Breaking News

ຖອດແລ້ວ! ອາເລັກແຊນດຼ້າ ທິດາວັນ ແມ່ນ “ໜ້າກາກຊາກຸລະ” ໃນ The Mask Singer3 (ເປັນໄປຕາມທີ່ແຟນໆທວາຍໄວ້ບໍ່ມີຜິດ)

ແບ່ງປັນ

ລຸ້ນໃຈຈົດໃຈຈໍ່ກັນເລີຍສຳລັບລາຍການແຂ່ງຂັນເພງຂອງປະເທດເພື່ອນບ້ານ The Mask Singer3 ທີ່ມີກະແສຮືຮາໄປທົ່ວຫຼັງຈາກເທບທຳອິດຂອງລາຍການເປີດໂຕມາມີຫຼາຍໆໜ້າກາກ ແຕ່ມີໜ້າກາກໜຶ່ງທີ່ມີຜູ້ຄົນໃຫ້ຄວາາມສົນໃຈຫຼາຍກໍຄື “ໜ້າກາກຊາກຸລະ” ທີ່ແຟນໆທັງລາວ ແລະ ໄທ ຕ່າງກໍທວາຍໄວ້ວ່າຕ້ອງເປັນ ນັກຮ້ອງສາວສຽງຫວານຈາກ ສປປ ລາວ ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ ແນ່ນອນ.

ໃນວັນທີ 21 ກັນຍາ 2017 ລາຍການ The Mask Singer3 ກໍເຮັດການແຂ່ງຂັນອີກຄັ້ງຈົນຮູ້ແລ້ວວ່າທີ່ແທ້ຈິງ ໜ້າກາກຊາກຸລະ ທີ່ຫຼາຍໆຄົນຕ່າງລຸ້ນກັນວ່າຈະເປັນສິລະປິນທີ່ຕົວເອງທວາຍໄວ້ຫຼືບໍ່ກໍຖືກຖອດໜ້າກາກແລ້ວ. ໃນການແຂ່ງຂັນ ໜ້າກາກຊາກຸລະ ໄດ້ເຮັດການແຂ່ງຂັນກັບ ໜ້າກາກແອັບເປີ້ນ ເຊິ່ງຜູ້ທີ່ຊະນະກໍ່ແມ່ນຝ່າຍ ໜ້າກາກແອັບເປີ້ນທີ່ໄດ້ຜ່ານເຂົ້າຮອບຕໍ່ໄປ ແລະ ແນ່ນອນເລີຍວ່າໜ້າກາກທີ່ເປັນຝ່າຍເສຍກໍຕ້ອງໄດ້ຖອດ ພໍແຕ່ຖອດມາເທົ່ານັ້ນແຟນໆທີ່ກຳລັງລຸ້ນກໍຕ້ອງຮ້ອງດ້ວຍຄວາມດີໃຈ ເພາະເປັນໃຜບໍ່ໄດ້ເລີຍນອກຈາກ ອາເລັກແຊນດຼ້າ ທິດາວັນ ບຸນຊ່ວຍ  ກໍແນວວ່າສຽງຫວານເປັນເອກະລັກປານນັ້ນ ເປັນໃຜກໍຈະບໍ່ຈື່ວ່າບໍ່ (ອິອິ). #ກຳລັງເປັນກະແສແຊຣໄປ

ຮູບພາບ ແລະ ຄລິບ: WorkpointOfficial , 

Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ
ແບ່ງປັນ