Breaking News

ຮ່ວມໂຫວດນາງແບບປະຕິທິນ ຮ້ານຄໍາສີດາ ລາດຊະວົງ ປະຈໍາປີ 2018

ແບ່ງປັນ

 

 

ເມື່ອ ວັນທີ 16 ກັນຍາ 2017 ຜ່ານມາ ທີ່ຮ້ານຄໍາ ສີດາ ລາດຊະວົງ ຕະຫຼາດຊ໊ອບປິງມໍ ຊັ້ນ 2 ຮ້ານຄໍາ ສີດາ ລາດຊະວົງ ໄດ້ຈັດກິດຈະກໍາໃຫ້ນາງສາວງາມ ຈາກໂຄງການ “ຄົ້ນຫານາງແບບປະຕິທິນ” ຮ້ານ ຄໍາສີດາ ລາດຊະວົງ ປະຈໍາປີ 2018 ມາຢ້ຽມຊົມພາຍໃນຮ້ານ, ມີການໃສ່ຊຸດຄໍາງາມໆທີ່ຈະໃສ່ຖ່າຍແບບ ປະຕິທິນປະຈໍາປີ 2018 ແລະ ຍັງມີການມອບຂອງທີລະນຶກໃຫ້ແກ່ນາງສາວທັງໝົດ 15 ນາງສາວ ທີ່ຜ່ານເຂົ້າຮອບສຸດທ້າຍ.ໂຄງການຄົ້ນຫານາງແບບປະຕິທິນ ຮ້ານ ຄໍາສີດາ ລາດຊະວົງ ປະຈໍາປີ 2018 ແມ່ນເລີ່ມຕົ້ນມາແຕ່ ກາງເດືອນ ສິງຫາ ປີ 2017 ໂດຍຈະມີການປິດໂຫວດໃນວັນທີ 24 ກັນຍາ ແລະ ຈະປະກາດຜົນໃນວັນທີ 30 ກັນຍາ 2017 ນີ້.  ຈາກທັງໝົດ 15 ນາງສາວ ຄັດເລືອກເອົາພຽງ ແຕ່ 4 ນາງສາວເທົ່ານັ້ນ ທີ່ຈະໄດ້ຖ່າຍແບບກັບຊຸດຄໍາງາມໆ ໃນປະຕິທິນ ຮ້ານຄໍາ ສີດາ ລາດຊະວົງ ປີ 2018.ກະຕິກາໃນການຮ່ວມໂຫວດຄື: 1. ກົດໄລຄ໌ ເພສຮ້ານຄຳ ສີດາ ລາດຊະວົງ ເພື່ອຮັບສິດໃນການໂຫວດ, 2. ແຊໂພສນີ້ ແລະ 3. ກົດໄລຄ໌ ໃນຮູບນາງສາວທີ່ທ່ານມັກ 1 ໄລຄ໌ ເທົ່າກັບ1 ຄະແນນ ການຕັດສິນ ແມ່ນຮ້ານ ຫຼື ກໍາມະການຈະມີຄະແນນໃຫ້ແລ້ວ 40% ແລະ 60% ມາຈາກການໂຫວດຂອງ ແຟນແພຈ ແລະ ປະຊາຊົນ. ສຳລັບຜູ້ທີ່ຮ່ວມໂຫວດກັບກິດຈະກຳນີ້ ທາງຮ້ານຈະໄດ້ມີການຊຸ່ມເອົາຜູ້ໂຫວດທີ່ໂຊກດີເພື່ອທີ່ຈະມອບເງີນສົດໃຫ້ 500,000 ກີບຈຳນວນ10ລາງວັນ. ທ່ານ ນາງ ວຽງສອນ ທິບຸນມາ ເຈົ້າຂອງ ຮ້ານຄໍາ ສີດາ ລາດຊະວົງ ໃຫ້ຮູ້ວ່າ: ຮູ້ສຶກພູມໃຈທີ່ໄດ້ເປັນສ່ວນໜຶ່ງ ແລະ ເປັນຂົວຕໍ່ໃຫ້ແກ່ນ້ອງໆທຸກຄົນໄດ້ກ່າວເຂົ້າສູ່ວົງການບັນເທິງ ແລະ ໄດ້ສະແດງຄວາມສາມາດຂອງຕົນເອງອອກມາໃຫ້ສັງຄົມໄດ້ຮັບຮູ້ ໂດຍລາງວັນອັນດັບ 1 ໄດ້ເງິນ 10 ລ້ານກີບ, ຄໍານໍ້າໜັກ 1 ບາດ ສ່ວນ ອັນດັບ 2, 3 ແລະ 4 ຈະໄດ້ຮັບເງິນ 5 ລ້ານກີບ ພ້ອມຄໍາ 2 ສະຫຼຶງ.ຮ່ວມໂຫວດທີ່ ເຟສບຸກ: ຮ້ານຄໍາ ສີດາ ລາດຊະວົງ

 

ແບ່ງປັນ