Breaking News

“ມຽວ” ໄຟ່ຝັນຢາກຈະເປັນສາວທະນາຄານ ແຕ່ສະຖານະການບັງຄັບໃຫ້ມາເປັນນັກກວດສອບບັນຊີ! ແຕ່ນາງກໍເຮັດໄດ້ດີຍ້ອນສາມາດຊອກຫາຈຸດສົມດຸນໄດ້!!!

ແບ່ງປັນ

ເມື່ອບໍ່ໄດ້ເຮັດຕາມຄວາມຝັນຂອງຕົນເອງບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ຖ້າເຮົາເຮັດໄດ້ຈະເປັນສິ່ງທີ່ດີຫຼາຍ ເພາະມັນຈະເຮັດໃຫ້ເຮົາພາກພູມໃຈຫຼາຍກວ່າ ການທີ່ໄດ້ເຮັດຕາມຄວາມຝັນຂອງຕົວເອງດ້ວຍຊໍ້າ…

ຄໍລໍາ: Chic Working Women

ສໍາລັບໃຜທີ່ມີຄວາມຝັນແຕ່ບໍ່ໄດ້ເຮັດຕາມຄວາມຝັນຂອງຕົວເອງ ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ອາດຈະໄດ້ເຮັດໃນສິ່ງທີ່ຄອບຄົວຕ້ອງການ ຫຼືເຮັດວຽກທີ່ພໍ່ແມ່ຊອກໃຫ້ ຢາກບອກວ່າ ມັນບໍ່ແມ່ນເລື່ອງທີ່ບໍ່ດີຫຍັງເລີຍ ເພາະເຮົາບໍ່ໄດ້ຢູ່ຕົວຄົນດຽວ ເຮົາມີຄອບຄົວ ພໍ່ແມ່ ພວກເຂົາເຫຼົ່ານັ້ນລ້ວນແຕ່ເປັນຄົນທີ່ຮັກເຮົາຫຼາຍ! ສະນັ້ນ ຖ້າເຮົາຈະເອົາແຕ່ໃຈຕົວເອງຫຼາຍມັນກໍເປັນໄປບໍ່ໄດ້ ເພາະຢ່າງໜ້ອຍ ຖ້າເຮົາເຮັດໄດ້ກໍມີຄົນທີ່ພາກພູມໃຈໃນຕົວເຮົາທີ່ສຸດແລ້ວ ຄືດັ່ງສາວຄົນນີ້ ພຸດທະສອນ ສີສຸລາດ (ມຽວ) ເຮັດວຽກເປັນ ນັກກວດສອບບັນຊີ, ຢູ່ບໍລິສັດ Asia Pacific Accounting And Audit Services Sole Led. ທີ່ມີຄວາມໄຟ່ຝັນມາຕັ້ງແຕ່ນ້ອຍວ່າ ຢາກຈະເປັນສາວທະນາຄານ ແຕ່ສະຖານະການບັງຄັບໃຫ້ຕ້ອງມາເປັນນັກກວດສອບບັນຊີ ແຕ່ຕອນນີ້ນາງຊອກຫາຈຸດສົມດຸນຂອງໜ້າທີ່ ກັບສິ່ງທີ່ມັກໄດ້ແລ້ວ.

ຢາກຮູ້ວ່ານາງເຮັດໄດ້ແນວໃດນັ້ນຫາ ຊອກອ່ານເລີຍ ໃນວາລະສານຂວັນໃຈ ສະບັບເດືອນ ກັນຍາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

 

ແບ່ງປັນ