Breaking News

ວັນໃໝ່ ທຳມະວົງ ຮ່ວມເສີດສາຍ ໂຊຝີມືດ້ານການເດີນແບບໃນງານ (Lao Fashion Week 2017)

ແບ່ງປັນ

ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດສອງສຸດຮ໋ອດ ກໍບໍ່ພາດທີ່ຈະຮ່ວມເສີດສາຍ ໂຊຝີມືດ້ານການເດີນແບບໃນງານ Lao Fashion Week 2017 ທີ່ຈັດຂຶ້ນໃນຊ່ວງອາທິດກ່ອນ, ງານນີ້ຖືວ່າ ນ້ອງ ວັນໃໝ່ ກໍຫອບເອົາຄວາມໝັ້ນໃຈມາຢ່າງເຕັມທີ່ ເດີນແບບໄດ້ຢ່າງສະຫງ່າງາມ ເປັນທີ່ຍອມຮັບຂອງຄົນພາຍໃນງານ ແລະ ບັນດາແຟນຄລັບກັນຖ້ວນໜ້າ.

ວັນໃໝ່ ມົນຈຳປາ ທຳມະວົງ  ອາຍຸ 21 ປີ, ໂດ່ງດັງ ແລະ ເປັນທີ່ຮູ້ຈັກຈາກການປະກວດ Miss International Queen 2016 ແລະ ຍັງໄດ້ລາງວັນມາຝາກພີ່ນ້ອງຊາວລາວແມ່ນ “ລາງວັນຊຸດປະຈຳຊາດດີເດັ່ນ”, ປັດຈຸບັນ ວັນໃໝ່ ກໍເລີ່ມມີບົດບາດໃນວົງການບັນເທິງເຊັ່ນ ຖ່າຍແບບ ເດີນແບບ ເປັນພີເຊັນເຕີ້ ເປັນນາງເອກເອັມວີ ແລະ ລວມທັງງານໃຫ່ຍໆລະດັບປະເທດກໍບໍ່ພາດທີ່ຈະມີວັນໃໝ່ຮ່ວມເປັນໜຶ່ງນັ້ນອີກດ້ວຍ.

#ສາວປະເພດສອງລາວທັງງາມທັງເກັ່ງແຊຣໄປໃຫ້ໂລກຮູ້

ຮູບພາບ: Wanmai Thammavong

ແບ່ງປັນ