Breaking News

ເຫັນແລ້ວຮູ້ສຶກຮ້ອນວູບວາບ! ໂປ້ ສຸພົນສາ ໜຸ່ມກ້າມໃຫ່ຍ ນິໃສດີ Profile ເລີດຂວັນໃຈສາວໆ!!!

ແບ່ງປັນ

ຊ່ວງຕົ້ນອາທິດແບບນີ້ມັນກໍຈະຫຍຸ້ງວຽກເຮັດໃຫ້ເພື່ອນໆຫຼາຍໆຄົນກໍຈະຮູ້ສຶກເບື່ອໆແດ່ ຄ້າຍໆກັບ ຊະນີIndy ທີ່ມີຄວາມເຊັງໆ  ເລີຍບໍ່ຢູ່ລ້າ… ໄປຊອກຫາອາຫານຫູອາຫານຕາມາຝາກແຟນໆທຸກຄົນ, ມາຮູ້ຈັກກັບອີກໜຶ່ງໜຸ່ມສຸດເຈົ້າຊູ້ ໜຸ່ມນັກທຸລະກິດນ້ອງໃໝ່ໄຟແຮງ ລອງມາຮູ້ຈັກກັບທ້າວເບິ່ງຮັບຮອງຈາກທີ່ເຄີຍ ເມື່ອຍໆ ເບື່ອໆ ແຟນໆຕ້ອງກັບມາຫ້າວຫັນແນ່ນອນເພາະມີຄວາມດີຕໍ່ໃຈແທ້ໆ…

ຂວັນໃຈ: ແນະນຳຕົນເອງ

ໂປ້: ສະບາຍດີ! ແຟນໆ ຂວັນໃຈ ຂ້າພະເຈົ້າຊື່ ສຸພົນສາ ນິຍົມ ເອີ້ນງ່າຍໆວ່າ “ໂປ້” ອາຍຸ 29 ປີ ເປັນຜູ້ອໍານວຍການສະຖາບັນການເງິນຈຸລະພາກ ຈະເລີນຊັບ (ຖືວ່າເປັນສະຖາບັນນ້ອງໃໝ່ ຫາກໍເປີດດຳເນີນທຸລະກິດ . ໂປ້ ຈົບການສຶກສາລະດັບປະລິນຍາຕີ ສາຂາ ພົວພັນການຕ່າງປະເທດ ທີ່ມະຫາວິທະຍາໄລ Dai hoc ngoai giao ປະເທດຫວຽດນາມ ແລ້ວເຂົ້າເຮັດວຽກເປັນພະນັກງານ ພະແນກຄຸ້ມຄອງສິນເຊື່ອ ທະນາຄານ ຊາຄອມແບັງ (Sacom Bank) 3 ປີ ຫຼັງຈາກນັ້ນ, ໄດ້ສະໝັກຮຽນຫຼັກສູດພາສາອັງກິດທີ່ສະຖາບັນພາສາ Navitas English, Sydney  Australia ໄລຍະ 1 ປີ ກ່ອນກັບມາເປີດທຸລະກິດຕາມຄວາມໃຝ່ຝັນຂອງຕົນເອງ ກໍຄື ສະຖາບັນການເງິນຈຸລະພາກຈະເລີນຊັບ

 

ຂວັນໃຈ: ສາວໆເອີ້ຍເຊື່ອບໍ່ວ່າ ເຫັນ ໂປ້ ຫຸ່ນດີແບບນີ້ ແຕ່ຂໍບອກວ່າກ່ອນໜ້ານີ້ ທ້າວເຄີຍຕຸ້ຍມາກ່ອນ!!!

ໂປ້:  ກ່ອນຈະໄປຮຽນພາສາທີ່ Australia ໂປ້ ເຂົ້າຂັ້ນຕຸ້ຍຫຼາຍເລີຍແຫຼະ ນໍ້າໜັກເຖິງ 78 ກິໂລ ພຸ້ນໃດ ເຊິ່ງ ໂປ້ ຮູ້ວ່າບໍ່ດີຕໍ່ສຸຂະພາບໃນໄລຍະຍາວ ຈຶ່ງສັນຍາກັບຕົນເອງວ່າ ຈະຕ້ອງເຂົ້າ Fitness ທຸກໆມື້ ວັນຈັນ-ວັນອາທິດເລີຍ ນອກຈາກນີ້ ໂປ້ ຍັງເອົາຮູບບັນດານາຍແບບໃນວາລະສານຕ່າງໆ ເປັນແຮງບັນດານໃຈ ເພາະເມື່ອເຫັນເຂົາມີຫຸ່ນທີ່ດີ ເທ່ ມີ style ເຮົາກໍຄິດວ່າ ມື້ໜຶີ່ງເຮົາຕ້ອງເປັນໃຫ້ໄດ້ ຜ່ານໄປ 1 ປີປາຍ ດຽວນີ້ນໍ້າໜັກຂອງ ໂປ້ ແມ່ນ 67 ກິໂລແລ້ວ. ນອກຈາກການຫຼິ້ນກິລາແລ້ວ ສິ່ງສຳຄັນສຸດໆ ທີ່ໃຜໆກໍຮູ້ແຕ່ຍັງບໍ່ສາມາດປັບປ່ຽນໄດ້ກໍຄື ການຄວບຄຸມການກິນອາຫານແຕ່ ໂປ້ ແມ່ນຈະເຮັດເອງ ກິນເອງ ແຊບເອງ 555 ເພາະຄິດວ່າ ອາຫານເພື່ອສຸຂະພາບ ເຮັດເອງໄດ້ງ່າຍໆ ເຮົາສາມາດເຮັດຫຼາຍໆເມນູຕາມຄວາມຄິດຂອງເຮົາ ແຕ່ວັດຖຸດິບສ່ວນປະກອບ ທີ່ຕ້ອງເຄັ່ງຄັດສຸດໆຄືຕ້ອງມີສ່ວນປະກອບຂອງ ຜັກ ເປັນສ່ວນໃຫຍ່.

ຂວັນໃຈ:  ມູມມອງການເບິ່ງແມ່ຍິງລາວ

ໂປ້: ເບິ່ງລວມໆແລ້ວ ໂປ້ ຄິດວ່າ ດຽວນີ້, ແມ່ຍິງເປັນຜູ້ນຳຫຼາຍກວ່າຜູ້ຊາຍເກືອບທຸກຢ່າງກໍວ່າໄດ້ຄື: ແມ່ຍິງເປັນຜູ້ຄວບຄຸມວົງຈອນຊີວິດຂອງຜູ້ຊາຍໄດ້ແບບອັດຕະໂນມັດ ໂດຍສະເພາະເລື່ອງການເງິນ 555. ແມ່ຍິງຍຸກໃໝ່ແມ່ນເກັ່ງແທ້ໆ ມີຄວາມກ້າຄິດກ້າສະແດງອອກ, ມີຄວາມໝັ້ນໃຈສູງ ບາງຄົນສາມາດດຶງຈຸດເດັ່ນຂອງຕົນເອງອອກມາໃຫ້ເດັ່ນໃນສັງຄົມໄດ້. ແມ່ຍິງສ່ວນຫຼາຍສາມາດເປັນຜູ້ບໍລິຫານທຸລະກິດ, ເປັນເຈົ້າຂອງບໍລິສັດໄດ້ບໍ່ຕ່າງຫຍັງກັບຜູ້ຊາຍ, ການຮໍ່າຮຽນສຶກສາ ກໍຖືວ່າບໍ່ນ້ອຍໜ້າກວ່າຜູ້ຊາຍຢູ່ແລ້ວ.​

ສຸດທ້າຍ…

ໃນທີ່ສຸດ ໂປ້ ກໍໄດ້ເປັນນາຍແບບໃນວາລະສານສົມໃຈ ແລະ ກໍຂໍຝາກຜົນງານ ການຖ່າຍແບບຄັ້ງທໍາອິດ ທີ່ສຸດທ້າທາຍຂອງ ໂປ້ ການໂພສທ່າ ອາດຈະບໍ່ເປັນມືອາຊີບ ແຕ່ກໍມີຄວາມທຸ້ມເທຫຼາຍ. (ທັງຫຼໍ່ ໜ້າຮັກ ກ້າມໃຫ່ຍ ນິໃສດີປານນີ້ ບໍ່ໃຫ້ສາວໆຫຼົງຮັກ ກໍບໍ່ຈັກສິວ່າແລ້ວວວວ!!!)

FB: Poee Bluemagic

ແບ່ງປັນ