Breaking News

ເຄື່ອງສໍາອາງທີ່ເຮົາໃຊ້ໝົດອາຍຸ ຫຼື ບໍ່?

ແບ່ງປັນ

ເຄື່ອງສໍາອາງທີ່ເຮົາໃຊ້ໝົດອາຍຸ ຫຼື ບໍ່?

exx-color-cosmetics-1

  • Mascara, eyeshadow, eyeliner: ໝົດອາຍຸພາຍໃນ 3 ເດືອນຫຼັງຈາກເປີດໃຊ້ ເພາະເກີດຈາກດ້າມທີ່ຢູ່ດ້ານໃນນັ້ນຕ້ອງຈຸ່ມເຂົ້າ-ອອກເຮັດໃຫ້ສໍາຜັດກັບອາກາດເລື່ອຍໆ ດັ່ງນັ້ນແລ້ວຄວນຫຼີກການອັດດ້າມລົງໄປໃນຫຼອດເລື່ອຍໆເພາະຈະເຮັດໃຫ້ເຄື່ອງສໍາອາງແຫ້ງໄວ ແລະ ໝົດອາຍຸໄວຂຶ້ນ.
  • ຮອງພື້ນ: ຖ້າຫາກເປັນແບບປະສົມນໍ້າຈະໝົດອາຍຸພາຍໃນ 1 ປີຫຼັງຈາກເປີດໃຊ້ແຕ່ເຮົາສາມາດແກ່ຍາວອາຍຸການໃຊ້ງານໃຫ້ໄດ້ດົນຂຶ້ນໂດຍປິດຝາໃຫ້ແໜ້ນແລ້ວມ້ຽນໄວ້ໃນຕູ້ເຢັນ ແລະ ໃຊ້ຟອງນໍ້າແທນການສໍາຜັດຮອງພື້ນໂດຍກົງ.
  • ແປ້ງຝຸ່ນທາໜ້າ ຫຼື ສີທາແກ້ມ: ໝົດອາຍຸພາຍໃນ 2 ປີຫຼັງຈາກເປີດໃຊ້ເຮົາສາມາດແກ່ຍາວອາຍຸການໃຊ້ງານໄດ້ດ້ວຍການໃຊ້ໄມ້ແປງປັດໜ້າແທນການໃຊ້ມືສໍາຜັດໂດຍກົງ.
  • ລິບສະຕິກ: ໝົດອາຍຸພາຍໃນ 2 ປີຫຼັງຈາກເປີດໃຊ້ຄັ້ງທໍາອິດ Lip Gloss ມີອາຍຸການໃຊ້ງານພຽງ 1 ປີເທົ່ານັ້ນໂດຍສະເພາະແບບຈິ້ມຈຸ່ມເຮົາສາມາດແກ່ຍາວອາຍຸການໃຊ້ງານຂອງລິບສະຕິກໃຫ້ໄດ້ດົນຂຶ້ນໂດຍປິດຝາໃຫ້ແໜ້ນແລ້ວມ້ຽນໄວ້ໃນຕູ້ເຢັນ.
  • ສໍແຕ້ມຄິ້ວ: ໝົດອາຍຸພາຍໃນ 2 ປີຫຼັງຈາກເປີດຝາໃຊ້.
  • ຄຣີມ ຫຼື ໂລຊັ່ນບໍາລຸງຜິວ: ໝົດອາຍຸພາຍໃນ 1 ປີຫຼັງຈາກເປີດໃຊ້ຄັ້ງທໍາອິດ.

 

ແບ່ງປັນ