Breaking News

ມັກໃຈສຸດ! ແບບບໍ່ມີປິດບັງ ຄົນດັງຂອງລາວທີ່ໄປເຮັດສັນຍະກຳມາແລ້ວງາມຂຶ້ນ ມີໃຜແດ່ມາເບິ່ງ!!!

ແບ່ງປັນ

ມາເບິ່ງ! ຄົນດັງຂອງບ້ານເຮົາ ຈະມີຄົນໃດແດ່ທີ່ໄປເຮັດສັນຍະກຳ ເຖິງແຕ່ກ່ອນຈະເປັນຄົນງາມຢູ່ແລ້ວແຕ່ກໍຍັງໄປເຮັດສັນຍະກຳເພີ່ມເຕີມຄວາມງາມ ພໍແຕ່ເຮັດມາຍິ່ງງາມ ຍິ່ງເລີດ ເຮັດມາແລ້ວມີວຽກແໜ້ນຈົນລົ້ນມື ເອົາລະບໍ່ເວົ້າຍາວມາເບິ່ງກັນໃຫ້ເຫັນກັບຕາກັນເລີຍ ເປີດເຜີຍທີ່ນີ້ທີ່ດຽວ ເບິ່ງແລ້ວໃຜທີ່ຢາກໄປເຮັດງາມຕາມຄົນດັງເຫຼົ່ານີ້ກໍບໍ່ວ່າຫຍັງເດີ້!!!

  • ກຸ້ງນາງ (FB: mkkoungnangplk / IG: MissKoungnang)

ສາວກຸ້ງນາງ ເປັນທັງພິທີກອນ ແລະ ດີເຈ ນອກຈາກຈະມີຄວາມສາມາດທັງເບື້ອງໜ້າ ແລະ ເບື້ອງຫຼັງ,  ກຸ້ງນາງກໍບໍ່ພາດທີ່ຈະໄປເພີ່ມຄວາມງາມ ໂດຍການເຮັດຕາສອງຊັ້ນທີ່ ປະເທດເພື່ອນບ້ານ ເຮັດມາແລ້ວງາມ ໜ້າຮັກຫຼາຍໆ ເບິ່ງແລ້ວດວງຕາສົດໃສເປັນປະກາຍສຸດໆ.

(ຫຼັງເຮັດ)

(ກ່ອນເຮັດ ຫຼັງເຮັດ)

  • ສຸດາ ວັນທອງທິບ (FB: soudavanthongthip / IG: souda_vanthongthip)

ນ້ອງ ດາ ຫຼື ນ້ອງ ສຸດາ ເນັດໄອດໍ້ ທີ່ບອກເລີຍວ່າໃນໂລກອອນລາຍບໍ່ມີໃຜທີ່ບໍ່ຮູ້ຈັກ ເພາະນາງມີຄວາມໜ້າຮັກ ຍິ້ມຫວານມີສະເໜ່ ສຸດາ ມີທັງຜົນງານຖ່າຍແບບ ເດີນແບບ ແລະ ຫຼ້າສຸດກັບຕຳແໜ່ງ ຮອງອັນດັບ 2 ນາງສາວນະຄອນຫຼວງວຽງຈັນ, ເຫັນງາມໆແບບນີ້ ສຸດາ ຍັງຖືຄະຕິເກີດເປັນແມ່ຍິງຢ່າຢຸດງາມ ນາງຍັງມີການໄປເພິ່ມເຕີມເສີມຄວາມງາມດ້ວຍການເສີມນົມ ເຮັດຕາສອງຊັ້ນ ແລະ ແປງດັງໃຫ້ເຂົ້າຮູບຊົງງາມກວ່າເກົ່າ ວ້າວວວວ…ຈະສັນຍະກຳທັງທີຈັດຊຸດໃຫ່ຍໄປເລີຍຍຍຍ!!!

(ຫຼັງເຮັດ)

(ກ່ອນເຮັດ )

  • ວັນໃໝ່ ມົນຈຳປາ ທຳມະວົງ (FB: WanmaiThammavong / IG: wanmai_999)

ນ້ອງ ວັນໃໝ່ ສາວປະເພດສອງສຸດຮ໋ອດ ທີ່ບອກເລີຍວ່າແມ່ຍິງແທ້ໆຍັງຕ້ອງຫຼີກທາງ ເພາະນາງງາມປານນາງຟ້າ ມີຄວາມໜ້າຮັກ ຮຽບຮ້ອຍທັງກິຣິຍາທ່າທາງ, ຜ່ານມາກໍຈະເຫັນນ້ອງ ວັນໃໝ່ ມີຜົນງານຫຼາຍຢ່າງເຊັ່ນ ເດີນແບບ, ຖ່າຍແບບ ຂຶ້ນປົກວາລະສານດັງໆມາຫຼາຍເລ່ມ ແລະເຮົາຍັງໄປສືບຮູ້ມາອີກວ່າ ນ້ອງ ວັນໃໝ່ ຄົນງາມໄດ້ໄປສັນຍະກຳເພິ່ງມີດໝໍທີ່ປະເທດເພື່ອນບ້ານ ດ້ວຍການປັບຮູບໜ້າໃຫ້ລຽວ ຄົມຂຶ້ນ ດ້ວຍການຜ່າຕັດຫຼຸດແກ້ມ… ໂອ້ຍ!!! ເບິ່ງແມະ ເຮັດມາແລ້ວງາມຂະໜາດໃດລອງຖາມໃຈເບິ່ງ…

(ຫຼັງເຮັດ)

(ກ່ອນເຮັດ )

 

  • ປູເປ້ (FB: PoupayLatdavanh / IG: poupay_thewow)

ສາວ ປູເປ້ ເປັນທີ່ຄຸ້ນໜ້າຄຸ້ນຕາກັນດີ ໂດ່ງດັງມາຈາກລາຍການ The wow Lao ຈາກທີມແອັງເຈີ ເລດີ້ ແລະ ສາມາດຄວ້າ The winner ໃນຊີຊັ່ນ 1, ນອກຈາກຄວາມສາມາດແລ້ວ ນາງຍັງມີຄວາມໝັ້ນໃຈ ແລະຍັງເລືອກທີ່ຈະສັນຍະກຳເສີມ ຄວາມງາມດ້ວຍວິທີຜ່າຕັດຫຼຸດແກ້ມ ແລະ ແປງດັງໃຫ້ເຂົ້າຮູບຊົງ ເບິ່ງແລ້ວງາມຫຼາຍ ສົມກັບເປັນສາວໝັ້ນອີ່ຫລີເດີ້…

(ຫຼັງເຮັດ)

(ກ່ອນເຮັດ )

  • ໂຢ່ໂຢ່ (FB: YoYoPhoumixay / IG: yoyovaniphone)

ສາວງາມຄົນນີ້ບໍ່ທຳມະດາມີຕຳແໜ່ງເປັນເຖິງ Miss Vientiane 2017 ແລະ ໂຢ່ໂຢ່ ຍັງໄດ້ເສີມຄວາມງາມໄປແບບເບົາໆດ້ວຍການແກ້ດັງແບບພີ່ມ່ຽມ ບອກເລີຍພໍແຕ່ ໂຢ່ໂຢ່ ເຮັດມາແລ້ວກໍງາມຂຶ້ນເປັນກອງ ບໍ່ບອກບໍ່ຮູ້ເລີຍວ່າເຮັດດັງມາ ເພາະເບິ່ງແລ້ວງາມເປັນທຳມະຊາດ ຍ້ອນວ່າໝໍມີຄວາມລະອຽດ ມືເບົາ ແລະ ງານດີ ເຮັດອອກມາໄດ້ງາມຫຼາຍ…ຊົມເຊີຍ!!!

(ຫຼັງເຮັດ)

(ກ່ອນເຮັດ )

ບອກໝົດເປືອກ ໝົດໃສ້ໝົດພຸງ ກັບສາວລາວຄົນດັງທີ່ໄປເຮັດສັນຍະກຳຄວາມງາມ! ງາມແບບບໍ່ປົກປິດ… ເຮັດກໍບອກວ່າເຮັດມາ ເຊື່ອວ່າແຟນໆທີ່ຕິດຕາມສາວໆເຫຼົ່ານີ້ກໍຄົງຈະໄດ້ຮັບຮູ້ ແລະ ຊື່ນຊົມໃນຄວາມກ້າເປີດເຜີຍໂດຍທີ່ບໍ່ປິດບັງ, ສຳລັບແຟນໆທ່ານໃດທີ່ມີຄວາມສົນໃຈ ຢາກໄປເຮັດງາມແບບສາວໆຄົນດັງທີ່ໄດ້ກ່າວມານີ້ ເຮົາກໍມີມາແນະນຳທີ່ DRK Beauty Clinic ແຖວເອກກະໄມ (ປະເທດ ໄທ) ສັນຍະກຳຕົກແຕ່ງສະເພາະທາງ ສີມືລະດັບອາຈານ ເປັນຄີນິກລະດັບພີມ່ຽມຄົບວົງຈອນ ສອບຖາມຂໍ້ມູນສັນຍະກຳ ຫຼືຕິດຕໍ່ທາງ Line ທີ່ @drkbeautyclinic (https://line.me/ti/p/@whe0809z) ແຕ່ຂໍບອກວ່າສິ່ງທີ່ ຂວັນໃຈ ເຮົາໄດ້ເອົາມາຝາກແຟນໆນີ້ເປັນພຽງແຕ່ນໍ້າຈິ້ມ… ເບິ່ງຢ່າງດຽວຄົງຈະບໍ່ພໍ ແລະ ຄົງຈະບໍ່ມີມື້ງາມຂຶ້ນ, ດັ່ງນັ້ນຕ້ອງໄປລອງດ້ວຍຕົວເອງ ງານນີ້ໃຜບໍ່ໄປທີ່ DRK Beauty Clinic ຄວາມງາມບໍ່ເກີດເດີ້!!!

ແບ່ງປັນ