Breaking News

ງາມແບບ ຫຼິງຫຼິງ ຫຼືງາມແບບໂຕເຮົາເອງ ເນລະມິດໄດ້ທີ່ SK Clinic…

ແບ່ງປັນ

 ປິຍະດາ ອິນທະວົງ (ຫຼິງຫຼິງ), ອາຍຸ 25 ປີ, ນັກສະແດງ-ນາງແບບ

 ແພດຍິງ ຢາອາພາ ນະສຸນີ (ໝໍ ບຸ້ງ), ອາຍຸ 32 ປີ, ປະທານ SK Clinic

 

  • ສະບາຍດີ ຫຼິງຫຼິງ ໄດ້ຍິນວ່າງາມຂຶ້ນຫຼາຍ ຫຼັງຈາກໄດ້ເປັນພຣີເຊັນເຕີຂອງ SK Clinic?

ໂດຍ… ຫຼິງຫຼິງ ກໍເປັນຄົນລາວຄົນທຳອິດເລີຍ ທີ່ໄດ້ເປັນພຣີເຊັນເຕີ ຂອງ SK clinic ທັງໝົດ 7 ສາຂາ ທົ່ວປະເທດໄທ ກໍຮູ້ສຶກຍິນດີ ຂໍຂອບໃຈທີ່ຜູ້ໃຫຍ່ທີ່ໃຫ້ໂອກາດ ແລະຂອບໃຈ ໝໍບຸ້ງ ເຈົ້າຂອງຄລີນິກທີ່ເພິ່ນເຫັນວ່າ ຫຼິງຫຼິງ ມີຄວາມເໝາະສົມ (ຍິ້ມ) ເລື່ອງງາມຂຶ້ນນິ ຫຼິງຫຼິງ ບໍ່ຂໍປະຕິເສດ ເພາະມີປະສົບການດ້ວຍຕົນເອງມາແລ້ວ ຈຶ່ງເຊື່ອໝັ້ນໃນຝີມື ແລະນະວັດຕະກຳໃໝ່ໆຂອງເພິ່ນ

  • ພຣີເຊັນເຕີຜ່ານມາເຮົາໄດ້ໃຊ້ບໍລິການຫຍັງຂອງ SK Clinic ແດ່?

ອັນທຳອິດເລີຍຄື ເສີມດັງ ທີ່ເເຫຼືອກໍແມ່ນເຮັດຜິວຂາວໃສ ສີດວິຕາມິນ ສີດໂບທ໋ອກ (Botox) ປັບຮູບໜ້າໃຫ້ນ້ອຍແດ່ ເຮັດພວດເທີໝາດ (Thermage) ແລະ ໄຮຟູ (HIFU) ຍົກກະຊັບໜ້າ ເປັນນະວັດຕະກຳໃໝ່ ຫຼັງຈາກເຮັດມາມີຄວາມຮູ້ສຶກດີຫຼາຍ ເພາະງາມຂຶ້ນອີ່ຫຼີ ໃຜເຫັນກໍຈະຍ້ອງ ຫຼິງຫຼິງ ກໍບອກ ໝໍບຸ້ງ ເຈົ້າຂອງຄລີນິກຕະຫຼອດວ່າ ຖ້າມີຫຍັງອອກໃໝ່ກໍບອກໄດ້ເດີ້ ເພາະເຮົາຢາກໄປລອງກ່ອນໝູ່ (ຍິ້ມ)

  • ຍ້ອນຫຍັງຈື່ງໄວ້ໃຈ SK Clinic?

ຍ້ອນ SK Clinic ມີທ່ານໝໍທີ່ເກັ່ງ ມີປະສົບການ ມີໃບຮັບຮອງທາງການແພດຖືກຕ້ອງ ຫຼິງຫຼິງ ສາມາດໄວ້ໃຈໄດ້ ທີ່ຜ່ານມາເພິ່ນກໍບໍ່ເຄີຍເຮັດໃຫ້ຜິດຫວັງເລີຍ ບໍ່ພຽງເທົ່ານັ້ນ ເພິ່ນຍັງມີນະວັດຕະກຳໃໝ່ໆໃຫ້ເຮົາໄດ້ລອງໃຊ້ ມີຄວາມປອດໄພສູງ ຮັບປະກັນວ່າ ເພິ່ນຊ່ວຍໃຫ້ສາວໆງາມຂຶ້ນແທ້ແນ່ນອນ

ເລີ່ມສົງໄສແລ້ວແມ່ນບໍ່ ວ່າທ່ານໝໍບຸ້ງ ຜູ້ເນລະມິດໃຫ້ ຫຼິງຫຼິງ ງາມຂຶ້ນນີ້ແມ່ນໃຜ?? ໄປຮູ້ຈັກກັບເພິ່ນເລີຍເນາະ

  • ແນະນຳຕົວເອງແດ່ ໝໍຄົນງາມ…

ສະບາຍດີສາວໆຂວັນໃຈ ຂ້ອຍມີຊື່ວ່າ ແພດຍິງ ຢາອາພາ ນະສຸນີ ຫຼື ໝໍບຸ້ງ ອາຍຸ 32 ເປັນເຈົ້າຂອງ SK Clinic ມີສາຂາທົ່ວປະເທດໄທ ເປີດມາໄດ້ 8 ປີ ກຳລັງຈະເຂົ້າປິທີ 9 ແລ້ວ ຍິນດີທີ່ໄດ້ຮູ້ຈັກແຟນໆຂວັນໃຈ ແລະພີ່ນ້ອງຊາວລາວເດີ້ (ຍິ້ມຫວານ)

  • ໝໍບຸ້ງ ຊ່ວຍເລົາທີ່ມາຂອງ SK Clinic ໃຫ້ຟັງແດ່?

ໃນຖານະທີ່ ໝໍບຸ້ງ ກໍເປັນແມ່ຍິງຄົນໜຶ່ງ ໝໍບຸ້ງ ຈຶ່ງເຂົ້າໃຈດີວ່າ “ຄວາມງາມ” ມັນສໍາຄັນຫຼາຍປານໃດ ສໍາລັບແມ່ຍິງເຮົາ ເພາະ “ຄວາມງາມ” ນໍາມາເຊິ່ງຄວາມສຸກໃຈ ຕໍ່ຕົນເອງ, ຄວາມໝັ້ນໃຈໃນການອອກໄປປະເຊີນໂລກ ພົບປະຜູ້ຄົນ ຫຼືແມ້ແຕ່ໄຂວ່ຄວ້າຄວາມຝັນ ນອກຈາກນັ້ນ “ຄວາມງາມ” ຍັງຊຸກຍູ້ ແມ່ຍິງ ໃຫ້ເຂົ້າເຖິງໂອກາດ ໃນທຸກໆດ້ານຂອງຊີວິດ ບໍ່ວ່າຈະເປັນ ວຽກງານ, ການສ້າງລາຍຮັບ ເພາະໜ້າຕາເປັນປະຕູດ່ານທຳອິດທີ່ຈະສ້າງຄວາມປະທັບໃຈໃຫ້ຄົນອ້ອມຂ້າງ  ອີກຢ່າງ ໂລກປະຈຸບັນນີ້ ກໍບໍ່ໄດ້ມີແຕ່ແມ່ຍິງ ແຕ່ຍັງມີສາວປະເພດສອງນຳອີກ ເຊິ່ງຖ້າເຮົາຊ່ວຍໃຫ້ເຂົາເຈົ້າງາມຂຶ້ນໄດ້ທັນໃຈ ດ້ວຍນະວັດຕະກຳລ້ຳໜ້າຫຼາຍໆຢ່າງ ໝໍບຸ້ງ ເອງກໍຢາກເປັນສ່ວນໜຶ່ງທີ່ຊ່ວຍເນລະມິດ ໃຫ້ແມ່ຍິງ ແລະສາວປະເພດສອງທັງຫຼາຍໄດ້ງາມຂຶ້ນ ແລະໝັ້ນໃຈໃນຕົນເອງຫຼາຍຂຶ້ນ ດັ່ງນັ້ນ SK Clinic ຈຶ່ງຖືກເປີດຂຶ້ນມາ ດ້ວຍ Passion ຂອງໝໍບຸ້ງເອງ ເຊິ່ງກໍມີກະແສຕອບຮັບຈາກລູກຄ້າເປັນຢ່າງດີ ໝໍບຸ້ງເອງກໍດີໃຈ ແລະເຫັນວ່າມີລູກຄ້າຊາວລາວມາໃຊ້ບໍລິການຫຼາຍສົມຄວນ ສະນັ້ນ ເຮົາຈຶ່ງເລືອກ ຫຼິງຫຼິງ ມາເປັນພຣີເຊັນເຕີໃຫ້

  • ຢູ່ລາວມີສາຂາບໍ່? ແລະໃນອານາຄົດມີແຜນຈະຂະຫຍາຍມາລາວບໍ່?

ຍັງ ແຕ່ສາຂາທີ່ໃກ້ກັບລາວສຸດກໍໜ້າຈະເປັນອຸດອນ ແຕ່ກໍມີແຜນວ່າຈະເປີດຢູ່ລາວ ແຕ່ເຮົາກໍຍັງເບິ່ງກະແສຕອບຮັບ (Feedback) ຂອງລູກຄ້າຢູ່ ສ່ວນຢູ່ລາວເຮົາກໍກຳລັງໂຄສະນາເພີ່ມ ເພື່ອໃຫ້ພີ່ນ້ອງຊາວລາວໄດ້ຮູ້ຈັກເຮົາຫຼາຍກວ່ານີ້ກ່ອນ

  • SK Clinic ມັນແຕກຕ່າງຈາກຄີນິກອື່ນແນວໃດ?

ແນວຄວາມຄິດ (concept) ຂອງຄລີນິກເຮົາກໍຄື “ຄວາມຈິງໃຈ” ບາງເທື່ອໜ້າຕາຂອງຄົນເຮົາບໍ່ໄດ້ຈໍາເປັນຈະຕ້ອງເຮັດຫຍັງຫຼາຍ ລູກຄ້າອາດຈະແກ້ໄຂພຽງຈຸດດຽວເທິງໃບໜ້າກໍງາມແລ້ວ ເພາະແຕ່ລະຄົນມີຈຸດດີ ຈຸດເດັ່ນທີ່ແຕກຕ່າງກັນ ສະນັ້ນ ໝໍບຸ້ງ ແລະໝໍທ່ານອື່ນໆໃນຄລີນິກເຮົາ ຈະແນະນຳລູກຄ້າຕາມຄວາມເໝາະສົມ ເພາະເຮົາບໍ່ໄດ້ຕ້ອງການຂາຍເກີນໄປ ຈົນຕ້ອງເຊຍໃຫ້ລູກຄ້າເຮັດຫຼາຍໆຢ່າງພ້ອມກັນ ຈົນເກີດຄວາມຈຳເປັນ ເຮົາບໍ່ໄດ້ເນັ້ນວ່າຈະຕ້ອງໄດ້ເງິນ ຫຼືເຫັນເປັນເລື່ອງຂອງທຸລະກິດຢ່າງດຽວ ສຳລັບເຮົາແລ້ວ ຄວາມຮູ້ສຶກຂອງລູກຄ້າສຳຄັນທີ່ສຸດ ຍ້ອນແນວນີ້ ກໍເລີຍເຮັດໃຫ້ລູກຄ້າ ແນະນຳໝູ່ເພື່ອນມາໃຊ້ບໍລິການນຳພວກເຮົາ ຈຸດນີ້ເປັນຂໍ້ແຕກຕ່າງ ຫຼືຈຸດເດັ່ນຂອງຄລີນິກເຮົາ ສ່ວນເລື່ອງລາຄາ ພວກເຮົາກໍໃຫ້ຄວາມສຳຄັນ ຢາກໃຫ້ເປັນລາຄາທີ່ທຸກໆຄົນ ທຸກໆລະດັບສາມາດເຂົ້າເຖິງໄດ້ ບໍ່ແພງຫຼາຍແຕ່ຄຸນນະພາບດີ

  • ສ່ວນຫຼາຍລູກຄ້າມີກຸ່ມຄົນໃດແດ່? ໄດ້ຍິນຂ່າວວ່າຢູ່ໄທໝໍໄດ້ເປັນຂວັນໃຈສາວປະເພດສອງ?

ຈະເວົ້າແບບນັ້ນກໍໄດ້ ເພາະວ່າ 1 ໝໍບຸ້ງຈະເລັງເຫັນວ່າຄົນທີ່ມັກເຮັດສັນຍະກຳສ່ວນໃຫ່ຍຈະເປັນສາວປະເພດສອງ ເພາະວ່າເຂົາເຫຼົ່ານັ້ນມີຈິດໃຈເປັນແມ່ຍິງ ແລະຕ້ອງການເປັນແມ່ຍິງທີ່ສຸດ ເຮົາກໍຢາກຊ່ວຍໃຫ້ເຂົາເຈົ້າສົມປາຖະໜາ ແຕ່ທີ່ຈິງແລ້ວລູກຄ້າຂອງເຮົາ ກໍມີທຸກກຸ່ມ ທຸກເພດ ແຕ່ກຸ່ມທີ່ເຮັດຫຼາຍທີ່ສຸດໃນເມືອງໄທ ກໍໜ້າຈະເປັນສາວປະເພດສອງ ແລະ ໝໍບຸ້ງ ກໍເລີຍໄດ້ສາຍາວ່າ “ຂວັນໃຈສາວປະເພດສອງ” ອັນນີ້ກໍບໍ່ຮູ້ວ່າມາໄດ້ແນວໃດ ຫຼືອາດຈະມາຈາກນ້ອງໆສາວປະເພດສອງພາກັນເວົ້າຕໍ່ໆກັນ ແລະຕັ້ງສາຍານີໃຫ້ຫ້ເຮົາກໍເປັນໄດ້ ສ່ວນຫຼາຍແມ່ຍິງແທ້ໆທີ່ເຂົາເຮັດສັນຍະກຳນຳເຮົາ ຖ້າຈະໃຫ້ສະເລ່ຍກໍໜ້າຈະມີປະມານ 2 ຄົນ ໃນ 10 ຄົນ ຄົນທີ່ມາເຮັດດັງກັບ ໝໍບຸ້ງ ຖ້າຈະໃຫ້ນັບທັງໝົດກໍປະມານ 30,000 ຄົນແລ້ວ ຍົກຕົວຢ່າງເວລາ ໝໍບຸ້ງ ບິນໄປສາຂາອຸດອນໝໍຈະຮັບລູກຄ້າ ປະມານ 80ຄົນ/ມື້ ຖືວ່າຫຼາຍ ແຕ່ເຮົາກໍມີໝໍຫຼາຍຄົນ

  • ຄລີ SK Clinic ມີບໍລິການຫຍັງແດ່?

ປະຈຸບັນເຮົາມີບໍລິການ ເສີມນົມ ເສີມດັງ ເຮັດຕາສອງຊັ້ນ ປາກກະຈັບ ຫຼຸດຂະໜາດຄາງກະໄຕ ຫຼຸດຂະໜາດແກ້ມ ຮ້ອຍໄໝ ໂບທ໊ອກໜ້ານ້ອຍ ຟິນເລີ (Filler) ເຕີມຄາງ, ເລເຊີກະຊັບຊ່ອງຄອດ ແລະຍັງມີການເຮັດໃຫ້ອະໄວຍະວະເພດຂາວໃສ ມີທັງບຸ້ງເຮັດເອງ ແລະທ່ານໝໍຄົນອື່ນຊ່ວຍນຳ ແຕ່ເຮົາເປັນເຈົ້າຂອງ ສ່ວນໃຫຍ່ ໝໍບຸ້ງ ປະຈຳສາຂາໃຫຍ່ ທີ່ກຣຸງເທບ ແຕ່ວ່າໃນແຕ່ລະເດືອນບຸ້ງ ຈະເດີນສາຍໄປແຕ່ລະສາຂາເດືອນລະເທື່ອ

  • ເປັນຫຍັງຄົນລາວຈະຕ້ອງເລືອກໃຊ້ບໍລິການຂອງ SK Clinic?

ຄິດວ່າຄົນລາວຕ້ອງເລືອກເຮົາ ຍ້ອນຄວາມຈິງໃຈ ຄຸນນະພາບທີ່ດີ ປະສົບການຍາວນານ ແລະລາຄາເປັນກັນເອງ ລອງຄິດເບິ່ງວ່າ ຖ້າລູກຄ້າຄິດຈະເຮັດສັນຍະກຳທັ້ງເທື່ອ ຄວນເລືອກຢູ່ໃສ ລະຫວ່າງບ່ອນທີ່ເປີດມາພຽງເດືອນດຽວ ປີດຽວ ຫຼືຈະເລືອກຄລີນິກທີ່ເປີດມາເປັນປີທີ່ 9 ແລ້ວ? ເຮົາເປີດມາດົນຈົນເວົ້າໄດ້ວ່າ SK Clinic ກາຍເປັນຕຳນານຂອງຄວາມງາມສຳລັບຫຼາຍໆຄົນໄປແລ້ວ … ສະນັ້ນ ໝໍບຸ້ງ ຢາກຝາກໄວ້ວ່າ ຫາກຄິດຈະເຮັດສັນຍະກຳຈັກຄັ້ງໜຶ່ງໃນຊີວິດ ຄວນພິຈາລະນາໃຫ້ດີໆ ເລືອກຄລີນິກທີ່ມີຊື່ສຽງ ແລະເຊື່ອຖືໄດ້ໄປເລີຍ ເພາະຖ້າເຮົາເຮັດມາແລ້ວເຮົາງາມຂຶ້ນ ໝໍບຸ້ງ ເຊື່ອແນ່ນອນວ່າຊີວິດເຮົາກໍຈະປ່ຽນໄປໃນທາງທີ່ດີຂຶ້ນ

  • ຖ້າຢາກເຮັດສັນຍະກຳກັບ SK Clinic ໝໍບຸ້ງ ມີຊ່ອງທາງຂໍຄຳປືກສາໃດແດ່?
  1. ຊ່ອງທາງ Facebook page ສາມາດສົ່ງ Inbox ເຂົ້າໄປຖາມກໍຈະມີເຈົ້າໜ້າທີ່ໃຫ້ຄຳຕອບຕະຫຼອດ 2. ທາງ LINE ຂອງ SK Clinic 3. ພີ່ນ້ອງຊາວລາວສາມາດມາທີ່ຄີນິກສາຂາອຸດອນທານີ ແລະຂໍປຶກສາກັບໝໍທີ່ຊ່ຽວຊານໂດຍກົງ ສະຖານທີ່ຕັ້ງຢູ່ກົງກັນຂ້າມກັບ UD-Town.

ສາມາດຕິດຕາມ: Sk Clinics/FaceBook

SKclinics/ Line: @skclinic

FB: Piyadar Lingling Inthavong

IG: lingpiyadar

 

ແບ່ງປັນ