Breaking News

ໃຜທີ່ກໍາລັງ Hurt ກັບຄວາມຮັກທີ່ຫາກໍຈົບໄປ… ມາເບິ່ງ! 5 ຂໍ້ດີຂອງການກັບມາເປັນໂສດອີກຄັ້ງ ແລ້ວເຈົ້າຈະຮູ້ວ່າມັນບໍ່ໄດ້ຮ້າຍແຮງຢ່າງທີ່ຄິດ!!!

ແບ່ງປັນ

ປານໃດຊິມີແຟນ? ອ້າວ! ຍັງໂສດຢູ່ເບາະນິ? ບໍ່ຄິດຈະມີໃຜຈັກຄົນເທື່ອຫວາ? ປະໂຫຍກທີ່ຄຸ້ນຫູຂອງບັນດາເຫຼົ່າຄົນໂສດທັງຫຼາຍທີ່ເມື່ອໄປພົບຍາດພີ່ນ້ອງ ຫຼືໝູ່ຄູ່ ກໍມັກຈະຖືກຖາມແບບນີ້ຕະຫຼອດ ແຖມເວລາໄປໃສມາໃສກໍຍັງຖືກຕອກຍໍ້າດ້ວຍການເຫັນຄູ່ຮັກກັນ ຍ່າງເປັນຄູ່ຈັບມືກັນຕະຫຼອດ ໂອ໋ຍ! ເຫັນແລ້ວມັນກະຮູ້ສຶກແປກໆ, ເຫງົາໆໃນໃຈຄືກັນໃດ໋ ຢາກມີ Moment ແບບນີ້ນໍາເຂົາແດ່ ຖ້າສາວໆຄົນໃດກໍາລັງມີຄວາມຄິດແບບນີ້ຢູ່ ຢ່າຟ້າວທໍ້ ຫຼືນ້ອຍໃຈໄປເດີ້ ເຖິງຈະໂສດເຮົາກໍສາມາດມີຄວາມສຸກໄດ້ເດີ້ສາວໆ ມາເບິ່ງກັນບໍ່ວ່າຂໍ້ດີຂອງຄົນໂສດໆຄືເຮົານີ້ ມີດີຫຍັງແດ່ ບາງເທື່ອອາດຈະເຮັດໃຫ້ສາວໆເຊົານ້ອຍໃຈໄປເລີຍກໍໄດ້ເດີ້

  1. ມີເວລາໃຫ້ກັບຕົວເອງຫຼາຍຂຶ້ນ

ແນ່ນອນວ່າການຢູ່ຄົນດຽວນັ້ນເຮັດໃຫ້ເຮົາມີເວລາທົບທວນ ຫຼືໄດ້ເຮັດໃນສິ່ງທີ່ເຮົາມັກຫຼາຍຂຶ້ນ ເພາະບາງເທື່ອການມີຄົນຮັກນັ້ນກໍເຮັດໃຫ້ເຮົາບໍ່ສາມາດເຮັດບາງສິ່ງບາງຢ່າງໄດ້ຕາມທີ່ໃຈເຮົາຢາກເຮັດ ອາດຈະເປັນເພາະວ່າອີກຝ່າຍໜຶ່ງບໍ່ມັກ ຫຼືບໍ່ເຫັນດີນໍານັ້ນເອງ ເພາະສະນັ້ນ ສາວໂສດ ຫຼືຄົນທີ່ຫາກໍກັບມາເປັນໂສດທັງຫຼາຍເອີ້ຍ ໄດ້ເວລາ Enjoy ກັບຊີວິດແລ້ວ ບໍ່ວ່າຈະຢາກເຮັດຫຍັງກໍຕາມ ທີ່ຕອນມີແຟນຢູ່ແລ້ວບໍ່ໄດ້ເຮັດ ຢາກຈະ Party ແບບສຸດຫວ່ຽງພຽງໃດ ກໍລຸຍໄດ້ເລີຍຕອນນີ້ ບໍ່ມີໃຜຫ້າມແນ່ນອນ

  1. ມີເງິນເຫຼືອໄວ້ທ້ອນ

ເວົ້າໄດ້ເລີຍວ່າຕອນມີແຟນ ບຶດກະພາກັນອອກໄປທ່ອງທ່ຽວນີ້ນັ້ນ ບຶດກະພາກັນໄປເບິ່ງໜັງ, ໄປກິນເຂົ້າ ລວມທັງຊື້ຂອງຂວັນໃຫ້ໃນໂອກາດພິເສດຕ່າງໆ ພໍສາວໆໂສດເທົ່ານັ້ນແຫຼະ ຈະຮູ້ວ່າເງິນເຫຼືອໃຫ້ທ້ອນອີກຫຼາຍເລີຍ ດັ່ງນັ້ນ ຕອນນີ້ກໍເປັນນາທີທອງ ເປັນໄລຍະກອບໂກຍເງິນຄໍາຂອງສາວໂສດເລີຍລະ ວ່າບໍ່?

  1. ໃຊ້ເວລາຢູ່ກັບຄົນອ້ອມຂ້າງຫຼາຍຂຶ້ນ

ຕອນມີແຟນກໍຢາກໃຊ້ເວລາຢູ່ກັບແຟນ ເຮັດຕົວຕິດກັນຕະຫຼອດຈົນບາງເທື່ອໝູ່ເພື່ອນກໍເກືອບຈະລືມໜ້າກັນໄປໝົດ ໄລຍະທີ່ໂສດນີ້ລະ ທີ່ຈະໄດ້ມີເວລາຢູ່ກັບຄົນອ້ອມຂ້າງຫຼາຍຂຶ້ນ ບໍ່ວ່າຈະເປັນຄອບຄົວ, ຍາດຕິພີ່ນ້ອງ ຫຼືແມ່ນແຕ່ໝູ່ເພື່ອນເອງກໍຕາມ ເຊື່ອເລີຍວ່າຢູ່ກັບພວກເຂົາແລ້ວຄວາມເຫງົາຈະຫຼາຍໄປແບບອັດຕະໂນມັດ

  1. ໃສ່ໃຈຕົວເອງຫຼາຍຂຶ້ນ

ບໍ່ແມ່ນວ່າຕອນມີແຟນຈະບໍ່ເບິ່ງແຍງຕົວເອງໃດ໋ ແຕ່ຫຼາຍຄົນອາດຈະເຄີຍໄດ້ຍິນປະໂຫຍກທີ່ວ່າ “ໂສດແລ້ວງາມຂຶ້ນໃດ໋ເນາະ” ຈາກຄົນອ້ອມຂ້າງແມ່ນບໍ່ລະ ຂອງແບບນີ້ກໍແນ່ນອນຢູ່ແລ້ວ ກໍເພາະວ່າຕອນໂສດນີ້ແຫຼະເປັນໄລຍະທີ່ບໍາລຸງ ເບິ່ງແຍງຕົວເອງຢ່າງເຕັມທີ່ ເບິ່ງຕົວຢ່າງພວກດາລາທີ່ໂສດແມະ ມີແຕ່ງາມຂຶ້ນງາມຂຶ້ນ ເພາະສະນັ້ນ ຢ່າມົວແຕ່ນັ່ງໂຊມຈົມຢູ່ກັບນໍ້າຕາ ລຸກຂຶ້ນມາ Enjoy ກັບຊີວິດກັນເທາະ

  1. ມີເປົ້າໝາຍທີ່ຈະແຈ້ງ

ສັງເກດບໍ່ວ່າໄລຍະທີ່ມີແຟນ ອີກຝ່າຍໜຶ່ງຈະຄອຍຊ່ວຍເຫຼືອ ເຮັດນັ້ນນີ້ໃຫ້ຢູ່ສະເໝີ ແລ້ວເຮົາຈະແຕ້ມຝັນ ແລະ ຍຶດຕິດຢູ່ກັບອີກຝ່າຍໂດຍອັດຕະໂນມັດ ແຕ່ເມື່ອຖອຍອອກມາຢູ່ຄົນດຽວອີກຄັ້ງ ມັນຈະເປັນໂອກາດທີ່ເຮັດໃຫ້ເຮົາເບິ່ງເຫັນໄດ້ກວ້າງຂຶ້ນ ມີເປົ້າໝາຍທີ່ຈະແຈ້ງ ຮູ້ຈັກການວາງແຜນໃນການໃຊ້ຊີວິດ ທັງຍັງສາມາດເຮັດສິ່ງຕ່າງໆໄດ້ດ້ວຍຕົວເອງຢ່າງກະຕືລືລົ້ນນໍາອີກ

ເຫັນບໍ່ສາວໆ ວ່າການເປັນໂສດມັນບໍ່ໄດ້ຮ້າຍແຮງຄືທີ່ຄິດໄວ້ດອກ ເພາະສະນັ້ນສາວໂສດທັງຫຼາຍກໍຢ່າຟ້າວນ້ອຍໃຈຕໍ່ໂຊກຊະຕາຂອງຕົວເອງເດີ້ ເຊື່ອເທາະວ່າ ຖ້າເຈົ້າຮັກ ແລະ ເຮັດຕົວເອງໃຫ້ດີ ມີຄຸນຄ່າເສຍກ່ອນ ຈັກມື້ໜຶ່ງກໍຈະຕ້ອງມີຄົນດີໆຍ່າງເຂົ້າມາຫາເຈົ້າຢ່າງແນ່ນອນ.

ແບ່ງປັນ