Breaking News

ກະແສຍັງດີບໍ່ມີຕົກ MISS UNIVERSE LAO ຂື້ນອັນດັບ 1 ໃນການໂຫວດຫຼາຍທິດຊ້ອນ ແຊງໜ້າຫຼາຍປະເທດ!!!

ແບ່ງປັນ

ມາອັບເດດເລື່ອງວົງການນາງງາມ  MISS UNIVERSE 2017 ແລະ ປີນີ້ກໍຖືເປັນປີທຳອິດທີ່ປະເທດລາວຂອງເຮົາຈະໄດ້ສົ່ງນາງງາມຕົວແທນປະເທດລາວໄປປະກວດໃນເວທີ ນາງງາມຈັກກະວານ ແລະ ນາງງາມທີ່ຈະໄປປະກວດຈະເປັນໃຜບໍ່ໄດ້ເລີຍ ຫາແຕ່ໄດ້ຕຳແໜ່ງມາສົດໆຮ້ອນໆ ສຸພາພອນ ສົມວິຈິດ (ນຸ້ຍ) MISS UNIVERSE LAO 2017 ທີ່ກຳລັງກຽມຄວາມພ້ອມເພື່ອໄປປະກວດໃນເວທີລະດັບໂລກຢ່າງ MISS UNIVERSE 2017 ໃນຊ່ວງທ້າຍປີທີ່ຈະເຖິງນີ້.

ຖືວ່າເປັນຂ່າວດີໃຫ້ຄົນລາວເຮົາໄດ້ມີຄວາມດີໃຈ ເພາະໄດ້ມີເພສຈັດອັນດັບຄັດເລືອກຫາສາວງາມໃນເວທີ MISS UNIVERSE 2017 ເພື່ອຄັດເລືອກເອົານາງງາມໃນຕຳແໜ່ງ “ນາງງາມຂວັນໃຈມະຫາຊົນ” (MISS UNIVERSE 2017 PEOPLE’S CHOICE) ແລະ ນຸ້ຍ ສຸພາພອນກໍຄອງຕຳແໜ່ງໃນການໂຫວດມາເປັນຫຼາຍຕໍ່ຫຼາຍອາທິດ ນຳໜ້າຫຼາຍປະເທດດ້ວຍຄະແນ 46,425 ຖືເປັນຄະແນນທີ່ສູງສຸດ ແລະ ຄົງທີ່ໃນ Chart ມາຫຼາຍອາທິດ.

  • ຜົນການ UP DATE ຫຼ້າສຸດໃນວັນທີ 19 ກັນຍາ 2017:

ອັນດັບ 1 ໄດ້ແກ່ປະເທດ  ລາວ (LAOS)  46,425 ຄະແນນ

ອັນດັບ 2 ໄດ້ແກ່ປະເທດ ເປຣູ (PERU) 43,650 ຄະແນນ

ອັນດັບ 3 ໄດ້ແກ່ປະເທດ ເຮຕິ (HAITI) 39,810 ຄະແນນ

ອັນດັບ 4 ໄດ້ແກ່ປະເທດ  ອິນໂດເນເຊຍ ( INDONESIA) 21,989 ຄະແນນ

ອັນດັບ 5 ໄດ້ແກ່ປະເທດ  ນາມິເບຍ (NAMIBIA) 12,975 ຄະແນນ

ອັນດັບ 6 ໄດ້ແກ່ປະເທດ  ຍູເູູຄຣນ (UKRAINE) 10,299 ຄະແນນ

ອັນດັບ 7 ໄດ້ແກ່ປະເທດ ໄທ ( THAILAND) 9,545 ຄະແນນ

ອັນດັບ 8 ໄດ້ແກ່ປະເທດ ຈາໄມກ້າ (JAMAICA) 9,290 ຄະແນນ

ອັນດັບ 9 ໄດ້ແກ່ປະເທດ  ຟິລິປິນ ( PHILIPPINES) 9,000 ຄະແນນ

ອັນດັບ 10 ໄດ້ແກ່ປະເທດ  ກຳປູເຈຍ (CAMBODIA) 8,600 ຄະແນນ

ມາຮ່ວມໂຫວດໃຫ້  ສຸພາພອນ ສົມວິຈິດ (ນຸ້ຍ)  Miss Universe Laos 2017 ໂດຍແຟນໆສາມາດເຂົ້າໄປທີ່ເພສ Miss Universe Predictions Fanpage  ແລ້ວກົດໄລ້ ກົດແຊຣ ຮູບພາບຂອງ Miss Universe Laos ເຊິ່ງການກົດໄລ້ ແລະ ແຊຣຈະເຮັດໃຫ້ສາວງາມຈາກປະເທດລາວເຮົາມີຄະແນນສະສົມ ກົດໄລ້ 1 ເທື່ອຈະມີ 2 ຄະແນນ ແລະ ແຊຣ 1 ເທື່ອ ຈະມີ 5 ຄະແນນ ແລະ ຈະໝົດເຂດໃນການໂຫວດໃນວັນທີ 5 ຕຸລາ 2017ນີ້.

#ແຊຣໄປໃຫ້ກຳລັງໃຈນາງງາມຈາກປະເທດລາວ

 

ຂໍຂອບໃຈສຳລັບຮູບພາບ ແລະ ຂໍ້ມູນ.

ແບ່ງປັນ