Breaking News

ມັນກໍຈະຮູ້ສຶກຢູ່ໜ້ອຍໜຶ່ງ! 7 ສັນຍານ ທີ່ໝັ້ນໃຈເລີຍວ່າໝູ່ຄົນນັ້ນກໍາລັງມັກເຮົາຢູ່

ແບ່ງປັນ

ເຫັນໝູ່ຕັ້ງ Status ແປກໆ ແລະ Post ເພງ ແລ້ວຍັງມັກແທັກ (Tag) ຫຍັງມາບໍ່ຮູ້ ເພາະບໍ່ເຄີຍສົນໃຈ ຈົນມີຄົນມາບອກວ່າ! “ເຮີ່ຍ…ເຮົາວ່າລາວຕ້ອງມັກໂຕຢູ່ແນ່ນອນ” ຫາກໍຮູ້ຄວາມໝາຍ! ຢູ່ນໍາກັນທຸກມື້ຈົນມີໃຜຄົນໜຶ່ງຫວັ່ນໄຫວ ຢາກຮູ້ບໍ່ວ່າໝູ່ຜູ້ຊາຍທີ່ເຂົາກໍາລັງລັກມັກເຮົາຢູ່ມີອາການແນວໃດ, ຕ້ອງເບິ່ງແນວໃດ? ມາ Check ກັນເລີຍ!

  1. ອອກປາກມາວ່າຈະລ້ຽງເຂົ້າ

ບາງເທື່ອກໍຮູ້ຈັກກັນໄດ້ບໍ່ດົນ ແຕ່ກໍພໍຮູ້ຈັກກັນຢູ່ ເຮືອນເຮົາກໍບໍ່ໄດ້ອຶດຫິວ ແຕ່ທ້າວມາຂໍລ້ຽງເຂົ້າ, ລ້ຽງຂະໜົມເຮັດຫຍັງກໍບໍ່ຮູ້? ຮູ້ ຫຼືບໍ່ວ່າການທີ່ຜູ້ຊາຍບອກວ່າຈະລ້ຽງເຂົ້ານັ້ນໝາຍຄວາມວ່າ ລາວກໍາລັງຊອກໂອກາດຢູ່ນຳເຮົາສອງຕໍ່ສອງ ຕ້ອງການໃຊ້ເວລາຢູ່ກັບເຮົາພຽງລໍາພັງ ເພາະຖ້າຫາກໄປກັບໝູ່ຫຼາຍໆຄົນກໍໝົດໂອກາດໄດ້ລົມກັນເລີຍ! ອ້າວ! ຖ້າມີໝູ່ມາຊວນແບບນີ້ກໍບອກໄວ້ກ່ອນວ່າ ບໍ່ມີໃຈກໍຢ່າຕົວະກິນຟຣີເດີ້!

  1. ຊວນໄປໃສກໍໄປ

ບໍ່ວ່າເຈົ້າຈະມີກິດຈະກຳທີ່ບໍ່ມີປະໂຫຍດປານໃດກໍຕາມ ແຖມຍັງຊອກເພື່ອນສາວໄປນໍາບໍ່ໄດ້ ສຳລັບໝູ່ຄົນນີ້ແລ້ວເມື່ອອອກປາກຊວນ ເຂົາຈະບໍ່ຍອມພາດ ຍິນດີໄປນໍາເຮົາທຸກແຫ່ງຫົນ ທຸກສະຖານະການ ພ້ອມຈະເປັນຄົນຂັບລົດ, ຂີ່ເຮືອໄປເປັນໝູ່ເຈົ້າ ເຖິງວ່າຈະຍັງບໍ່ຮູ້ວ່າເຈົ້າມີແຜນຈະໄປເຮັດຫຍັງຢູ່ໃສ ກໍມັນເປັນຄວາມສຸກຂອງລາວທີ່ໄດ້ຢູ່ກັບຄົນທີ່ມັກ!

  1. ເປັນຄົນທໍາອິດທີ່ທ້ວງໃນການປ່ຽນແປງຂອງເຈົ້າ

ຖ້າເຈົ້າຫາກໍເຮັດສີຜົມ, ຕັດຜົມ, ທາເລັບມາໃໝ່! ເຊື່ອບໍ່ວ່າ ໝູ່ຄົນນັ້ນຂອງເຈົ້າຈະສັງເກດເຫັນການປ່ຽນແປງຂອງເຈົ້າກ່ອນໃຜ ແລະ ຖ້າເຈົ້າບໍສະບາຍ, ໜ້າຊີດ ຫຼືທາຮອງພື້ນຜິດເບີມາ ໝູ່ຄົນນັ້ນກໍຈະເປັນຄົນທີ່ທ້ວງເຈົ້າເປັນຄົນທໍາອິດ ແລະ ມັກທ້ວງສະເໝີ ຈົນບາງເທື່ອເຈົ້າກໍລໍາຄານ ແລະ ມັກເວົ້າວ່າ ອ້າວ! ແມ່ນຫຍັງຄືມາວຸ່ນວາຍກັບຊີວິດເຮົາແທ້! ລະວັງຈະເຮັດໃຫ້ຄົນບາງຄົນເສຍໃຈເດີ້.

  1. ຢາກໃຫ້ເຈົ້າສັງເກດຄວາມປ່ຽນແປງຂອງລາວ

ເຊັ່ນກັນເມື່ອເຂົາແຖໜວດ, ຕັດຜົມ ຫຼືເຮັດຫຍັງກໍຕາມກັບໃບໜ້າ ແລະ ຮ່າງກາຍມາ ກໍຢາກຈະໃຫ້ເຈົ້າທ້ວງເປັນຄົນທໍາອິດ ລາວອາດຈະກໍາລັງຮຽກຮ້ອງຄວາມສົນໃຈຈາກເຈົ້າຢູ່ ແຕ່ຖ້າເຈົ້າບໍ່ສັງເກດເຫັນເລີຍ ລາວກໍອາດເຂົ້າມາຖາມຄວາມເຫັນຈາກເຈົ້າ ບາງເທື່ອກໍອອກແນວອ້ອນໆເຊັ່ນ: ເຮົາຕັດຜົມສັ້ນໃດນິ ເບິ່ງແປກຕາບໍ່ ຫຼືອື່ນໆ ເພາະຢາກເຮັດໃຫ້ເຈົ້າສົນໃຈລາວ.

  1. ໂທມາຖາມຕອນເຊົ້າວ່າຢູ່ໃສ

ບາງເທື່ອເຈົ້າກໍຢາກຈະຕື່ນສວາຍໆແດ່ ຢາກຂາດວຽກໄປເລີຍ ຈົນມີໃຜບາງຄົນໂທມາແຕ່ເຊົ້າສະເໝີ ແລະ ຖາມວ່າ ຢູ່ໃສແລ້ວ? ມື້ນີ້ມາວຽກບໍ່? ກິນເຂົ້າແລ້ວຫວາ? ຮອດໃສແລ້ວ ເຮັດຫຍັງຢູ່? ກະຕຸ້ນໃຫ້ເຈົ້າ Active ຢູ່ສະເໝີ ແບບນັ້ນແຫຼະ! ຄືຄົນທີ່ກໍາລັງສົນໃຈເຈົ້າ ຫຼາຍທີ່ສຸດ.

  1. ມັກເບິ່ງຕາເຮົາ

ເລື່ອງແບບນີ້ມັນມີຢູ່ແທ້ໃດ໋! ບໍ່ແມ່ນສະເພາະສາກໃນຮູບເງົາເທົ່ານັ້ນ ທີ່ຜູ້ຊາຍເວລາມັກແມ່ຍິງຄົນໃດຈະມັກເບິ່ງຕາ ແລະ ເບິ່ງເຂົ້າໄປເລິກໆ ຄືກັບວ່າລາວກໍາລັງຊອກາຫາບາງຢ່າງຢູ່ ຄວາມຈິງແລ້ວແມ່ຍິງເວລາທີ່ວົນກັບການເຮັດບາງຢ່າງຢູ່ຈະເບິ່ງ Sexy ທີ່ສຸດໃນສາຍຕາຜູ້ຊາຍ ດັ່ງນັ້ນ ຖ້າເຈົ້າກໍາລັງກິນເຂົ້າ ຫຼືເຮັດຫຍັງຢູ່ ແລ້ວມີຄົນມາຈ້ອງເບິ່ງຕາເຈົ້າ! ຮີບຖາມເລີຍວ່າເບິ່ງເຮັດຫຍັງ?

  1. ໃສ່ໃຈໃນມື້ທີ່ເຈົ້າໃສ່ເກີບສົ້ນສູງ

ມື້ໃດທີ່ເຈົ້າແຕ່ງຕົວງາມຜິດປົກກະຕິ ລາວຈະມັກເບິ່ງວ່າເຈົ້າໃສ່ເກີບຫຍັງ? ແລະ ມື້ໃດທີ່ເຈົ້າໃສ່ເກີບສົ້ນສູງລາວກໍຈະມັກຖາມວ່າ ເມື່ອຍບໍ່? ເຈັບຕີນບໍ່? ເຊິ່ງຖ້າເປັນໝູ່ກັນທໍາມະດາເຂົາກະຈະເສີຍໆ ບາງຄົນກໍບໍ່ສັງເກດຊໍ້າ ບາງເທື່ອເຮົາກໍສົງໄສວ່າ ເປັນຫຍັງຄືຖາມ? ໝົດຂໍ້ສົງໄສເລີຍ ເພາະນີ້ເປັນອີກເລື່ອງທີ່ໝູ່ຜູ້ຊາຍກໍາລັງສົນໃຈເຈົ້າຢູ່ (ຫຼາຍ)

ແບ່ງປັນ