Breaking News

ແຂ້ວເປັນສະເໜ່ຢ່າງໜຶ່ງທີ່ສຳຄັນຫຼາຍ ຮູ້ໄວ້ບໍ່ເສຍຫາຍກັບການຟອກແຂ້ວຂາວດ້ວຍແສງ Zoom

ແບ່ງປັນ

ຟອກແຂ້ວຂາວງ່າຍໆ ດ້ວຍແສງZoom

ເຄີຍເປັນບໍ່ ອຸກໃຈ ແຂ້ວບໍ່ຂາວ ບໍ່ງາມ … ທີມງານຂວັນໃຈ ເຂົ້າໃຈບັນຫາແຟນໆດີ ຈຶ່ງຈັດມາພິເສດ ສໍາລັບໃຜທີ່ກໍາລັງມີບັນຫາເລື່ອງແຂ້ວບໍ່ຂາວ ອ່ານທາງນີ້ເລີຍ ເພາະແຂ້ວນັ້ນເປັນສະເໜ່ຢ່າງໜຶ່ງ ທີ່ສຳຄັນຫຼາຍ ເປັນຈຸດດຶງດູດສາຍຕາເວລາເຮົາເວົ້າຈາກັບຄົນອື່ນ ຄົນທີ່ມີແຂ້ວຮຽງຕົວກັນງາມ ແຂ້ວຂາວສະອາດຖືວ່າເປັນໂຊກອັນດີ ເພາະຈະເຮັດໃຫ້ຜູ້ທີ່ໄດ້ລົມ ໄດ້ຢູ່ໃກ້ປະທັບໃຈໄດ້ງ່າຍ ສ່ວນໃຜທີ່ມີແຂ້ວຊ້ອນ ຫຼືງ່ຽງໄປງ່ຽງມາ ແຖມຍັງເຫຼືອງອີກ ເວລາຍິ້ມກໍຂາດຄວາມໝັ້ນໃຈ ອາດເຖິງຂັ້ນມິດບໍ່ຢາກເວົ້າກັບຄົນອື່ນ ສະນັ້ນ ການຟອກແຂ້ວຂາວດ້ວຍເລເຊີ Zoom ຟອກສີແຂ້ວຈຶ່ງເຂົ້າມາແກ້ໄຂບັນຫາສີຂອງແຂ້ວທີ່ເຫຼືອງໃຫ້ກັບທຸກຄົນໄດ້.

ການຟອກແຂ້ວເລເຊີ Zoom ແມ່ນຫຍັງ?

Zoom ເປັນນະວັດຕະກໍາການຟອກສີແຂ້ວໃນຮູບແບບໃໝ່ທີ່ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນການຟອກແຂ້ວດ້ວຍແສງ Zoom ແມ່ນການຍິງແສງ  ໃສ່ແຂ້ວທີ່ເຄືອບດ້ວຍ gel ຟອກສີແຂ້ວ Zoom ແສງ ແລະ gel Zoom ຈະເຮັດວຽກຮ່ວມກັນ ດ້ວຍການອອກລິດຢ່າງອ່ອນໂຍນທີ່ສຸດໃນການສະລາຍຮອຍເປິະເປື້ອນທີ່ຕິດຢູ່ຜິວແຂ້ວ ແລະ ບໍ່ທໍາລາຍໂຄງສ້າງຂອງແຂ້ວ ເຮັດໃຫ້ແຂ້ວບໍ່ເສຍຮູບຮ່າງງາມແບບເປັນທໍາມະຊາດ ການຟອກແຂ້ວເລເຊີ Zoom ມີຄວາມປອດໄພຫຼາຍ ແຂ້ວຈະຂາວໄວ ໂດຍບໍ່ໃຊ້ເວລາດົນ ສີຂອງແຂ້ວຫຼັງຈາກການຟອກຈະຢູ່ໄດ້ດົນຖ້າຮັກສາໃຫ້ຖືກວິທີ ຮີບໄປເຮັດສະເດີ້ ຮັບຮອງເຮັດມາແລ້ວຍິ້ມງາມ ມີສະເໜ່ແນ່ນອນ ຮິ້ວວວວ!!!

ແບ່ງປັນ