມື້ 3 ຄືນ ໃນແບບປະເພນີ ລາວ, ໄທ ແລະ ຈີນ.

ຫຼ້າສຸດແຟນຄັບຕ້ອງໄດ້ອິນໄປຕາມໆກັນກັບຮູບພາບ Pre-Wedding ໃນແບບປະເພນີລາວ ທີ່ທັງສອງຖ່າຍອອກມາໄດ້ຫວານ ຈົນບໍ່ມີຄຳບັນຍາຍ ເປັນຮູບພາບພີເວດດິ້ງທີ່ຖ່າຍໃນສະຖານທີ່ເຊິ່ງເປັນບ່ອນທີ່ທັງສອງເຈິກັນ ແລະ ອອກເດດກັນເປັນເທື່ອທຳອິດ ແລະ ເບິ່ງແລ້ວເປັນຮູບພາບພີເວດດິ້ງທີ່ສະບາຍຕາ ເປັນທຳມະຊາດ ແຕ່ເຕັມໄປດ້ວຍຄວາມຫວານ ງານນີ້ບອກເລີຍໃຜທີ່ໄດ້ເບິ່ງຮູບພາບກໍຕ້ອງເບິ່ງໄປຍິ້ມໄປ ຈິກໝອນໄປ ແຖມງານນີ້ມີອິດສາໃນຄວາມຫວານ ໜ້າຮັກ ຂອງຄູ່ນີ້ເປັນແຖວແນ່ນອນ!!!

ຢ່າງໃດກໍຂໍສະແດງຄວາມຍິນດີກັບສາວ ແອັບເປີ້ນ ແລະ ໜຸ່ມ ຟຸກ ຫຼາຍໆເດີ້ຂໍໃຫ້ເປັນຜົວແກ້ວເມຍທິບ (ຄວາມຮັກເປັນສິ່ງທີສວຍງາມສະເໝີ) #ໃຜເປັນແຟນຄລັບຄູ່ນີ້ແຊຣດ່ວນນນ

ຮູບພາບຈາກ: appleminiberry , fluke_jira

ແບ່ງປັນ