Breaking News

10 ພຶດຕິກຳທີ່ບໍ່ຄວນເຮັດຢູ່ໃນ Office ເດັດຂາດ

ແບ່ງປັນ

ໃນບ່ອນເຮັດວຽກມີໃຜແດ່ທີ່ຢາກຕົກເປັນເປົ້າສາຍຕາຂອງຄົນທັງບໍລິສັດ ແລະ ຕ້ອງຖືກຈັບຜິດຕະຫຼອດເວລາ ເພາະມັນເຮັດໃຫ້ພາບພົດເຮົາ ຖືກເບິ່ງບໍ່ຄ່ອຍຄັກເລີຍແມ່ນບໍ່?   ດັ່ງນັ້ນ  ຢ່າເຮັດ 10 ພຶດຕິກຳຕໍ່ໄປນີ້ເດັດຂາດ.

  1. ຄອບວ່າບໍ່ສະບາຍຕະຫຼອດ

ເພື່ອນໆເອີຍ ຂໍ້ນີ້ຂໍຫ້າມເລີຍເດີ້ ຫ້າມເປັນຄົນທີ່ຄອບວ່າບໍ່ສະບາຍເລື້ອຍໆ ເພາະຄົນຢູ່ໃນ Office ບໍ່ມີໃຜເບິ່ງບໍ່ອອກວ່າເປັນເລື່ອງແທ້ ຫຼື ຕວະ ແລະ ແນ່ນອນວ່າຖ້າເຮົາຄອບວ່າບໍ່ສະບາຍຕະຫຼອດ ຄົນທີ່ຈະເບື່ອໜ່າຍເຮົາທີ່ສຸດກໍໜ້າຈະເປັນເພື່ອນຮ່ວມງານ ທີ່ຕ້ອງມານັ່ງຮັບຜິດຊອບວຽກແທນເຮົາເລື້ອຍໆ

  1. ມາຊ້າເປັນປະຈຳ ແຖມຍັງຫາຂໍ້ອ້າງມາເວົ້າແບບບໍ່ແນບນຽນ

ລົດຫຼາຍ ບໍ່ສະບາຍ ໄປວຽກໃຫ້ທາງບ້ານ ອາຫານເປັນພິດ…ໂອ້ຍ ເປັນໄປສາລະພັດ! ມາວຽກຊ້າຕະຫຼອດຈົນຕ້ອງຫາຂໍ້ອ້າງຕະຫຼອດເລີຍແມ່ນບໍ່ ພວກເພິ່ນນລອງຄິດເບິ່ງແມ້ວ່າມັນດີແລ້ວຫວ໋າ ທີ່ເຮົາຕ້ອງມານັ່ງແກ້ຕົວຕະຫຼອດ ຮູ້ສຶກເມື່ອຍບໍ່? ທາງທີ່ດີຄວນເຊົາມາວຽກຊ້າ ແລະ ຊື່ສັດກັບຕົນເອງ ແລະ ພະຍາຍາມຕື່ນແຕ່ເຊົ້າ ໄປເຮັດວຽກໃຫ້ທັນໂມງ ຈະໄດ້ບໍ່ຕ້ອງເມື່ອຍຄິດຫາແຕ່ຂໍ້ອ້າງອີກຕໍ່ໄປ

  1. ແຂງກະດ້າງບໍ່ຍອມຄົນ

ເຖິງວ່າເຮົາຈະເປັນຄົນທີ່ບອກວ່າເຮົາເປັນຄົນກົງໄປກົງມາ ແຕ່ຫົວໜ້າ ຫຼືເພື່ອນຮ່ວມງານເຂົາແຍກອອກວ່າເຮົາເປັນຄົນຫົວແຂງ ຫຼື ເປັນຄົນເວົ້າກົງ ສະນັ້ນ ຄວນປັບປ່ຽນນິດໃສໃໝ່ ເພາະຖ້າເຮົາຫົວດື້ບໍ່ຍອມຟັງໃຜເລີຍ ມັນອາດຈະເຮັດໃຫ້ເຮົາພາດໂອກາດດີໆໄດ້

  1. ເອົາວຽກຂ້າງນອກມາເຮັດໃນຫ້ອງການ

ເລື່ອງນີ້ເປັນເລື່ອງໃຫຍ່ເລີຍເດີ້ ຖ້າຮູ້ເຖິງຫູຫົວໜ້າຮັບຮອງວ່າມີເລື່ອງແນ່ນອນ ເພາະບໍ່ມີໃຜທີ່ຈະຢາກໃຫ້ເອົາເວລາເຮັດວຽກໃນອົງກອນໄປເຮັດວຽກຢ່າງອື່ນ ຫ້າມເດັດຂາດ ເພາະມັນຈະສົ່ງຜົນເສີຍຕາມມາແນ່ນອນ ສະນັ້ນ ວຽກນອກຫັ້ນນ່າ ກັບໄປບ້ານແລ້ວຈຶ່ງເຮັດຈະດີທີ່ສຸດ

  1. ຈັບກຸ່ມເວົ້າຂວັນ

ເປັນພຶດຕິກຳທີ່ບໍ່ດີ ແລະ ເສຍຄຸນສົມບັດທີ່ສຸດ ສາວໆລອງຄິດເບິ່ງວ່າ ຖ້າແຕ່ລະມື້ໃນຫ້ອງການມີແຕ່ຜູ້ມັກເວົ້າຂວັນກັນ ບັນຍາກາດພາຍໃນບ່ອນເຮັດວຽກຈະເປັນແນວໃດ ສະນັ້ນ ຢ່າຫຼົງເຂົ້າໄປໃນວົງວຽນແບບນັ້ນເດັດຂາດ

  1. ເວົ້າເລື່ອໆວ່າຈະລາອອກ

ພຶດຕິກຳແບບນີ້ບໍ່ມີໃຜຮັບໄດ້ແນ່ນອນ ໃຜທີ່ມັກເວົ້າໂອ້ອວດວ່າຕົວເອງມີດີໄປຢູ່ໃສກໍໄດ້ ບອກເລີຍວ່າ ຫາກຫົວໜ້າເພິ່ນໄດ້ຍິນຈະບໍ່ພໍໃຈ ແລະ ອາດບໍ່ງໍ້ເຮົາອີກຕໍ່ໄປ ດັ່ງນັ້ນ ໃຫ້ລົ້ມເລິກພືດຕິກຳທີ່ເວົ້າວ່າຢາກລາອອກແລ້ວ ຕັ້ງໜ້າຕັ້ງຕາເຮັດວຽກຕໍ່ໄປ

  1. ຕໍ່ວ່າຫຼືເວົ້າຂວັນຫົວໜ້າ

ພຶດຕິກຳນີ້ຖືວ່າຮ້າຍແຮງທີ່ສຸດເລີຍເດີ້ເພື່ອນໆ ເພາະການຕໍ່ວ່າ ຫຼືນິນທາເຈົ້ານາຍນັ້ນ ຖືວ່າບໍ່ໃຫ້ກຽດກັນຢ່າງຮຸນແຮງ ບໍ່ວ່າເຮົາຈະບໍ່ພໍໃຈເຈົ້ານາຍ ຫຼື ບໍ່ມັກໃນຕົວຂອງເຈົ້ານາຍປານໃດກໍຕາມ ທາງທີ່ດີຄວນຫາໂອກາດເວົ້າລົມສ່ວນຕົວ ຕ່າງຝ່າຍຈະໄດ້ຕ່າງຮູ້ເຖິງບັນຫາ ແລະ ຊອກວິທີປັບປຸງແກ້ໄຂ ການເຮັດວຽກກໍຈະດີຂຶ້ນ ແຖມບັນຍາກາດໃນບ່ອນເຮັດວຽກກໍຈະດີຂຶ້ນອີກດ້ວຍ

  1. ບໍ່ເຂົ້າສັງຄົມໃນບ່ອນເຮັດວຽກ

ຫາກໃນຫ້ອງການ ມີງານສ້າງສັນ ແຕ່ເຮົາມັກທີ່ຈະປະຕິເສດບໍ່ໄປຮ່ວມເລື້ອຍໆ ແບບນີ້ບໍ່ດີເດີ້ ເພາະມັນໝາຍ ເຖິງວ່າເຮົາປະຕິເສດທີ່ຈະເປັນສັງຄົມດຽວກັນກັບເພື່ອນຮ່ວມງານທັງໝົດ ແນະນຳວິທີແກ້ກໍຄືໄປ ຮ່ວມກິດຈະກຳ ຫຼື ງານສ້າງສັນທີ່ທາງຫ້ອງການຈັດແດ່ ເພາະມັນເປັນ ທຳນຽມຂອງອົງກອນທີ່ຕ້ອງ ການສ້າງຄວາມສາມັກຄີລະຫວ່າງພະນັກງານ ເຮົາກໍຕ້ອງໄດ້ຍອມຮັບ

  1. ເວົ້າແຕ່ເລື່ອງສ່ວນຕົວ

ແນ່ນອນວ່າຖ້າເຮົາເຈິຄົນທີ່ມື້ທຳອິດ ແລ້ວເວົ້າລົມແຕ່ເລື່ອງສ່ວນຕົວເຮົາຈະຮູ້ສຶກລຳຄານພຽງໃດ ສະນັ້ນ ຄວນຟັງຄົນອື່ນເວົ້າລົມແນ່ເດີ້ ເຮົາບໍ່ຄວນເວົ້າແຕ່ເລື່ອງສ່ວນຕົວຂອງເຮົາໃຫ້ເພື່ອນຮ່ວມງານຟັງ ເພາະເຂົາອາດຈະຮູ້ສຶກເບື່ອໜ່າຍ ແລະ ສຸດທ້າຍກໍຈະມີໃຜຢາກເວົ້າຢາກລົມກັບເຮົາ ການເຮັດວຽກຮ່ວມກັນ ຄວນຮັກສາຄວາມສຳພັນກັບເພື່ອນຮ່ວມງານ ໂດຍການຫຼຸດການເວົ້າລົມເລື່ອງສ່ວນຕົວ ແລ້ວລອງຫາປະເດັນທີ່ທຸກຄົນກຳລັງໃຫ້ຄວາມສົນໃຈກັນຢູ່ມາສົນທະນາ ມັນອາດຈະຊ່ວຍໃຫ້ບັນຍາກາດດີຂຶ້ນ ແລະ ເຮົາອາດຈະເປັນທີ່ຮັກໃນບ່ອນເຮັດວຽກອີກດ້ວຍ

  1. ຢືມເງິນ

ເລື່ອງນີ້ເປັນເລື່ອງທີ່ອ່ອນໄຫວ ທີ່ສຸດ ແລະ ເຮັດຄວາມສຳພັນຂອງຫຼາຍໆຄົນແຕກຫັກມາຫຼາຍທີ່ສຸດ ຂໍເຕືອນສາວໆທຸກຄົນເລີຍ ເຖິງວ່າເຮົາຈະສະໜິດສະໜົມກັບເພື່ອນຮ່ວມງານພຽງໃດກໍຕາມ ຢ່າຢືມເງິນກັນເດັດຂາດ ຖ້າຍັງຍາກມີຄວາມສຳພັນທີ່ດີກັບເພື່ອນຮ່ວມງານທຸກຄົນ

ໂອ້ ຮູ້ແບບນີ້ແລ້ວ ກໍຄວນສຳຫຼວດຕົວເອງໂດຍດ່ວນເລີຍ ຢ່າປ່ອຍໃຫ້ເວລາຜ່ານໄປຈົນບໍ່ສາມາດແກ້ໄຂຫຍັງໄດ້ ເພາະເຮົາໃຊ້ຊີວິດໃນບ່ອນເຮັດວຽກບໍ່ຕໍ່າກວ່າ 8 ຊົ່ວໂມງຕໍ່ມື້ ແລະ ບໍ່ເປັນການດີແນ່ນອນ ທີ່ເຮົາຈະຕ້ອງເປັນບຸກຄົນທີ່ພະນັກງານໃນບ່ອນເຮັດວຽກບໍ່ຢາກເຂົ້າໃກ້ ຖ້າເຮົາປັບປ່ຽນພຶດຕິກຳເຫຼົ່ານີ້ໄດ້ ເຊື່ອວ່າຈາກທີ່ເຄີຍເຮັດວຽກໃນບັນຍາກາດທີ່ເຄັ່ງຕຶງ ອາດຈະກາຍມາເປັນການເຮັດວຽກທີ່ມີບັນຍາກາດດີ ແລະ ໄດ້ປະສິດທີພາບຍິ່ງຂຶ້ນ.

ແບ່ງປັນ