Breaking News

ຄຸ້ນກັນບໍ່ໜຸ່ມຄົນນີ້ ເທເລີ! ໜຸ່ມມາດເຂັ້ມທີ່ເປັນທັງນັກຮ້ອງ, ນາຍແບບ ແລະ ພິທີກອນ ເຈົ້າຂອງໃບປະກາດ 2 ໃບ ຈາກປັກກິ່ງ (ລະດັບປະລິນຍາໂທ)

ແບ່ງປັນ

ຄໍລໍາ: His Mind ສໍາພາດ ນາຍແບບ, ນັກຮ້ອງ ແລະ ນັກສະແດງ ແລະ ນັກສຶກສາ Degree ປະລິນຍາໂທ 2 ສາຂາ ຈາກປັກກິ່ງ (ປະເທດຈີນ) ວັນນະສິນ ສີສົມບັດ (ເທເລີ) ທີ່ມາພ້ອມມາດເຂັ້ມໆ, ຄວາມສາມາດຫຼາກຫຼາຍ ແລະ ຍັງຮຽນເກັ່ງນໍາອີກ. ທີ່ເຊື່ອວ່າຫຼາຍຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີ ເພາະຜົນງານຫຼ້າສຸດທີ່ໜຸ່ມ ເທເລີ ໄດ້ຮັບກໍຄືເປັນ ພິທີກອນ ໃນລາຍການຊື່ດັງຄື: The Featuring ນັ້ນເອງ ແລະ ຜົນງານເກົ່າທີ່ຫຼາຍຄົນອາດຈະຍັງບໍ່ລືມກັບບົດບາດການເປັນນັກຮ້ອງໃນຖານະ 4 ໜຸ່ມເຈົ້າຊູ້ ວົງເອັມແມັກ (MMAQ) ເພງ “ບໍ່ຕ້ອງບອກໃຫ້ລືມ” ທີ່ເຄີຍໂດ່ງດັງເມື່ອ 2-3​ ປີກ່ອນ ແລະ ມາແຍກເປັນຄູ່ຫູດູໂອ ເທເລີ & ບອຍ ຜົນງານເພງ “ເວດມົນ” (MAGIC) ນອກນັ້ນ, ຍັງມີຜົນງານຕ່າງໆອີກ ທີ່ໜຸ່ມຄົນນີ້ໄດ້ສ້າງສັນອອກມາສູ່ສາຍຕາຂອງປະຊາຊົນ ແລະ ປັດຈຸບັນ ໜຸ່ມຄົນນີ້ກໍຫາກໍຈົບການສຶກສາໃນລະດັບ ປະລິນຍາໂທ 2 ໃບ ມາໝາດໆຈາກ ນະຄອນຫຼວງປັກກິ່ງ (ປະເທດຈິນ) ວ້າວ!!! ເອີ້ນໄດ້ວ່າເລີດ! ເປັນອີກໜຶ່ງໜຸ່ມທີ່ໜ້າຕາດີ ແລະ ພຽບພ້ອມໄປດ້ວຍຄວາມສາມາດອີ່ຫຼີ ສໍາລັບໜຸ່ມ ເທເລີ ຂອງເຮົາ! ແລະກໍໜ້າສົນໃຈຫຼາຍ!

ສ່ວນສໍາລັບໃຜທີ່ຢາກຮູ້ຈັກກັບໜຸ່ມຄົນນີ້ເພິ່ມຕຶ່ມກ່ຽວບຸກຄະລິກ, ນິໄສໃຈຄໍຂອງທ້າວເປັນແນວໃດ? ສາມາດຊອກອ່ານໄດ້ແລ້ວໃນ ວາລະສານຂັວນໃຈ ສະບັບ ເດືອນກັນຍາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

ແບ່ງປັນ