Breaking News

ງາມຫຼາຍ! ລູກນໍ້າ ທິດາລັດ ໄປໂຊຄວາມເປັນລາວທີ່ ປະເທດ ຍີ່ປຸ່ນ

ແບ່ງປັນ

ງາມເດ!!! ລູກນໍ້າ ທິດາລັດ ວົງສິລິ ດາລາ-ນັກສະແດງຈາກລາວເຮົາ ເດີນທາງຮ່ວມງານ “Tourism EXPO Japan 2017” ທີ່ ເມືອງ ໂຕກຽວ ປະເທດ ຍີ່ປຸ່ນ ເຊິ່ງງານດັ່ງກ່າວເປັນມະຫາກໍາທ່ອງທ່ຽວທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ ແລະ ໃຫຍ່ທີ່ສຸດຂອງອາຊີ ພາຍໃນງານກໍຈະມີບັນດາບູດການທ່ອງທ່ຽວທົ່ວປະເທດຍີ່ປຸ່ນຂອງແຕ່ລະແຂວງ ແລະ ຍັງມີບັນດາບູດຂອງຕົວແທນແຕ່ລະປະເທດໃນທົ່ວໂລກອີກດ້ວຍ .  ໂດຍສາວ ລູກນໍ້າ ກໍໄດ້ນຸ່ງຊຸດໄໝລາວປະຍຸກທີ່ມີຄວາມລຽບຫຼູ ເບິ່ງແລ້ວງາມຫຼາຍ ແລະ ລູກນໍ້າຍັງໄດ້ນຸ່ງຊຸດປະຍຸກ ເຈົ້າຍິງຊົນເຜົ່າໄທແດງ ຈົນເຮັດໃຫ້ຜູ້ທີ່ມາຮ່ວມງານຈາກທົ່ວໂລກໃຫ້ຄວາມສົນໃຈ ແລະ ຂໍຖ່າຍຮູບຢ່າງຫຼວງຫຼາຍ.

ນອກຈາກນັ້ນ ລູກນໍ້າ ຍັງມີການຈັດງານ Meet and greet ໃຫ້ແຟນຄລັບທັງຊາວລາວ ແລະ ຍີ່ປຸ່ນ ໄດ້ຮ່ວມໃກ້ຊິດອີກດ້ວຍ!!!

#ແຊຣໄປໃຫ້ໂລກຮູ້ເຖິງຄວາມເປັນລາວ

 

ລູກນໍ້າ ກັບແຟນຄລັບ ໜ້າຮັກຫຼາຍໆ

ທີ່ມາ: Louknum Vongsili

ແບ່ງປັນ