Breaking News

ມາຮູ້ຈັກກັບ!!! ປະຫວັດຄວາມເປັນມາ, ຄວາມໝາຍ ແລະ ຄວາມສໍາຄັນ ຂອງປະເພນີບຸອອກພັນສາ ປະວໍຣະນາ 1 ໃນຮີດ 12 ຮີດຂອງຄົນລາວ… (ແຊຣເອົາບຸນ)

ແບ່ງປັນ

ປະເພນີທີ 11: ບຸນອອກພັນສາ (ບຸນເດືອນ 11)

ສະບາຍດີແຟນໆຂັວນໃຈ ໄລຍະນີ້ກໍເປັນໄລຍະຂອງປະເພນີບຸນອອກພັນສາ (ບຸນເດືອນ 11) ຫຼືບຸນຊ່ວງເຮືອ ທີ່ຄົນລາວຊາວພຸດຮູ້ຈັກກັນດີ ແລະ ມື້ນີ້ພວກເຮົາຈະພາແຟນໆໄປຮູ້ຈັກກັບ ປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງປະເພນີນີ້ກັນວ່າ ມີທີ່ໄປທີ່ມາແນວໃດ? ໄປຮູ້ຈັກກັນເລີຍ!!

  • ປະຫວັດຄວາມເປັນມາ: ປະເພນີອອກພັນສານັ້ນສ່ວນໃຫຍ່ແລ້ວ ຈະເນັ້ນທີ່ການທໍາບຸນທໍາທານ ແລະ ຕັກບາດເທໂວ ເຫດທີ່ຕ້ອງທໍາບຸນຕັກບາດເທໂວໃນວັນອອກພັນສານັ້ນ ເພາະຖືເອົາເທສະການສະເດັດລົງ ຈາກສະຫວັນຂອງພຣະພຸດທະເຈົ້າ ເຊິ່ງຕໍານານກ່າວວ່າ: ພຣະພຸດທະເຈົ້າຊຶ່ງມີຄວາມຕ້ອງການໄປໂປຣດພຣະມານດາທີ່ຢູ່ເມືອງສະຫວັນຊັ້ນດາວະດິງແລ້ວ ແລະ ໄປຈໍາພັນສາຢູ່ທີ່ນັ້ນ ຈົນຄົບໄຕຣມາດ 3 ເດືອນ ພໍເຖິງວັນອອກພັນສາ (ເພັງ 15 ຄໍ່າເດືອນ 11) ແລ້ວຈຶ່ງສະເດັດກັບເມືອງມະນຸດ ຂະນະທີ່ສະເດັດກັບກໍມີພະພຸດທະສາສະະນິກກະຊົນ ໄດ້ຄອຍຕ້ອນຮັບ ແລະ ລໍຖ້າໃສ່ບາດຢ່າງມາກມາຍ ຊຶ່ງມີທັງພຣະພິຂຸ ປະຊາຊົນທີ່ຈະໃສ່ບາດໃນຈໍານວນຫຼວງຫຼາຍ ບາງຄົນບໍ່ສາມາດເຂົ້າໃກ້ ແຕ່ຢາກໃສ່ບາດຈຶ່ງໂຍນເຂົ້າໃສ່ບາດໃນພຣະພຸດທະເຈົ້າ ແລະ ສາວົກ ເປັນເຫດໃຫ້ເກີດມີປະເພນີຕັກບາດເທໂວ ສືບໆກັນມາຈົນຮອດທຸກວັນນີ້.

  • ຄວາມໝາຍ ແລະ ຄວາມສໍາຄັນ: ປະເພນີບຸນອອກພັນສາເປັນອີກປະເພນີຂອງຊາວພຸດອີກພິທີໜຶ່ງ ເພາະເລື່ອງກ່ຽວກັບພຣະພິຂຸສົງ ໂດຍແມ່ນວັນຂຶ້ນ 15 ຄໍ່າ ເດືອນ 11 ເຊິ່ງປີນີ້ ກົງກັບວັນທີ 5 ເດືອນ 10 ພຣະສົງຈະໂຮມກັນທໍາພິທີອອກພັນສາ ປະວໍຣະນາ ເມື່ອພຣະສົງ-ສໍາມະເນນໄດ້ຈໍາພັນສາຄົບຖ້ວນໄຕຣມາດ 3 ເດືອນ ແຕ່ທີ່ສໍາຄັນທີ່ສຸດທີ່ເປັນຫົວໃຈຂອງການອອກພັນສາຄື: ພຣະສົງທີ່ຢູ່ຮ່ວມກັນໃນທີ່ແຫ່ງດຽວກັນເປັນເວລາດົນ ໂອກາດທີ່ຈະກະທົບກະທັ່ງກັນ ບໍ່ພໍໃຈກັນເຮັດໃຫ້ຄຸ້ນເຄືອງແກ່ກັນຍ່ອມມີເປັນທໍາມະດາ ພຣະອົງຈຶ່ງຊົງເອົາອອກພັນສາເປັນວັນປະວໍຣະນາ ເພື່ອໃຫ້ພຣະສົງໄປປະວາລະນາຕົນເອງຄື: ບອກແກ່ເພື່ອນສະຫະທໍາມິກ (ເພື່ອນນັກບວດ) ດ້ວຍກັນວ່າຂໍໃຫ້ໝູ່ສົງໄດ້ກ່າວໃນນາມຕັກເຕືອນເຊິ່ງກັນ ແລະ ກັນໄດ້ ນອກຈາກບຸນອອກພັນສາແລ້ວຍັງມີ ບຸນຊ່ວງເຮືອ, ໄຫຼເຮືອໄຟບູຊາ ດັ່ງຄໍາສອນທີ່ວ່າ:

ຮີດໜຶ່ງນັ້ນ ຮອດເດືອນ 11 ແລ້ວ                        ກໍເປັນແນວທາງປ່ອງ

ເປັນຊ່ອງຂອງພຣະເຈົ້າ                   ຄົນເຂົ້າແລ້ວອອກມາ

ເຖິງວັດສາມາແລ້ວ                       3 ເດືອນກໍໍເລີຍອອກ

ຮຽກວ່າອອກພັນສາ                      ປະວໍຣະນາກ່າວໄວ້ ເຮົາໄດ້ເລົ່າມາ.

ທີ່ມາ: ປຶ້ມ ຮີດສິບສອຄອງສິບສີ່ ປະເພນີລາວ ໂດຍ ອາຈານ ບຸນເຕີມ ສີບຸນເຮືອງ

ແບ່ງປັນ