Breaking News

ຢາກມີແອວ S ເຮັດໄດ້ງ່າຍໆ! ກັບ 8 ທ່າ! 8 ນາທີ ຕໍ່ມື້ ແລະ 5 ມື້ຕໍ່ອາທິດ!!! (ແຊຣເກັບໄວ້ເບິ່ງ ແລະ ເຮັດຕາມ)

ແບ່ງປັນ

ສາວໆໃຜທີ່ກໍາລັງມີບັນເລື່ອງຂອງໜ້າທ້ອງຢູ່ແດ່? ປະມານວ່າຫຼຸດນໍ້າໜັກຈົນໂຕຈ່ອຍໝົດແລ້ວ ແຕ່ທ້ອງກໍຍັງຍື່ນອອກມາຢູ່ ຫຼືສາວບາງຄົນທີ່ບໍ່ມັກຄວາມຈ່ອຍ ຢາກໃຫ້ຕົວເອງນັ້ນອວບໆມີນໍ້າມີນວນ ເພາະເຊື່ອວ່າຜູ້ຊາຍສະໄໝນີ້ເຂົາບໍມັກກັນດອກຄົນຈ່ອຍໆແຫ້ງໆວ່າຊັ້ນສາ! ຢາກເປັນສາວອວບໃຫ້ຜູ້ຊາຍມັກ ແຕ່ຢາກມີແອວ S ກໍສາມາເຮັດຕາມກັນໄດ້ສໍາລັບ 8 ທ່າ ບໍລິຫານໜ້າທ້ອງ ພຽງແຕ່ 8 ນາທີ/ມື້ 5ມື້/ອາທິດ ເທົ່ານີ້ກໍສາມາດປ່ຽນແອວແບບຂີ້ໂພ່ນເປັນຊັ້ນ ຫຼືທ້ອງຍື່ນອອກມາໃຫ້ກາຍເປັນສາວແອວ S ໄດ້ແລ້ວ!!!​ ອ້າວເຮົາບໍ່ຖ້າດົນແລ້ວເອົາເປັນວ່າໄປເບິ່ງພ້ອມກັນເລີຍສາວໆ ແລ້ວຢ່າລືມເຮັດຕາມນີ້ເດີ່!! ຈະໄດ້ແອວ S ໃສ່ຫຍັງກໍໝັ້ນໃຈແບບສຸດໆໄປເລີຍ…

1.   DIAGONAL PLANK

How to: ເບື້ອງລະ 10 ວິນາທີ

–    ນອນລົງກັບພື້ນ ໃຊ້ແຂນດັນຕົວເອງຂຶ້ນໂດຍຢຽດແຂນໃຫ້ຊື່

–    ຍົກແຂນເບືຶ້ອງໃດເບື້ອງໜຶ່ງໄປທາງໜ້າ ຕັ້ງສາກ 90 ອົງສາ

–    ຍົກຂາ ສະລັບເບື້ອງກັບແຂນໄປທາງຫຼັງ ພະຍາຍາມຢຽດຂາໃຫ້ຊື່ (ດັ່ງໃນຮູບ)

2.   V-CRUNCH
How to: 20 ນາທີ
–    ນອນລົງກັບພື້ນ ເອົາແຂນແນບເຂົ້າກັບລໍາຕົວ ແລ້ວຍົກຂາຂຶ້ນເລັກນ້ອຍ
–    ດັນຕົວເອງຂຶ້ນ ເອົາຂາຫົດເຂົ້າພ້ອມຢຽດແຂນຊື່ໃຫ້ຕັ້ງສາກກັບຫົວເຄົ່າ (ດັ່ງໃນຮູບ)


3.   Side V-Crunch
How to: ເບື້ອງລະ 10 ວິນາທີ
–    ນອນສະແຄງກັບພື້ນ ຍົກແຂນຕັ້ງສາກກັບມື ແລະ ໃນຫູ
–    ຍົກແຂນສອງເບື້ອງຂຶ້ນມາຕິດກັນ ພ້ອມຍົກລໍາຕົວຂຶ້ນມາ ໃຫ້ສອກຈຸກັບຂາ (ດັ່ງໃນຮູບ)


4.   Down-Dog Spit Knee-Up
How to: ເບື້ອງລະ 10 ວິນາທີ (2 ເຊັດ)
–    ນອນຂວໍ້າກັບພື້ນ ກົ່ງກົ້ນຂຶ້ນມາຈົນແຂນ ແລະ ຂາຢຽດຊື່
–    ຢຽດຂາເບື້ອງໜຶ່ງໄປທາງຫຼັງຈົນສຸດ
–    ດັນຕົວໄປທາງຂ້າງຈົນແຂນຕັ້ງສາກ 90 ອົງສາກັບພື້ນ ພ້ອມທັງແກ່ວງຂາລົງມາແລ້ວງໍເຄົ່າເຂົາຫາໜ້າເອິກ  (ດັ່ງໃນຮູບ)


5.   CRUNCH CHOP
How to: ເຮັດຕິດຕໍ່ກັນ 20 ນາທີ
–    ນອນຫງາຍກັບພື້ນ ຍົກຂາສອງເບື້ອງຕິດເຂົ້າກັນ 90 ອົງສາ ຢຽດແຂນຊື່ກັບຫົວ
–    ຍົກຕົວໄປທາງໜ້າ ອ້າຂາອອກ 45 ອົງສາ  (ດັ່ງໃນຮູບ)


6.   MOUNTAIN CLIMBERS
How to: ເຮັດເບື້ອງລະ 10 ວິນາທີ
–    ນອນຂວໍ້າກັບພື້ນ ຢຽດແຂນຂຶ້ນເປັນມຸມ 90 ອົງສາ
–    ຍົກເຄົ່າເຂົ້າຫາລໍາຕົວ  (ດັ່ງໃນຮູບ)


7.   SIDE PLANK TOE TOUCH
How to: ເຮັດເບື້ອງລະ 10 ວິນາທີ
–    ນອນສະແຄງ ດັນຕົວເອງຂຶ້ນມາກັບພື້ນ ໃຊ້ມືແຕະຕິ່ງຫູ
–    ຍົກຂາໄປທາງໜ້າ ເອົາມືທີ່ແຕະຫູຍື່ນໄປທາງໜ້າ ແລ້ວແຕະກັບປາຍຕີນ  (ດັ່ງໃນຮູບ)


8.   SCISSORS
How to: ເບື້ອງລະ 10 ວິນາທີ
–    ນອນຫງາຍກັນພື້ນ ຍົກຂາສອງເບື້ອງຕິດເຂົ້າກັນໃນລະດັບທີ່ຮູ້ສຶກວ່າທ້ອງຕຶງ
–    ຍົກຂາອີກເບື້ອງໜຶ່ງຂຶ້ນຈົນສຸດແລ້ວນໍາມືໄປຈັບໄວ້  (ດັ່ງໃນຮູບ)


ໝາຍເຫດ: ສໍາລັບໃຜທີ່ຢາກຫຼຸດນໍ້າໜັກໄປພ້ອມກັບການບໍລິຫານນີ້ແມ່ນຕ້ອງຄວບຄຸມອາຫານໄປພ້ອມ ແຕ່ໃຜທີ່ຕ້ອງການຢາກຫຼຸດສະເພາະໜ້າທ້ອງກໍກິນອາໄດ້ຕາມອັດທະຍາໄສຈ່າ ແຕ່ກໍຕ້ອເລືອກອາຫານທີ່ມັນບໍ່ໄປເພີ່ມໜ້າທ້ອງຕຶ່ມເດີ່! ບໍ່ດັ່ງນັ້ນ ເຖິງຊິອອກກໍາລັງກາຍໃຫ້ຕາຍກໍບໍ່ມີທາງເຫັນຜົນ!!!

By: BeautyGuru

ຂໍ້ມູນຈາກ: Spice

ແບ່ງປັນ