Breaking News

ນໍ້າຕົກຕາດຟານ ເປັນນໍ້າຕົກຕາດສອງສາຍທີ່ໄຫຼມາຈາກພູຟາກກົງກັນຂ້າມ ຕົກຂະໜານກັນລົງໄປສອງສາຍ ເຊິ່ງມີຄວາມສວຍງາມສະຫງ່າ ແລະຍິ່ງໃຫຍ່ຫຼາຍ

ແບ່ງປັນ

ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ແລະອາຍໝອກ

ສະບັບນີ້ ອິນດີ້ພາທ່ຽວ ຂໍເອົາໃຈສາວໆຂາລຸຍທີ່ຮັກໃນການທ່ອງທ່ຽວ ແລະ ຮັກໃນທຳມະຊາດທັງຫຼາຍ ໂດຍການພາຂີ່ລົດຈັກສຳຜັດກັບທຳມະຊາດ ແລະ ຜູ້ຄົນສອງຂ້າງທາງ ເລາະອາບນໍ້າຕົກໄປເລື້ອຍໆ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ພາກໃຕ້ຂອງລາວເຮົາ

ເປັນທີ່ຮູ້ກັນດີວ່າ ປາກຊ່ອງບໍລະເວນ ເປັນເມືອງແຫ່ງກາເຟທີ່ປູກຈາກດິນພູເຂົາໄຟ ເຊິ່ງມີຄວາມອຸດົມສົມບູນຫຼາຍໆຢ່າງ ພູເຂົາສະຫຼັບຊັບຊ້ອນ ແລະ ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວຫຼາຍແຫ່ງ ທີ່ໂດດເດັ່ນອີກໜຶ່ງຢ່າງນັ້ນກໍຄືນໍ້າຕົກຕາດເຊິ່ງຢັ່ງຢາຍກັນຢູ່ຫຼາຍບ່ອນ ແລະ ແຕ່ລະບ່ອນແມ່ນຢູ່ໃກ້ໆກັນເຮັດໃຫ້ເຮົາຂີ່ລົດຈັກເລາະຢ່າງສະບາຍເລີຍ.

ເລີ່ມຕົ້ນ Trip ນີ້ຂອງພວກເຮົາ ໂດຍການຫາທີ່ພັກໃນຕົວເມືອງປາກເຊກ່ອນ ແນະນໍາໃຫ້ຫາທີ່ພັກໃກ້ໆກັບບ່ອນເຊົ່າລົດຈັກ ເຊິ່ງບາງໂຮງແຮມຈະມີບໍລິການໃຫ້ເຊົ່າລົດຈັກນຳ ຈະຊ່ວຍເພີ່ມຄວາມສະດວກໃຫ້ເຮົາໄດ້ຫຼາຍຂຶ້ນຕື່ມ, ຕື່ນເຊົ້າ ພວກເຮົາກໍຕ້ອງເຕີມພະລັງກ່ອນອອກເດີນທາງດ້ວຍເຂົ້າປຽກເສັ້ນຮ້ານດັງ ທີ່ຢູ່ບໍລິເວນໂຮງໜັງເກົ່າ ຫຼັງຈາກກິນເຕັມອີ່ມແລ້ວເຮົາກໍເລີ່ມອອກເດີນທາງ ມຸ່ງໜ້າໄປເມືອງປາກຊ່ອງທັນທີ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ ນັ້ນກໍຄືການອອກໄປລ່ານໍ້າຕົກຕາດ ແຕ່ໃນລະຫວ່າງສອງຟາກທາງກ່ອນຈະຮອດນໍ້າຕົກນັ້ນ ເຮົາເຫັນຊາວບ້ານນຳເອົາເຄື່ອງຫັດຖະກຳຕ່າງໆມາວາງຂາຍ ແລະ ໝາກໄມ້ຕາມລະດູການຢ່າງຫຼວງຫຼາຍ ໂດຍສະເພາະໝາກຖົ່ວລຽນ ແລະ ໝາກນັດ ແນ່ນອນວ່າພວກເຮົາບໍ່ພາດທີ່ຈະແວະຊື້ກິນໄປນຳທາງ ຂີ່ລົດໄປເລື້ອຍໆ ເຮົາໃຊ້ເວລາຂັບລົດຈາກປາກເຊປະມານ 30 ນາທີ ກວ່າໆ ກໍຮອດທາງເຂົ້ານໍ້າຕົກອີ່ຕູ້ ເຊິ່ງຈະມີປ້າຍໃຫຍ່ໆຢູ່ແຄມທາງເລີຍ ບໍ່ຕ້ອງຢ້ານຫຼົງ ຂັບລົດເຂົ້າໄປຈະເຫັນສວນກາເຟຖືວ່າຮອດແລ້ວ ຢູ່ບໍລິເວນນໍ້າຕົກຕາດອີ່ຕູ້ມີທີ່ພັກ ແລະ ຮ້ານອາຫານບັນຍາກາດດີໆໄວ້ໃຫ້ບໍລິການອີກດ້ວຍ ອອກຈາກນໍ້າຕົກຕາດອີ່ຕູ້ ເຮົາກໍ່ໄປລຸຍຕໍ່ກັນເລີິຍກັບນໍ້າຕົກຕາດຟານ ເຊິ່ງເປັນນໍ້າຕົກຕາດສອງສາຍທີ່ໄຫຼມາຈາກພູຟາກກົງກັນຂ້າມ ຕົກຂະໜານກັນລົງໄປສອງສາຍ ເຊິ່ງມີຄວາມສວຍງາມສະຫງ່າ ແລະຍິ່ງໃຫຍ່ຫຼາຍ ເຊິ່ງເຮົາຈະຢືນຢູ່ຈຸດຊົມວິວອີກຟາກໜຶ່ງ ບໍ່ສາມາດລົງໄປຫຼິ້ນນໍ້າໄດ້ຊົມວິວຢ່າງດຽວເດີ້ ບໍລິເວນນໍ້າຕົກມີຮ້ານຂາຍຂອງຕ້ອນ ເຄື່ອງທີ່ລະລຶກ ທີ່ເດັດສຸດໆແມ່ນຮ້ານກາເຟສົດ ແລະ ນໍ້າຕົກຕາດທີ່ພວກເຮົາພູມໃຈນຳສະເໜີແມ່ນ ນໍ້າຕົກຕາດເຍືອງ ນັ້ນເອງ. ເສັ້ນທາງມາຕາດເຍືອງແມ່ນເສັ້ນດຽວກັນກັບນໍ້າຕົກຕາດຟານ ມີຈຸດຖ່າຍຮູບຫຼາຍຈຸດທັງຢູ່ເທິງນໍ້າຕົກ ແລະ ກົ້ນນໍ້າຕົກຕາດເຍືອງ ກໍເປັນອີກໜຶ່ງສະຖານທີ່ ທີ່ບໍ່ຄວນພາດເມື່ອມາຮອດດິນແດນພູເຂົາໄຟແຫ່ງນີ້.

ນອກຈາກນໍ້າຕົກຕາດທີ່ດຶງດູດຜູ້ຄົນໃຫ້ມາຢ້ຽມຢາມຢູ່ສະເໝີແລ້ວ ເມືອງປາກຊ່ອງຍັງມີຜູ້ຄົນ ແມ່ຄ້າຊາວຂາຍທີ່ຍິ້ມແຍ້ມແຈ່ມໃສເປັນມິດ ພາກັນເອົາເຄື່ອງປູກມາຂາຍ ເຄື່ອງຈັກສານຫັດຖະກຳທີ່ຫາມາໄດ້ ວາງຂາຍມີໃຫ້ເຫັນເປັນໄລຍະໃຫ້ເຮົາໄດ້ເລືອກຊື້ເປັນຂອງຝາກຕະຫຼອດສອງຂ້າງທາງ ເຊິ່ງນີ້ກໍຄືສະເໜ່ອີກຢ່າງໜຶ່ງ ທີ່ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວເມືອງປາກເຊແຫ່ງນີ້ ຢ່າງບໍ່ຂາດສາຍເລີຍໃນແຕ່ລະປີ.

ການຂັບລົດຈັດທ່ຽວ ເປັນການທ່ອງທ່ຽວແບບໄດ້ຮັບພະລັງຈາກທຳມະຊາດແບບເຕັມໆ ເພາະນອກຈາກ ທິວທັດທຳມະຊາດທີ່ເຮົາໄດ້ພົບເຫັນໃນລະຫວ່າງທາງແລ້ວ ເຮົາຍັງຈະໄດ້ພົບເຫັນວິຖີຊີວິດ ໄດ້ສຳຜັດກັບການເດີນທາງແບບທຳມະດາ ແຕ່ບໍ່ທຳມະດາແບບນີ້ ໄດ້ພົບຄວາມສວຍງາມສອງຂ້າງທາງ ຖ້າໃຜທີ່ຍັງບໍ່ເຄີຍລອງຂັບລົດຈັກອອກໄປທ່ຽວ ຢາກແນະນຳ Trip ສັ້ນໆແບບພວກເຮົາລອງເບິ່ງ ບາງທີອາດຈະຕິດໃຈກໍເປັນໄດ້

ວາລະສານຂວັນໃຈ ສະບັບ ເດືອນ ກໍລະກົດ 2017.

ແບ່ງປັນ