Breaking News

So cute! ແອັບເປີ້ນ ສີສະຫງຽນ ຖືກໝູ່ເຊີໄພ້ຈັດງານປາຕີ້ສະລະໂສດໃຫ້!!!

ແບ່ງປັນ

ມີຄວາມໜ້າຮັກ ມຸ້ງມິ້ງຟຣຸ້ງຟຣິ້ງ ສຳລັບສາວ ແອັບເປີ້ນ ສີສະຫງຽນ ສີຫາລາດ ວ່າທີ່ເຈົ້າສາວປ້າຍແດງ ທີ່ຫຼ້າສຸດຖືກບັນດາໝູ່ສະນິດຈັດງານເຊີໄພ້ (Surprise) ໂດຍມີການຈັດງານ ປາຕີ້ສະລະໂສດ (Apple’s Hen night) ກ່ອນທີ່ຈະຮອດມື້ແຕ່ງດອງແທ້ 3 ພະຈິກນີ້, ພາຍໃນງານເຕັມໄປດ້ວຍຄວາມ happy ເພາະຖືເປັນການລວມຕົວຂອງແກັງເພື່ອນສາວທັງໃນ ແລະ ນອກວົງການ ງານກໍຈັດໄດ້ໜ້າຮັກຫວານແວ໋ວ ເຕັມໄປດ້ວຍສີບົວໄປໝົດທົ່ວທັງງານ.

ນອກຈາກນັ້ນບັນດາໝູ່ສະໜິດຂອງສາວ ແອັບເປີ້ນ ຍັງພ້ອມໃຈກັນໃສ່ໜ້າກາກ ຟຣຸກ ຈິລະ ເຊິ່ງເປັນວ່າທີ່ເຈົ້າບ່າວຂອງ ແອັບເປີ້ນ ນຳອີກ, ຢ່າງໃດກໍຂໍສະແດງຄວາມຍິນດີກັບຄຸ່ຮັກສາວລາວ-ບ່າວໄທຫຼາຍໆເດີ້!!!

ຮູບພາບ: Appleminiberry

ແບ່ງປັນ